Homeຂ່າວພາຍ​ໃນພໍ່ບໍ່ຊ່າງຊິເພິ່ງໃຜ ໄດ້ແຕ່ວິ່ງວອນຄົນຕຳ ກັບມາຮັບຜິດຊອບກັບສິ່ງທີ່ເກີດຂຶ້ນ

ພໍ່ບໍ່ຊ່າງຊິເພິ່ງໃຜ ໄດ້ແຕ່ວິ່ງວອນຄົນຕຳ ກັບມາຮັບຜິດຊອບກັບສິ່ງທີ່ເກີດຂຶ້ນ

Published on

ເລື່ອງເສົ້າເກີດຂຶ້ນໃນຕອນຄໍ່າ ວັນທີ 23 ມັງກອນ 2018 ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານປາກກະດິງເໜືອ ໄດ້ເກີດເຫດລົດກະບະວິໂກ້ ສີປອນເງິນ ໝາຍເລກທະບຽນຈື່ໄດ້ແຕ່ວ່າ ລົງທ້າຍ 77 ໄດ້ຕຳເອົາລົດຈັກສາມລໍ້ (ລົດຊາເລ້ງ) ທີ່ມີຂົນຂີ່ມານຳກັນ 5 ຄົນ ເຮັດໃຫ້ທັງໝົດໄດ້ຮັບບາດເຈັບສາຫັດ ແລະເສຍຊີວິດໃນເວລາຕໍ່ມາ 1 ຄົນ ເປັນເດັກນ້ອຍຍິງອາຍຸ 10 ປີ ສ່ວນອີກ 4 ຄົນແມ່ນຍັງກຳລັງປິ່ນປົວຢູ່ໂຮງໝໍ.

ຕໍ່ບັນຫາດັ່ງກ່າວນັ້ນ, ພໍ່ຂອງເດັກນ້ອຍຜູ້ເສຍຊີວິດ ກໍຄືທຸກຄົນໃນຄອບຄົວຂອງນ້ອງ ຕ່າງກໍເສົ້າໂສກເສຍໃຈ ແລະໝົດຫົນທາງທີ່ຈະນຳໂຕຄົນຂັບລົດກະບະວິໂກ້ຄັນດັ່ງກ່າວມາຮັບຜິດຊອບ. ໄດ້ແຕ່ວິ່ງວອນວ່າ ຂໍໃຫ້ກັບມາຮັບຜິດຊອບກັບສິ່ງທີ່ເກີດຂຶ້ນ ດ້ວຍນໍ້າໃຈຂອງມະນຸດຄືກັນ ທຸກບັນຫາສາມາດບັນເທົາລົງໄດ້ດ້ວຍການຢຽວຢາ ແລະໂອ້ລົມກັນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...