Homeຂ່າວຕ່າງປະເທດອູແກຣນບັນລຸຂໍ້ຕົກລົງຢຸດຍິງຖາວອນ ກັບກຸ່ມແບ່ງແຍກດິນແດນ

ອູແກຣນບັນລຸຂໍ້ຕົກລົງຢຸດຍິງຖາວອນ ກັບກຸ່ມແບ່ງແຍກດິນແດນ

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍານີ້ວ່າ ລັດຖະບານອູແກຣນໄດ້ບັນລຸຂໍ້ຕົກລົງຢຸດຍິງຢ່າງຖາວອນ

ກັບກຸ່ມແບ່ງແຍກດິນແດນແລ້ວ ໂດຍອ້າງລາຍງານຈາກ ການຖະແຫຼງຂອງທຳນຽບປະທານາທິບໍດີ ເປໂຕຣ ໂປໂຣ

ເຊນໂກ ຜູ້ນຳຂອງອູແກຣນທີ່ໄດ້ລະບຸວ່າ ອູແກຣນບັນລຸຂໍ້ຕົກລົງຢຸດຍິງຖາວອນກັບກຸ່ມແບ່ງແຍກດິນແດນໃນເຂດ

ດອນບາສ ເຊິ່ງລວມເຖິງແຂວງໂດເນດ ແລະ ລູຮານ ທີ່ຢູ່ທາງພາກຕາເວັນອອກຂອງປະເທດແລ້ວ ຫຼັງຈາກທີ່ທ່ານ

ໂປໂຣເຊນໂກ ໄດ້ໂທລະສັບຫາລືກັນກັບ ປະທານາທິບໍດີປູຕິນ ຂອງຣັດເຊຍ ແລະ ບັນລຸຄວາມເຂົ້າໃຈຮ່ວມກັນກ່ຽວ

ກັບຂັ້ນຕອນຕ່າງໆ ທີ່ຈະນຳໄປສູ່ການສ້າງສັນຕິພາບ, ດ້ານທຳນຽບແກຣມແລັງຂອງຣັດເຊຍ (ທຳນຽບປະທານາທິ

ບໍດີ) ກໍໄດ້ລະບຸໃນຖະແຫຼງການຂອງຕົນວ່າ ການໂທລະສັບຫາລືກັນ ລະຫວ່າງຜູ້ນຳຂອງທັງສອງ ມີການສະແດງ

ຄວາມເຫັນທີ່ມີຄວາມສຳຄັນພ້ອມກັນ ກ່ຽວກັບແນວທາງທີ່ເປັນໄປໄດ້ ໃນການຢຸດຕິວິກິດການຕ່າງໆ ໃນຂະນະທີ່

ທ່ານ ດິມິດຕຣີ ເພສຄັອບ ໂຄສົກຂອງປູຕິນ ກໍໄດ້ລະບຸວ່າ ທ່ານ ປູຕິນ ແລະ ທ່ານ ໂປໂຣເຊນໂກ ໄດ້ຫາລືກັນກ່ຽວ

ກັບຂັ້ນຕອນຕ່າງໆ ທີ່ມີຄວາມຄິດເຫັນສ່ວນໃຫຍ່ສອດຄ່ອງກັນ ທີ່ຈະນຳໄປສູ່ການຢຸດຍິງ ລະຫວ່າງກຸ່ມແບ່ງແຍກ

ດິນແດນ ແລະ ກອງກຳລັງທາງທະຫານຂອງອູແກຣນ ລວມເຖິງສັນຕິພາບທາງພາກຕາເວັນອອກຂອງອູແກຣນ

ຫຼັງຈາກທີ່ວິກິດການໄດ້ດຳເນີນມາດົນເຖິງ 6 ເດືອນແລ້ວ, ແຕ່ກໍບໍ່ໄດ້ມີການຕົກລົງກັນເລື່ອງການຢຸດຍິງຖາວອນ

ເນື່ອງຈາກຣັດເຊຍບໍ່ແມ່ນຄູ່ກໍລະນີໃນຂໍ້ຂັດແຍ່ງດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...