spot_img
Homeຂ່າວຕ່າງປະເທດໂອບາມາ ປະກາດໄລ່ລ່າ IS ຫລັງນັກຂ່າວອາເມຣິກັນຖືກສັງຫານລາຍທີສອງ

ໂອບາມາ ປະກາດໄລ່ລ່າ IS ຫລັງນັກຂ່າວອາເມຣິກັນຖືກສັງຫານລາຍທີສອງ

Published on

 

ປະທານາທິບໍດີ ບາຣັກ ໂອບາມາ ປະກາດສ້າງແນວຮ່ວມຕາມລ່າກຸ່ມ IS ຫຼັງນັກຂ່າວສະຫະລັດຖືກຂ້າຕັດຄໍອີກລາຍ

 

ວັນທີ 4 ກັນຍາ 2014 ນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ບາຣັກ ໂອບາມາ ປະກາດວ່າ ສະຫະລັດ

ອາເມຣິກາບໍ່ຫວັ່ນກົວຕໍ່ການຄຸກຄາມຂອງລັດອິດສະລາມ ຫຼື IS (Islamic State) ແຕ່ຈະສ້າງແນວຮ່ວມຂຶ້ນມາເພື່ອ

ປາບປາມນັກຮົບກຸ່ມນີ້ໃຫ້ສິ້ນຊາກ, ທັງນີ້ ຫຼັງຈາກກຸ່ມ IS ໄດ້ເຜີຍແຜ່ຄຣິບວີດີໂອການຂ້າຕັດຄໍຜູ້ສື່ຂ່າວຊາວອາເມ

ຣິກັນລາຍທີ 2 ພ້ອມກັບຍັງຂູ່ຊ້ຳອີກວ່າ ຖ້າວໍຊິງຕັນຍັງບໍ່ຢຸດຕິການໂຈມຕີທາງອາກາດຕໍ່ກຸ່ມຂອງຕົນໃນອີຣັກ ກໍຈະ

ດຳເນີນການຂ້າຕັດຄໍພົນລະເມືອງອັງກິດເປັນລາຍຕໍ່ໄປ.

 

ໂດຍຜູ້ນຳສະຫະລັດ ໄດ້ຖະແຫຼງລະຫວ່າງເດືອນທາງຢ້ຽມຢາມເອີລົບ ເພື່ອກຽມຕົວເຂົ້າຮ່ວມກອງປະຊຸມສຸດຍອດນາ

ໂຕ້ວ່າ ສະຫະລັດຈະເດີນໜ້າຕໍ່ສູ້ກັບການຄຸກຄາມ ແລະ ວິໄສທັດອັນປ່າເຖື່ອນຂອງກຸ່ມ IS ທີ່ແຍກໂຕອອກມາຈາກ

ກຸ່ມອັນກໍອິດະ ແລະ ປັດຈຸບັນໄດ້ຍຶດຄອງອານາບໍລິເວນກ້ວາງຂວາງໃນອີຣັກ ແລະ ຊີເຣຍ ໂດຍໄດ້ຕອກຢ້ຳອີກວ່າ

” ເປົ້າໝາຍຂອງເຮົາຄື ເຮັດໃຫ້ແນ່ໃຈວ່າ IS ຈະບໍ່ເປັນໄພຄຸກຄາມຕາເວັນອອກກາງອີກຕໍ່ໄປ “

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...