Homeຂ່າວຕ່າງປະເທດສອງເກົາຫຼີບັນລຸຂໍ້ຕົກລົງໃຊ້ "ທຸງຊາດຮ່ວມກັນ" ໃນງານໂອລິມປິກລະດູໜາວ 2018 ທີ່ເກົາຫຼີໃຕ້

ສອງເກົາຫຼີບັນລຸຂໍ້ຕົກລົງໃຊ້ “ທຸງຊາດຮ່ວມກັນ” ໃນງານໂອລິມປິກລະດູໜາວ 2018 ທີ່ເກົາຫຼີໃຕ້

Published on

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ບັນລຸຂໍ້ຕົກລົງສົ່ງນັກກິລາຮ່ວມຂະບວນພາເຫລດໂອລິມປິກລະດູໜາວ 2018 ພາຍໃຕ້ “ຮ່ວມທຸງຊາດ” ໃນເດືອນໜ້າ ແລະ ຕົກລົງທີ່ຈະຈັດຕັ້ງທີມຮັອກກີ້ນ້ຳແຂງຍິງສະເພາະກິດຮ່ວມກັນ ຫຼັງຈາກການຫາລືຂອງເຈົ້າໜ້າທີ່ລະດັບສູງຂອງທັງສອງຝ່າຍ ເຊິ່ງຈັດຂຶ້ນເປັນຄັ້ງທຳອິດໃນຮອບ 2 ປີ ທີ່ໝູ່ບ້ານ ປັນມຸນຈອມ

ຄວາມເຄື່ອນໄຫວນີ້ນັບເປັນບາດກ້າວທີ່ສຳຄັນທ່າມກາງສະຖານະການຄວາມເຢັນຊາລະຫວ່າງສອງເກົາຫຼີທີ່ເລີ່ມດີຂຶ້ນນັບແຕ່ຊ່ວງປີໃໝ່ເປັນຕົ້ນມາ ໂດຍເກົາຫຼີເໜືອສະເໜີຈະສົ່ງນັກກິລາຮ່ວມງານແຂ່ງຂັນໂອລິມປິກລະດູໜາວ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 9-25 ກຸມພານີ້ ທີ່ເມືອງພະຍອງຊາງໃນເກົາຫຼີໃຕ້

ຫາກເປັນໄປຕາມແຜນຈະມີຕົວແທນຈາກເກົາຫຼີເໜືອນັບຮ້ອຍ ຮວມທັງເຊຍລີດເດີ້ 230 ຄົນ ນັກດົນຕີວົງດຸຣິຍາງ 140 ຄົນ ແລະ ນັກເທຄວັນໂດ 30 ຄົນ ເດີນທາງຂ້າມຊາຍແດນທາງບົກເພື່ອເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວທີ່ເກົາຫຼີໃຕ້ ເຊິ່ງຈະໝາຍເຖິງການເປີດຖະໜົນເຊື່ອມຊາຍແດນທາງບົກເປັນຄັ້ງທຳອິດໃນຊ່ວງໄລຍະເກືອບສອງປີ

ສ່ວນການຈັດຕັ້ງທີມຮັອກກີນ້ຳແຂງຍິງ ຈະເປັນຄັ້ງທຳອິດທີ່ມີນັກກີລາຈາກສອງເກົາຫຼີ ເຂົ້າຮ່ວມການແຂ່ງຂັນເປັນທີມດຽວກັນ ແລະ ເກົາຫຼີຍັງຕົກລົງທີ່ຈະສົ່ງຕົວແທນ 150 ຄົນເຂົ້າຮ່ວມການແຂ່ງຂັນພາຣາລິມປິກໃນເດືອນມີນາທີ່ຈະຮອດນີ້

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...