spot_img
Homeບໍລິການ ອຸຕຸແຈ້ງ ທ້າຍອາທິດນີ້ຫາຕົ້ນອາທິດໜ້າ ຈະມີຝົນຕົກຫລາຍຂຶ້ນຕື່ມ

ອຸຕຸແຈ້ງ ທ້າຍອາທິດນີ້ຫາຕົ້ນອາທິດໜ້າ ຈະມີຝົນຕົກຫລາຍຂຶ້ນຕື່ມ

Published on

 

ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດ ແຕ່ວັນທີ 3-9 ກັນຍານີ້ ຮ່ອງຄວາມກົດດັນອາກາດຕ່ຳ

ຍັງຈະມີກຳລັງປານກາງສືບຕໍ່ພັດຜ່ານບັນດາແຂວງພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້,

ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກຳລັງອ່ອນ, ເຊຶ່ງລັກສະນະເຊັ່ນນີ້ຈະ ເຮັດໃຫ້ມີຝົນ

ຕົກຟ້າຄະນອງກະຈາຍໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຈາກນັ້ນກາງຫາທ້າຍອາທິດວັນທີ 5-9 ກັນຍານີ້ ບໍລິເວນຄວາມກົດດັນອາກາດຕ່ຳຈະປົກຄຸມຢູ່ທົ່ວທຸກພາກຂອງ

ລາວດ້ວຍກຳລັງປານກາງ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມຢູ່ທົ່ວ

ທຸກພາກ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກ

ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ນັບທັງນະຄອນຫລວງວຽງຈັນ.

 

ສ່ວນສະພາບອຸນຫະພູມອາກາດໃນກາງອາທິດນີ້ຫາຕົ້ນອາທິດໜ້າຈະເຢັນລົງເລັກໜ້ອຍໃນແຕ່ລະພາກ ແລະ

ໜາວເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ, ເມືອງທ່າແຕງ ແລະ ພູພຽງບໍລະເວນປາກຊ່ອງ.

 

ສຳລັບສະພາບຝົນໃນວັນທີ 3-4 ກັນຍາ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ. ຈາກນັ້ນ

ວັນທີ 5 ກັນຍາ ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານກາງຢູ່ແຕ່ລະພາກ, ສ່ວນວັນທີ 6 ກັນ

ຍາ ຝົນຈະເບົາບາງລົງເລັກນ້ອຍ ແລະ ວັນທີ 7-9 ກັນຍາ ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນຕື່ມຢູ່ທົ່ວທຸກພາກ,

ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມໃນແຕ່ລະພາກ.

 

ສຳລັບສະພາບຝົນໃນຕົ້ນ ແລະ ທ້າຍອາທິດທີ່ຜ່ານມາມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍເປັນບໍລິເວນ

ກວ້າງ ແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ເຊິ່ງປະລິມານນ້ຳຝົນໄລຍະ 24 ຊົ່ວໂມງ

ຂອງວັນທີ 31 ສິງຫານີ້, ທີ່ສະຖານນີນິຄົມ 34 ແທກໄດ້ 127,7 ມິນລິແມັດ.

 

ແຫຼ່ງຂ່າວ: ລາວພັດທະນາ

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...