spot_img
Homeຂ່າວພາຍ​ໃນນະຄອນຫຼວງຍ້າຍ 2 ເຈົ້າເມືອງ ໄປຮັບໜ້າທີ່ໃໝ່

ນະຄອນຫຼວງຍ້າຍ 2 ເຈົ້າເມືອງ ໄປຮັບໜ້າທີ່ໃໝ່

Published on

ໃນວັນທີ 12 ມັງກອນ 2018 ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄດ້ສະເໜີພິຈາລະນາຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນ ໃນກົງຈັກການປົກຄອງ ນະຄອນຫຼວງວຽງຈັນ ທັງນີ້, ກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ມີຄວາມສອດຄ່ອງ ແລະ ແທດເໝາະກັບຄວາມຕ້ອງການຂອງບຸກຄະລາກອນ ເພື່ອຮັບໃຊ້ໃຫ້ແກ່ພັດທະນານະຄອນຫຼວງວຽງຈັນໄລຍະໃໝ່.

ໃນນີ້, ໄດ້ມີການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກຈຳນວນໜຶ່ງ ເພື່ອໃຫ້ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຮັບຮອງເອົາ ເຊັ່ນ:

1. ແຕ່ງຕັ້ງ ທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງໆຫາດຊາຍຟອງ ເປັນຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ;

2. ແຕ່ງຕັ້ງ ທ່ານ ທະວີໄຊ ເໝົາຊົມພູ ຮອງເຈົ້າເມືອງໆໄຊເສດຖາ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວງຈັນ.

ສຳລັບການແຕ່ງຕັ້ງປ່ຽນແທນເຈົ້າເມືອງຜູ້ທີ່ໄດ້ຮັບການຍົກຍ້າຍນັ້ນ ຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ມີມະຕິຕົກລົງ ສະບັບເລກທີ 001/ຈ.ສພ.ນວ, ລົງວັນທີ 11 ມັງກອນ 2018 ຮັບຮອງແລ້ວ ເຊັ່ນ:

1. ຮັບຮອງເອົາ ທ່ານ ດາວເພັດ ດາລຸນ ເປັນເຈົ້າເມືອງໆສັງທອງ;

2. ຮັບຮອງເອົາ ທ່ານ ແກ່ນ ວໍລະສານ ເປັນວ່າການແທນເຈົ້າເມືອງໆຫາດຊາຍຟອງ.

ໃນທີ່ປະຊຸມໄດ້ເຫັນດີຮັບຮອງເອົາຕາມການສະເໜີຂອງອົງການປົກຄອງນະຄອນຫຼວງວຽງຈັນ ດ້ວຍຄະແນນສຽງສ່ວນຫຼາຍ.

ແຫລ່ງຂ່າວ: ຫນັງສືພິມ ເສດຖະກິດ ການຄ້າ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...