spot_img
Homeຂ່າວທ້ອງຖິ່ນລຸກຊຳບວກເພື່ອຊ່ວຍເຫຼືອວຽກງານໄພພິບັດ ແລະ ເກັບກູ້ລະເບີດບໍ່ທັນແຕກ

ລຸກຊຳບວກເພື່ອຊ່ວຍເຫຼືອວຽກງານໄພພິບັດ ແລະ ເກັບກູ້ລະເບີດບໍ່ທັນແຕກ

Published on

ສຳນັກຂ່າວສານປະເທດລາວລາຍງານວ່າ ໃນ​ປີ 2018 ລັດຖະບານລຸກຊຳບວກ ຈະໃຫ້ທຶນຊ່ວຍເຫຼືອ ຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ມູນຄ່າ 350,000 ໂດລາສະຫະລັດ, ເພື່ອສະໜັບສະໜູນວຽກງານໄພພິບັດ ແລະ ເກັບກູ້ລະເບີດ​ບໍ່​ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງໃນ ສປປ ລາວ. ທ່ານ ນາງ ກາຣິນາ ອິມ​ໂມ​ເນັນ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ ປະຈຳ ສປປ ລາວ ​​ກ່າວ​ເນື່ອງ​​ໃນ​ໂອກາດ​ພົບ​ປະທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ໃນ​ວັນ​ທີ 24 ມັງກອນ 2018 ທີ່​ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ.

ໃນ​ການ​ພົບ​ປະ​ຄັ້ງ​ນີ້, ​ຍັງ​ໄດ້​ທົບ​ທວນຄືນ​ກ່ຽວ​ກັບການຈັດ​ຕັ້ງ​ປະຕິບັດວຽກ​ງານ​​ ​ແລະ ການ​ຮ່ວມ​ມື​ກັນ ລະຫວ່າງ UNDP ​ແລະ ກະຊວງດັ່ງກ່າວ ໃນ​​ໄລຍະໜຶ່ງ​ປີ​ຜ່ານ​ມາ ​​ແລະ ​ແຜນການ​ໃນ​ຕໍ່ໜ້າ, ໂດຍ​ສະ​ເພາະ​ແມ່ນໂຄງການ​ຟື້ນ​ຟູໄພພິບັດ ​ແລະ ລະ​ເບີດ​ບໍ່​ທັນ​ແຕກທີ່​ຍັງ​ຕົກ​ຄ້າງ ​ໃນສປປ ລາວ, ເຊິ່ງໃນໂອ ກາດນີ້ ທ່ານ ນາງ ກາຣິນາ ອີໂມເນັນ ກໍໄດ້ແຈ້ງເຖິງຄຳໝັ້ນສັນຍາ ຂອງລັດຖະບານລຸກຊຳບວກ ທີ່ຈະໃຫ້ການຊ່ວຍເຫຼືອ ສປປ ລາວ.

ໃນ​ປີ 2017 ທົ່ວ​ປະ​ເທດ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຈາກ​ລະ​ເບີດ​ບໍ່​ທັນ​ແຕກຈຳນວນ 27 ຄົນ ​ແລະ ​ເສຍ​ຊີວິດ 4 ຄົນ, ຊ່ວຍ​ເຫຼືອຜູ້​ຖືກ​ເຄາະ​ຮ້າຍຈາກ​ລະ​ເບີດ​ບໍ່​ທັນ​ແຕກຈຳນວນ 281 ຄົນ ​ເທົ່າ​ກັບ 93% ຂອງ​ແຜນການ​ປີ 300 ຄົນ.

 

ແຫລ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...