ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 22

ຕອນທີ 22 ງານກິດຈະກຳໂຮງຮຽນ (ຕໍ່)

ທາງທີມງານລະຄອນມີຜູ້ຊາຍໃນທີມບໍ່ພໍ ແລະ ຍັງຂາດພະເອກດັ່ງນັ້ນພວກເຂົາຈິ່ງສະເໜີໃຫ້ໂທນີມາຮ່ວມສະແດງ ແຕ່ໂທນີກໍ່ປະຕິເສດຄຳຊວນນັ້ນໄປ ມາລີບັງເອີນໄປໄດ້ຍິນ ຈິ່ງມີຄວາມຄິດຢາກໃຫ້ໂທນີສະແດງ ເພາະໂດຍສ່ວນຕົວມາລີຢາກໃຫ້ໂທນີຮ່ວມກິດຈະກຳກັບທາງຫ້ອງຢູ່ແລ້ວ ດັ່ງນັ້ນມາລີຈິ່ງອາສາທີມງານລະຄອນໄປຊ່ວຍກ່ອມໂທນີອີກແຮງ
ຫຼັງເລີກຮຽນມາລີໄດ້ໄປຫາໂທນີທີ່ເຮືອນ ໃນຂະນະທີ່ໂທນີກຳລັງໃຊ້ສະມາທິຈົດຈໍ່ກັບການອ່ານໜັງສື ມາລີກໍ່ເຂົ້າໄປທາງດ້ານຫຼັງໄປຈະເອ໋ສຽງດັງຈົນເຮັດໃຫ້ໂທນີຕົກໃຈ
ມາລີຫົວຂັວນ: ຂວັນອ່ອນແທ້ເດີ້ຜູ້ບ່າວ
ໂທນີຖອນຫາຍໃຈເບິ່ງໜ້າມາລີແບບເຊັງໆ: ມີວຽກຫຍັງ
ມາລີນັ່ງລົງຂ້າງໆໂທນີ: ວັນນີ້ບັງເອີນຜ່ານໄປໄດ້ຍິນທີມງານລະຄອນມາຊວນເພິ່ນໄປຮ່ວມສະແດງເປັນພະເອກ! ແຕ່ເປັນຫຍັງເພິ່ນຄືບໍ່ຕອບຮັບຄຳຊວນຂອງກະເຈົ້າ
ໂທນີ: ບໍ່ຢາກໃຫ້ຊີວິດວຸ້ນວາຍ
ມາລີ: ແຕ່ວ່າການທີ່ຊີວິດຂາດຄວາມວຸ້ນວາຍມັນກໍ່ບໍ່ມີຣົດຊາດໃດ໋ເພິ່ນວ່າບໍ່
ໂທນີ: ບໍ່
ມາລີ: ເພິ່ນຕ້ອງເບິງເຂົາເປັນຕົວຢ່າງເພາະເຂົາມີແຕ່ເລື່ອງວຸ້ນວາຍຊີວິດເລີຍເຕັມໄປດ້ວຍສີສັນ
ໂທນີ: ກັບໄປໄດ້ແລ້ວ! ຢາກຢູ່ແບບສະຫງົບ
ມາລີ: ຂໍຮ້ອງລ່ະ! ນ່າາາາາາາາາ! ເຂົາຢາກເຫັນເພິ່ນສະແດງເຖີງເວທີ ແລະ ນີ້ກໍ່ເປັນປີສຸດທ້າຍແລ້ວ ມີຄົນບອກວ່າໃນຊ່ວງທີ່ມີຄວາມສຸກທີ່ສຸດໃນຊີວິດຂອງຄົນເຮົາກໍ່ຄືຊ່ວງທີ່ຢູ່ຮົ້ວມັດທະຍົມນີ້ ແຫຼະ ເພາະເມື່ອເຮົາກ້າວເຂົ້າສູ່ວິຊາຊີບແລ້ວເຮົາກໍ່ຈະເປັນຜູ້ໃຫຍ່ ແລະ ມີຄວາມຄິດ ມີຫຼາຍຢ່າງເຂົ້າມາໃຫ້ເຮົາຮັບຜິດຊອບ ແຕ່ຊ່ວງໄວນີ້ເຮົາຍັງເປັນໄວເຍົາວະຊົນ ບໍ່ຕ້ອງຄິດແບບຜູ້ໃຫຍ່ ມີໜ້າທີ່ຄືຮຽນ ກິນ ຫຼິ້ນ ເທົ່ານັ້ນ ແລະ ກໍ່ມີກິດຈະກຳຫຼາຍໆຢ່າງໃຫ້ເຮັດຮ່ວມກັບເພື່ອນໆ ເຮົາບໍ່ຄວນປ່ອຍເວລາທີ່ມີຄວາມສຸກນີ້ຈາກໄປເດັດຂາດ
ໂທນີ: ເວົ້າຈົບແລ້ວບໍ່! ຖ້າເວົ້າຈົບແລ້ວເຊີນອອກໄປ
ມາລີ: ບໍ່ໄປ
ໂທນີ: ຈະໄປດີໆ ຫຼື ຈະໃຫ້ໂຍນອອກໄປ
ມາລີແກວ່ງຫົວ ໂທນີເຫັນມາລີຫົວດື້ບໍ່ຍອມອອກໄປດີໆກໍ່ເລີຍຄິດແກ້ງມາລີໂດຍການສະແດງທ່າທາງອາການຫື່ນໃສ່
ໂທນີ: ຖ້າບໍ່ອອກໄປ! ບໍ່ຮັບຮອງຄວາມປອດໄພເດີ້! ອາດຈະປ້ຳຄາຫ້ອງນີ້ເລີຍກໍ່ໄດ້
ມາລີຮູ້ສຶກຢ້ານເມື່ອໂທນີໂນ້ມໜ້າມາຫາ ນາງຈິ່ງຟ້າວລຸກແລະແລ່ນອອກໄປນອກຫ້ອງທັງທີ່ໃຈສັ່ນໆ ມາລີຈົ່ມພຶມພຳເບົາໆຄົນດຽວນອກຫ້ອງ: ເກືອບເຊັດແລ້ວເຮົາ! ແຕ່ຄິດທົບທວນອີກຄັ້ງມາລີກັບຈົ່ມເສຍດາຍ: ມາລີເອີ້ຍຍຍຍຍ! ມຶງປ່ອຍໂອກາດນີ້ໄປໄດ້ແນວໃດ! ວ່າແຕ່ຈະກັບຄືນໄປຕອນນີ້ຈະທັນບໍ່ນິ! ວ່າແຕ່ມຶງກຳລັງຄິດບ້າຫຍັງລ່ະບາດນິ! ຕາຍແລ້ວວວວວ (ຄວາມຄິດຂອງມາລີສັບສົນແບບນີ້ເປັນປະຈຳ)

ເຊົ້າວັນຕໍ່ມາທີ່ໂຮງຮຽນ ອັກສອນຫົວໜ້າທີມລະຄອນ ແລະຍັງຫຼິ້ນເປັນນາງເອກໃນເລື່ອງໄດ້ມາຖາມໂທນີອີກຄັ້ງ
ອັກສອນ: ໂທນີ! ວ່າແນວໃດຕັດສິນໃຈວ່າຈະເຂົ້າຮ່ວມກັບພວກເຮົາໄດ້ ຫຼື ຍັງ
ໂທນີ: ມື້ນີ້ມີຊ້ອມຈັກໂມງ
ອັກສອນເຖິງກັບອຶ້ງເວົ້າຕິດໆຂັດໆ: ຫະ! ເຢ້…! ຫຼັງເລີກຮຽນ 1 ຊົ່ວໂມງ (16:30-17:30ນາທີ) ທີ່ຫ້ອງນີ້ເລີຍ
ດ້ວຍຄວາມດີໃຈແຮງອັກສອນເຖິງກັບຈັບມືໂທນີໄວ້ແໜ້ນພ້ອມກັບກ່າວຄຳຂອບໃຈ ແຕ່ໂທນີກໍ່ໄດ້ຄອຍໆຖົກມືອອກຈາກມືຂອງອັກສອນດ້ວຍສີໜ້າຕື່ນໆເລັກນ້ອຍ (ກັບຄົນອື່ນໂທນີຄ່ອນຂ້າງຫວງຕົວ)
ມາລີໄດ້ແນມມາເບິ່ງໂທນີດ້ວຍສີໜ້າຍິ້ມແຍ້ມດີໃຈທີ່ໂທນີຕອບຕົກລົງຮັບຫຼິ້ນລະຄອນໃນບົດພະເອກ

ເມື່ອຮອດໂມງຊ້ອມລະຄອນມາລີໃນນາມທີ່ນາງເປັນຝ່າຍຊ່ວຍເວົ້າໃຫ້ໂທນີມາຫຼິ້ນລະຄອນໄດ້ນາງຈິ່ງໄດ້ຮັບສິດພິເສດເຂົ້າໄປນັ່ງເບິ່ງພວກເຂົາໃນເວລາຊ້ອມ ແຕ່ມີສາກໜຶ່ງທີ່ພະເອກນາງເອກຕ້ອງກອດກັນ ແຕ່ເພາະຄວາມຫຶງຫວງໂທນີສາກນີ້ມາລີຈິ່ງຂັດຂ້ານ
ມາລີເວົ້າອອກໄປດ້ວຍສີໜ້າສຽງບໍ່ພໍໃຈ: ກອດຫ່າງໆກັນກໍ່ໄດ້ບໍ່ເຫັນຕ້ອງກອດກັນໃກ້ຊິດຂະໜາດນັ້ນ
ແລະ ມີອີກໜຶ່ງສາກທີ່ພະເອກ ແລະ ນາງເອກຕ້ອງສະແດງຄວາມຮັກໂດຍການຫອມແກ້ມກັນ ສາກນັ້ນແທງໃຈມາລີດົນເຫັນບໍ່ໄດ້ ໃນຂະນະທີ່ອັກສອນກັບໂທນີຈະເລີ່ມຊ້ອມສາກນີ້ມາລີໄດ້ໂວຍວາຍຂັດໄວ້
ມາລີ: ຢຸດກ່ອນ! ສາກນີ້ບໍ່ສົມຄວນທີ່ສຸດ! ຂ້ອຍຄິດວ່າຄວນຕັດອອກ ພຽງການສະແດງປະກວດໃນໂຮງຮຽນເປັນຫຍັງຕ້ອງມີສາກພວກນີ້ ທັງສາກນີ້ ແລະ ສາກກອດຕັດອອກໄປເລີຍ ຂັດໃຈຢ່າງແຮງ
ຫຼັງມາລີເວົ້າຈົບນາງເຖິງກັບຕະລຶງຫົວຫົດ ເນື່ອງຈາກສາຍຕາຂອງທີມລະຄອນທີ່ຈ້ອງມາທີ່ມາລີນັ້ນເປັນຕາຢ້ານສຸດໆ ມາລີມັກຈັດຈັງຫວະ ສຽງດັງ ເຊິ່ງເປັນການລົບກວນສະມາທິຂອງນັກສະແດງ ດັ່ງນັ້ນນາງຈິ່ງຖືກເຊີນອອກມາຢູ່ທາງນອກ ໂດຍທີ່ນາງຕ້ອງຈຳໃຈອອກມາ ແລະ ກໍ່ເຮັດໃຫ້ມາລີບໍ່ໄດ້ເຂົ້າໄປເບິ່ງພວກເຂົາຊ້ອມລະຄອນອີກເລີຍ

ທີ່ເຮືອນມາລີຍ່າງເຊັງໆລາກຕີນມາທີ່ໜ້າບ້ານເຫັນແມ່ກຳລັງຂາຍໜັງສືພິມ ແລະ ຕຸກນ້ຳເກົ່າໃຫ້ແມ່ຄ້າຮັບຂອງເກົ່າ ທັນໃດນັ້ນມາລີກໍ່ຄິດອອກ ມາລີໄດ້ຟ້າວແລ່ນໄປຫາແມ່ເພື່ອຂໍໜັງສືພິມປະມານໜຶ່ງຕັບ
ມາລີ: ແມ່ລູກຂໍໜັງສືພິມໄດ້ບໍ່! ເອົາບໍ່ຫຼາຍດອກປະມານຕັບດຽວກໍ່ໜ້າຈະພໍ
ແມ່ມະລິເບິ່ງໜ້າລູກດ້ວຍຄວາມແປກໃຈ: ລູກຈະເອົາໜັງສືພິມໄປເຮັດຫຍັງ
ມາລີ: ເອົາໄປເຮັດສິ່ງປະດິດສົ່ງເຂົ້າປະກວດໃນງານຂອງໂຮງຮຽນ
ແມ່ມະລິ: ໄດ້ຕວະລູກ! ເອົາຕັບດຽວສິພໍຢູ່ບໍ້ ແມ່ໃຫ້ເພີ່ມເປັນ 3 ຕັບເລີຍດີບໍ່
ມາລີ: ຂອບໃຈແມ່
ມາລີຟ້າຫອບເອົາໜັງສີພິມທີ່ແມ່ໃຫ້ໄປໄວ້ໃນເຮືອນຂອງນາງ ແລະ ມາລີກໍ່ຟ້າວຖີບລົດໄປທີ່ຮ້ານກິ໋ບຊ໊ອຟແຖວບ້ານເພື່ອໄປຫາຊື້ຕຸ້ມຫູ ແລະ ປະລັກແຂນຍາງ ຈາກນັ້ນກ່ອນກັບມາລີກໍ່ໄດ້ແວະຮ້ານຂາຍເຄື່ອງກໍ່ສ້າງເພື່ອຊື້ກ່າວ ATM ກ່ອງນ້ອຍ 1 ກ່ອງ ກັບ ແລັກເກີ້ 1 ແກ້ວ
ເມື່ອໄດ້ອຸປະກອນຄົບທັງໜັງວືພິມເກົ່າ, ກາວ, ມີດຕັດ, ໄມ້ບັນທັດ, ຄີມໜີບ, ແລັກເກີ້, ໄມ້ດິ້ວ, ຕຸ້ມຫູ ແລະ ປະລັກແຂນ ມາລີກໍ່ເລີ່ມລົງມືເຮັດ ໂດຍການແຕ້ມ ແລະ ຕັດໜັງສືພິມໃຫ້ເປັນເສັ້ນສະເໝີກັນໃຫ້ໄດ້ຄົບຕາມຈຳນານທີ່ຕ້ອງການກ່ອນ ຈາກນັ້ນກໍ່ນ້ຳເຈ້ຍທີ່ຕັດເປັນເສັ້ນມາຜັນໃສ່ໄມ້ທີ່ເຫຼົາແລ້ວ ຜັນເຈ້ຍໃຫ້ມັນເປັນກໍ້ຍາວໆ ເມື່ອໄດ້ກໍ້ເຈ້ຍຄົບຕາມຈຳນວນ ກໍ່ນຳເຈ້ຍມາລີດໃຫ້ເປັນເສັ້ນແລບໆ ເມື່ອກຽມເຈ້ຍທີ່ຈະໃຊ້ຄົບແລ້ວ ມາລີກໍ່ເລີ່ມຈາກການເຮັດປະລັກແຂນກ່ອນ ໂດຍການນຳກໍ້ເຈ້ຍທີ່ກຽມໄວ້ມາກາວ ແລະ ນຳມາກ້ຽວອ້ອມກັບຕົວປະລັກແຂນຈົນສວຍງາມ ຕໍ່ມານາງກໍ່ມາເຮັດຕຸ້ມຫູໂດຍການຜັນເຈ້ຍເປັນກໍ້ແໜ້ນໆຈະໜາດຊ້ຳຝາແປັບຊີ ເມື່ອຜັນໄດ້ຄູ່ໜຶ່ງແລ້ວ ມາບີກໍ່ນຳມາປະກອບໃສ່ຍ່ວງຕຸ້ມຫູແທນໂຕເກົາທີ່ນາງເອົາອອກ ຫຼັງຈາກນັ້ນ ຂັ້ນຕອນສຸດທ້າຍມາລີກໍ່ລົງດ້ວຍແລັກເກີ້ ຕາມແດດໃຫ້ແຫ້ງເປັນອັນວ່າສຳເລັດສົມບູນ

ເຫຼືອເວລາອີກໜຶ່ງອີກໜຶ່ງອາທິດກ່ອນຮອດວັນແຂ່ງຂັນແທ້ ໄລຍະທີ່ຜ່ານມາໂທນີກໍ່ເອົາເວລາໄປຊ້ອມທັງ 7 ມື້ ເສົາ-ທິດກໍ່ບໍ່ໄດ້ພັກ ຈົນບໍ່ເຮັດໃຫ້ມາລີຫ່າງຈາກໂທນີ ເຖິງຈະຢູ່ເຮືອນໃຫ້ກັນ ແຕ່ທຸກວັນຫຼັງຈາກເລີກຊ້ອນໂທນີກັບຮອດເຮືອນກິນເຂົ້າແລະກໍ່ເຂົ້ານອນໄວເພາະຄວາມເໝື່ອຍ ມາລີເລີຍໄດ້ແຕ່ນັ່ງຂ້ຳແກ້ມຖອນຫາຍໃຈເທົ່ານັ້ນ
ມາລີ: ຖ້າຮູ້ວ່າຈະເປັນແບບນີ້ບໍ່ຢວັະໃຫ້ໂທນີໄປຊ້ອມລະຄອນກະດີຫຼ້າໆ ເວົ້າມາລະອິດສາອັກສອນຈິບຫາຍ! ໄດ້ເຂົ້າສາກກັບໂທນີ ມີທັງສາກກອດ ສາກຈູບທຸກວັນທຸກວັນແບບນີ້ ແລ້ວໂທນີຈະຫວັ່ນໄຫວບໍ່ເນາະ! ເຮົາເອງກໍ່ບໍ່ມີສິດເຂົ້າໄປເບິ່ງພວກເຂົາໃນເວລາຊ້ອມອີກຊ້ຳ! ເຫີ້… ປາແຫ້ງເຮົາອີກບໍ່ດົນຄົງຖືກແມວຄາບໄປກິນ
ໂທນີຍ່ອງເບົາໆມາທາງດ້ານຫຼັງມາລີ: ປາແຫ້ງເຈົ້າສິຖືກແມວທາງໃດຄາບໄປກິນ
ມາລີຕົກໃຈຫັນໄປເບິ່ງ: ໂທນີ! ມາໄດ້ແນວໃດ
ໂທນີນັ່ງລົງເຊິ່ງໜ້າມາລີ: ຍ່າງເຂົ້າມາທາງປະຕູຮົ້ວ
ມາລີ: ເອີ້ແມ່ນ! ແລ້ວມາເຮັດຫຍັງ
ໂທນີ: ແມມ່ໃຫ້ເອົາແກງບອນມາສົ່ງ
ມາລີ: ຝາກຂອບໃຈແມ່ເມສານຳເດີ້
ໂທນີ: ເປັນແນວໃດສິ່ງປະດິດ ເຮັດແລ້ວລະຫວາ
ມາລີ: ອື! ແລ້ວໆ! ແລະ ເພິ່ນເດະເປັນແນວໃດຊ້ອມລະຄອນ
ໂທນີ: ກະໂອເຄດິ
ມາລີ: ທີ່ວ່າໂອເຄນີ້ໝາຍເຖິງບົດເລື່ອງ ຫຼື ຄົນ
ໂທນີ: ກໍ່ທັງສອງຢ່າງ
ມາລີຖອນຫາຍໃຈ: ເຮີ້…
ໂທນີ: ແລ້ວຖອນຫາຍໃຈເຮັດຫຍັງ! ມີເລື່ອງຫຍັງ
ມາລີ: ບໍ່ມີຫຍັງດອກ ພຽງອິດສາອັກສອນທີ່ໄດ້ຫຼິ້ນສາກກອດຈູບກັບເພິ່ນ
ໂທນີໜ້າທະລຶ້ງ: ສະແດງວ່າເຈົ້າກໍ່ຢາກຫຼິ້ນສາກນີ້ກັບຂ້ອຍ
ມາລີຕອບແບບບໍ່ທັນໄດ້ຄິດ: ອື່ (ແປັບໜຶ່ງກໍ່ໜ້າແດງຄິດໄດ້! ສະຕິມາ) ບ້າ… ໃຜສິໄປຄິດແນວນັ້ນ
ໂທນີຍິ້ມມຸມປາກເຈົ້າເລ້: ອໍ…

ຮອດວັນແຂ່ງຂັນ ມາລີໄດ້ນຳຜົນງານຂອງຕົນສົ່ງເຂົ້າປະກວດ ແລະ ຖືກຄັດເລືອກໃຫ້ຕິດ 1 ໃນ 5 ສຸດຍອດສິ່ງປະດິດທີ່ມີຄວາມຄິດສ້າງສັນ ແລະ ໃຊ້ໄດ້ແທ້ ເຊິ່ງຜົນວ່າຜົນງານຂອງໃຜຈະໄດ້ທີ 1 ຈະມີການປະກາດໃນວັນຕໍໄປ
ທີ່ເວທີການສະແດງມື້ທຳອິດມີການແຂ່ງຂັນຟ້ອນກັບເຕັ້ນ ນັກຮຽນໄດ້ມາຮ່ວມກັນທີ່ລານເວທີ ເພື່ອເຊຍທີມຂອງຫ້ອງໂຕເອງ ຟ້ອນຂອງຫ້ອງ 6/3 ໄດ້ທີ 3 ສ່ວນເຕັ້ນໄດ້ລາງວັນຊົມເຊີຍ
ໃນວັນທີສອງມີການແຂ່ງຂັນ 2 ລາຍການສຸດທ້າຍນັ້ນກໍ່ຄືແຂ່ງຮ້ອງເພງກັບລະຄອນ ມັງກອນກັບເກສອນ ອອກມາຈາກຄວາມປະທັບໃຈໃຫ້ກັບຜູ້ຊົມ ແລະ ຄະນະກຳມະການຈົນໄດ້ຮັບສຽງເຊຍຢ່າງຫຼົ່ນຫຼາມ ແລະ ສາມາດຄວ້າໄດ້ລາງວັນທີ່ 1 ມາຄອງ ແລະ ໃນລະຫວ່າງທີ່ທີມງານລະຄອນຫ້ອງ 6/3 ຂຶ້ນໄປສະແດງກໍ່ໄດ້ຮັບສຽງກີ໊ດຈາກສາວໆດ້າມລຸ່ມຂອງເວທີບໍ່ຂາດສາຍເນື່ອງຈາກພະເອກໃນເລືອງນີ້ເປັນໜຸ່ມຫຼໍ່ໂທນີ ໜຸ່ມຂັວນໃຈຂອງສາວໆທັງໂຮງຮຽນ ມາລີຈ້ອງເບິ່ງໂທນີທີ່ກຳລັງເຮັດການສະແດງຢູ່ເທິງເວທີຢ່າງບໍ່ກະພິບຕາ ແຕ່ບາງຄັ້ງກໍ່ລຳຄານສຽງກີ໊ດຂອງເພື່ອນນັ້ນຮຽນຍິງ ມາລີນັ່ງເບິ່ງໄປແລະກ່ອນທີ່ຈະຮອດສາກທີ່ພະເອກນາງເອກຫອມແກ້ມກັນມາລີຈຳສາກນັ້ນໄດ້ມັນເປັນສາກທີ່ບີບຫົວໃຈສຸດ ມາລີເກີດຄວາມຄິດສອງຈິດສອງໃຈຈະເບິ່ງຫຼືບໍ່ເບິ່ງດີ ແຕ່ໃນທີ່ສຸດນາງກໍ່ຕັດສິນໃຈເບິ່ງ ແຕ່ມາລີກໍ່ຕ້ອງເກີດຄວາມແປກໃຈເພາະພວກເຂົາສະແດງຈົນຈົບເລື່ອງກໍ່ບໍ່ມີສາກນັ້ນ
ສາເຫດທີ່ບໍ່ມີສາກນີ້ເພາະໂທນີເປັນຄົນຂໍໃຫ້ທີມງານຕັດສາກນີ້ອອກໂດຍໃຫ້ເຫດຜົນວ່າເປັນສາກທີ່ບໍ່ເໝາະສົມ ເຊິ່ງບົດລະຄອນຂອງຫ້ອງ 6/3 ເຖິງແມ່ນວ່າຈະໄດ້ຮັບສຽງເຊຍຈາກນັກຮຽນຍິງໃນໂຮງຮຽນຈຳນວນຄ່ອນຂ້າງຫຼາຍ ແຕ່ຍ້ອນເນື້ອຫາຍັງບໍ່ໂດດເດັ່ນເທົ່າໃດ ຈິ່ງເຮັດໃຫ້ໄດ້ລາງວັນທີ 3 ໄປຄອງ ສ່ວນລາງວັນທີ 1 ຕົກເປັນຂອງຫ້ອງ 4/4

ມາເບິ່ງໝວດສິ່ງປະດິດ ຊຸດເຄື່ອງປະດັບເຈ້ຍໜັງສືພຶມຂອງມາລີໄດ້ເປັນອັນດັບທີສອງ ເຖິງຈະໄດ້ທີສອງມັນກໍ່ສ້າງຄວາມພາກພຸມໃຈໃຫ້ກັບມາລີເຖິງທີ່ສຸດ ເພາະນີ້ຖືວ່າເປັນລາງວັນແຫ່ງຄວາມສຳເລັດຄັ້ງທີສອງທີ່ມາລີໄດ້ຮັບມັນ ຫຼັງຈາກທີ່ເຄີຍໄດ້ຂອງຂັວນລາງວັນນັກຮຽນດີເດັ່ນໄດ້ 7 ທຸກວິຊາເມື່ອຫຼາຍເດືອນທີ່ຜ່ານມາ
ສິ່ງປະດິດຂອງມາລີຖືກຕິດຊື່ແລະຈັດສະແດງໄວ້ໃນຫ້ອງກິດຈະກຳ ໂທນີກໍ່ໄດ້ມາເບິ່ງ ໂທນີເມື່ອເຫັນສິ່ງປະດິດຂອງມາລີແລ້ວກໍ່ຮູ້ສຶກພູມໃຈທັງແປກໃຈກັບຄວາມຄິດຂອງມາລີ
ໂທນີຍິ້ມ ແລະ ຄິດໃຈໃນ: ບໍ່ໜ້າເຊື່ອວ່າຜູ້ຍິງທີ່ບໍ່ເອົາຖ່ານຢ່າງມາລີ ຈະເຮັດສິ່ງເຫຼົ່ານີ້ອອກມາໄດ້ດີ!​ສົມແລ້ວທີ່ໄດ້ຮັບລາງວັນນີ້

ສຳລັບເງິນລາງວັນທີ່ໄດ້ທຸກສາຂາ ພວກເຂົາໄດ້ແບ່ງເປັນ 2 ສ່ວນ 1ສ່ວນເອົາເຂົ້າຄັງເງິນຂອງຫ້ອງ ແລະ ອີກໜຶ່ງສ່ວນແມ່ນເອົາໄປຊື້ອາຫານ ພ້ອມເຄື່ອງດື່ມມາລ້ຽງສະຫຼອງຄົນໃນຫ້ອງ ສະຖານທີ່ຈັດງານລ້ຽງແມ່ນຢູ່ທີ່ເຮືອນຄູປະຈຳຫ້ອງ