Homeຂ່າວພາຍ​ໃນປີ 2017 ລັດພົບ ສໍ້ລາດບັງຫຼວງ 400 ຕື້

ປີ 2017 ລັດພົບ ສໍ້ລາດບັງຫຼວງ 400 ຕື້

Published on

ໜັງສືພິມລາວພັດທະນາ ລາຍງານວ່າ ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 10-12 ມັງກອນຜ່ານມານີ້, ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ໂດຍມີການເປີດເຜີຍວ່າ: ປີຜ່ານມາໄດ້ດຳເນີນການຕິດຕາມ-ກວດກາພຶດຕິກຳການສໍ້ລາດບັງຫລວງຂອງພະນັກງານ-ລັດຖະກອນຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ, ຊຶ່ງສາມາດດຳເນີນໄດ້ 80 ເລື່ອງ. ໃນນັ້ນ; ໄດ້ສືບສວນ-ສອບສວນຄະດີສໍ້ລາດບັງຫລວງ 3 ກໍລະນີທີ່ກ່ຽວຂ້ອງກັບການຊຳລະໜີ້ສິນຂອງໂຄງການບໍ່ມີຕົວຕົນ ແລະ ຈ່າຍເງິນເກີນ-ຊ້ຳຊ້ອນຢູ່ 12 ແຂວງ, ນະຄອນ ຫຼວງວຽງຈັນ ແລະ 1 ກະຊວງ, ລວມມີມູນຄ່າເສຍຫາຍເປັນເງິນ 404,33 ຕື້ກີບ, ໃນນັ້ນ ສາມາດກູ້ຄືນມາໄດ້ແລ້ວຫລາຍກວ່າ 317 ຕື້ກີບ.

ກອງປະຊຸມຄັ້ງນີ້ ຍັງໄດ້ພ້ອມກັນສະຫຼຸຸບຕີລາຄາ ແລະ ປະກອບຄຳເຫັນຕໍ່ການເຄື່ອນໄຫວປະຕິບັດວຽກງານ ຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໜຶ່ງປີຜ່ານມາ. ສຳລັບວຽກງານກວດກາໃນໜຶ່ງປີຜ່ານມາຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນໄດ້ພ້ອມກັນຕັ້ງໜ້າບຸກບືນປະຕິບັດ ວຽກງານຕິດຕາມ-ກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ ແລະ ປັບປຸງ ການຈັດຕັ້ງຢູ່ຂັ້ນຂອງຕົນມີຜົນສຳເລັດຫຼາຍດ້ານ.

ສຳລັບວຽກງານໃນຕໍ່ໜ້າ, ຈະຕ້ອງໄດ້ພ້ອມກັນຄົ້ນຄວ້າປະກອບຄວາມຄິດເຫັນໃຫ້ເລິກເຊິ່ງ, ເປັນເອກະພາບຕໍ່ທິດທາງ, ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນປີ 2018, ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ,ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ການກໍ່ສ້າງພັກ, ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມທິດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກຳນົດໄວ້.

ໃນກອງປະຊຸມຄັ້ງນີ້ ທ່ານ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດຖະບານ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງໄລຍະ 1 ປີ ຜ່ານມາ 2017 ທິດທາງແຜນການວຽກງານກວດກາປີ 2018 ຕື່ມອີກ.

ແຫຼ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...