spot_img
Home​ຂ່າວບັນເທິງວົງ Ladies' Code ປະສົບອຸບັດເຫດ ເສຍຊີວິດ 1 ບາດເຈັບສາຫັດ 2

ວົງ Ladies’ Code ປະສົບອຸບັດເຫດ ເສຍຊີວິດ 1 ບາດເຈັບສາຫັດ 2

Published on

 

 224026

ສື່​ເກົາ​ຫລີ​ລາຍ​ງານ​ວ່າ ​ເກີດ​ອຸບັດເຫດ​ທາງ​ລົດ​ໃຫຍ່​​ທີ່​ສາວໆ ວົງ Ladies’ Code ໂດຍ​ສານ​ມາ​ນຳກັນ​ຈົນ​ເຮັດໃຫ້​ສາວ “ອຶນ​ບີ” ເສັຍຊີວິດ​ລົງ​ຢ່າງ​ກະ​ທັນ​ຫັນ ສ່ວນ​ສະມາຊິກ​ອີກ 2 ຄົນ​ຂອງ​ວົງ​ຕ້ອງ​ເຂົ້າ​ຮັບ​ການ​ຜ່າ​ຕັດ ແລະ​ ອາການ​ຍັງ​ໜ້າ​ເປັນ​ຫ່ວງ

Polaris Entertainment ຕົ້ນ​ສັງ​ກັດ​ຂອງ Ladies’ Code ໄດ້​ຖະແຫລງ​ເປີດ​ເຜີຍ​ເຖິງ​ລາຍ​ລະອຽດ​ກ່ຽວກັບ​ອຸບັດເຫດ​ອັນ​ໜ້າ​ເສົ້າ​ທີ່ເກິດຂື້ນ​ກັບ​ສາວໆ ໃນ​ໄລຍະຕອນເຊົ້າ​​ເວລາ​ປະ​ມານ 1:30 ນ. ຂອງ​ວັນທີ່ 3 ກັນຍາທີ່ຜ່ານມາ  ທີ່​ລົດ​ໃຫ່ຍ​ທີ່​ພວກ​ນາງ​ໂດຍ​ສານ​ມາ​ໄດ້​ເກີດ​ເສຍ​ຫລັກ​ຈາກ​ຖະໜົນ​ທີ່​ປຽກ​ໄປ​ດ້ວຍ​ນ້ຳ​ຝົນ ຈົນ​ຕໍາ​​ເຂົ້າ​ກັບ​ຮົ້ວ​ກັ້ນ​ຫົນທາງ ລະຫວ່າງ​ທີ່​ພວກ​ນາງ​ກຳ​ລັງ​ເດີນທາງ​ຢູ່​ເທິງ​ທາງ​ດ່ວນ​ ສາຍ​ຍົງ​ດົງ ເພື່ອ​ເດີນທາງ​ມຸ້ງ​ໜ້າ​ສູ່​ ອິນ​ຊອນ ເຖິງ​ຂັ້ນ​ເຮັດໃຫ້​ມີ​ຜູ້​ເສັຍຊີວິດ​ໃນ​ເຫດການ 2 ຄົນ ຊຶ່ງ​ໜຶ່ງ​ໃນ​ນັ້ນ​ເປັນ​ສະມາຊິກ​ຂອງ Ladies’ Code ຢູ່ນໍາ

ຢ່າງໃດ​ກໍ​ຕາມ​ສາວ ອຶນ​ບີ ອາຍຸ 21 ປີ ໄດ້​ເສັຍຊີວິດ​ລົງ​ໃນ​ທີ່​ເກີດ​ເຫດ​ໄປ​ກ່ອນ​ໜ້າ​ນັ້ນ​ແລ້ວ ສ່ວນ  ໄລ​ ຫລື ຄວອນ​ລິ​ເຊ ແລະ ໂຊ​ຈອງ ຫລື ລີໂຊ​ຈອງ ທີ່​ໄດ້ຮັບ​ບາດ​ເຈັບ​ສາ​ຫັດ​ກໍ​ຖືກ​ນຳ​ໂຕເຂົ້າ​ຮັບ​ການ​ຜ່າ​ຕັດ​ດ່ວນ ແລະ​ ຈະ​ຖືກ​ສົ່ງ​ຕົວ​ໄປ​ທີ່​ໂຮງ​ໝໍ​ໃນ​ນະຄອນເຊອຸນ​​ຕໍ່ໄປ

Ladies’ Code ເປັນ​ກຸ່ມ​ສິລະປິນ​ສາວ​ທີ່​ປະກອບ​ໄປ​ດ້ວຍ​ສະມາຊິກ 5 ຄົນ ທີ່​ຫາກໍ່​ຈະ​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 2013 ທີ່​ຜ່ານມາ​ນີ້​ເອງ ຊຶ່ງ​ໃນ​ອຸບັດເຫດ​ອັນ​ໜ້າ​ເສົ້າ​ທີ່​ເກີດ​ກັບ​ພວກ​ນາງ​ເທື່ອ​ນີ້ ​ຍັງ​ເຮັດໃຫ້​ຜູ້​ຂັບ​ລົດ​ເສັຍຊີວິດ​ທັນ​ທີ​ໃນ​ເຫດການ​ ສ່ວນ​ຜູ້​ຈັດການ, ສະ​ໄຕ​ລິດ ແລະ ​ສະມາຊິກ​ທີ່​ເຫລືອ​ຂອງ Ladies’ Code ໄດ້ຮັບ​ບາດ​ເຈັບ​ເລັກນ້ອຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...