spot_img
Homeຂ່າວພາຍ​ໃນຫຼວງພະບາງຫ້າມ ບໍ່ໃຫ້ຂາຍເຂົ້າໜົມຈາກຕ່າງປະເທດ ໃຫ້ແຂກໃສ່ບາດ

ຫຼວງພະບາງຫ້າມ ບໍ່ໃຫ້ຂາຍເຂົ້າໜົມຈາກຕ່າງປະເທດ ໃຫ້ແຂກໃສ່ບາດ

Published on

ພະແນກຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ ເມືອງຫຼວງພະບາງ ອອກໜັງສືແຈ້ງການ ຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກໃສ່ບາດ ເລິ່ມແຕ່ວັນທີ 1 ກຸມພາ 2018 ເປັນຕົ້ນໄປ.

ຫ້ອງການ ຖວທ ເມືອງຫຼວງພະບາງ ອອກແຈ້ງການ ເລກທີ 16/ຖວທມ-ຫຼບ ລົງວັນທີ 22/1/2018 ເຖິງຜູ້ປະກອບການຂາຍເຄື່ອງໃສ່ບາດ 3 ຈຸດ ຂອງເມືອງຫຼວງພະບາງ :

1. ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດ ມາຂາຍໃຫ້ແຂກໃສ່ບາດ ນັບແຕ່ ວັນທີ 1 ກຸມພາ 2018 ເປັນຕົ້ນໄປ, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວ ທີ່ຜະລິດປຸງແຕ່ງຢູ່ພາຍໃນມາຂາຍໄດ້ ໂດຍຮັບປະກັນຄຸນນະພາບ (ສະອາດ-ບໍ່ບູດເນົ່າ).
2. ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພະສົງທີ່ປະຕິບັດກິດຈະວັດ ບິນທະບາດຢ່າງເດັດຂາດ.
3. ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກຕ້ອງມີຄຸນນະພາບ ເປັນເຂົ້າໜຶ້ງໃໝ່ (ໜຶ້ງເຂົ້າມ່າ), ບໍ່ອຸ່ນເຂົ້າເຢັນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ ແລະ ໃຫ້ຂາຍຕາມນ້ຳໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້ອງ (1ກິໂລ = 10.000 ກີບ, 1,5ກລ = 15.000 ກີບ, 2ກລ = 20.000 ກີບ).

ຖ້າຫາກຜູ້ໃດບໍ່ປະຕິບັດຕາມແຈ້ງການສະບັບນີ້ ໃຫ້ອຳນາດການປົກຄອງບ້ານນຳສະເໜີຂັ້ນເທິງ ເພື່ອຕັກເຕືອນ, ປະຕິບັດວິໄນ ຫຼືກ້າວໄປເຖິງຫ້າມຂາຍເຄື່ອງໃສ່ບາດອີກເລີຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...