spot_img
Homeຂ່າວພາຍ​ໃນ"ຫວຽດ​ນາມ​" ຜ່ານເຂົ້າຮອບ​ຮອງ​ຊະນະເລີດ​ບານເຕະ​ ຢູ​-23 AFC​

“ຫວຽດ​ນາມ​” ຜ່ານເຂົ້າຮອບ​ຮອງ​ຊະນະເລີດ​ບານເຕະ​ ຢູ​-23 AFC​

Published on

ທີມຊາດຫວຽດນາມ ສ້າງ​ປະຫວັດສາດ​ກາຍ​ເປັນ​ຊາດທຳອິດຈາກພາກພື້ນ​ອາຊຽນທີ່​ສາມາດ​ທະ​ລຸ​ເຂົ້າ​ສູ່ຮອບ​ 4 ທີມ​ສຸດ​ທ້າຍ​ ໃນ​ການ​ແຂ່ງ​ຂັນ​ ບານເຕະຊີງ​ແຊມອາຊີ ຫຼື AFC​ ຮຸ່ນ​ອາ​ຍຸ​ບໍ່​ເກີນ​ 23 ປີ​ ຫຼັງ​ເປັນ​ຝ່າຍ​ເອົາ​ຊະນະ​ຈຸດ​ໂທດ​ ອິ​ຮັກ​ 5-3 ເມື່ອ​ວັນ​ເສົາ​​ທີ​ 20 ມັງກອນ​ ທີ່​ຜ່ານມາ.​

ໂດຍ​ໃນ​ເວລາ​ທັງ​ສອງ​ທີມ​ສະເໝີ​ກັນ​ 1-1 ກ່ອນທີ່ຈະ​ຕ້ອງ​ຕໍ່​ເວລາ​ພິເສດ​ອອກ​ໄປ​ ເຊິ່ງ​ໃນ​ຊ່ວງ​ຕໍ່​ເວລາ​ພິເສດ​ ທັງ​ສອງ​ທີມ​ເປີດ​ສາກ​ແລກ​ກັນ​ຢ່າງ​ດຸເດືອດ ກອນຄົບ​ 120 ນາ​ທີ​ ສະເໝີ​ກັນ​ 3-3 ຕ້ອງ​ຕັດ​ສິນ​ກັນ​ທີ່​ຈຸດ​ໂທດ​ ກ່ອນ​ ຫວຽດ​ນາມ​ ຈະ​ເປັນ​ຝ່າຍ​ເຮັດ​ໄດ້​ດີກວ່າ​ຜ່ານ​ເຂົ້າ​ສູ່​ຮອບ​ຮອງ​ຊະນະ​ເລີດ​ໄດ້​ສຳ​ເລັດ​ ໄປ​ພົບ​ກັບ​ ກາ​ຕາ​.​

ຫຼັງ​ເກມ​ການ​ແຂ່ງ​ຂັນ​ ແຟນ​ບານ​ນັບສິບພັນຄົນ​ໃນ​ນະຄອນຮາໂນ້ຍ,​ ໂຮ​ຈິ​ມິນ​​ ແລະ ​ເມືອງ​ຕ່າງ​ໆ​ທົ່ວ​ປະເທດ​ຫວຽດ​ນາມ​ ພາ​ກັນ​ຂີ່ລົດຈັກອອກມາ​ແຫ່​ສະຫຼອງ​ຕາມ​ທ້ອງ​ຖະໜົນ​ ແກວ່ງທຸງ​ກັນ​ຢ່າງ​ສະ​ໃຈ​ກັບ​ໄຊ​ຊະນະ​ທີ່​ໜ້າ​ພາກພູມ​ໃຈ​ຂອງ​ປະເທດໃນ​ເທື່ອ​ນີ້.​

 

ແຫລ່ງຂ່າວ: ມ່ວນ ສະນຸກ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...