spot_img
Homeຂ່າວພາຍ​ໃນເລຂາທິການ ສຕລ ຍື່ນໃບລາອອກ

ເລຂາທິການ ສຕລ ຍື່ນໃບລາອອກ

Published on

ວົງການບານເຕະລາວງານເຂົ້າຕໍ່ເນື່ອງ ຫຼັງຈາກທີ່ ລາວພຣີເມຍລີກ 2018 ມີຫຼາຍທີມຖອນຕົວ ໂດຍສະເພາະທີມເກົ່າທີ່ຄຸ້ນໜ້າຄົນຕາກໍ່ອອກໄປແລ້ວ 4 ທີມ ເປັນຕົ້ນແມ່ນ ທິບ ສະຫວັນ ເອັຟຊີ ກັບ ດີເຄ ເອັຟຊີ ປະກາດຖອນຕົວຢ່າງເປັນທາງການແລ້ວ., ປັດຈຸບັນເຫຼືອພຽງ 7 ທີມທີ່ຍັງມີລາຍຊື່ເຂົ້າຮ່ວມການແຂ່ງຂັນ ແຕ່ຍັງບໍ່ທັນຮອດມື້ແຂ່ງກໍ່ຍັງບໍ່ມຄວາມແນ່ນອນ ແລະ ຫຼ້າສຸດ ເມື່ອວັນທີ 4 ມັງກອນ 2018 ທີ່ຜ່ານມາ ກໍ່ເກີດກະແສຂ່າວໃຫຍ່ໃນວົງການບານເຕະລາວ ເມື່ອ ທ່ານ ປອ. ໄຊບັນດິດ ຣາຊະພົນ ”ເລຂາທິການ ສຕລ” ຍື່ນໃບລາອອກ

ໂດຍເນື້ອໃນໂດຍຫຍໍ້ ຂໍໜັງສືດັ່ງກ່າວແມ່ນ ທ່ານ ປອ. ໄຊບັນດິດ ຣາຊະພົນ ໄດ້ແຈ້ງເຈດຈຳນົງ ໃນການລາອອກຈາກຕຳແໜ່ງຂອງຕົນ ເຖິງເລຂາທິການຂອງ FIFA, AFC ແລະ  AFF ພາຍຫຼັງເຮັດໜ້າທີ່ນີ້ມາເປັນເວລາ 6 ປີ. ເມື່ອໄດ້ຮັບຂ່າວແນວນັ້ນ ທາງທີມງານກໍ່ໄດ້ຕິດຕໍ່ໄປຫາທາງ ທ່ານ ປອ. ໄຊບັນດິດ ຣາຊະພົນ ວ່າມັນເປັນຄວາມຈິງບໍ່ ແລະກໍ່ໄດ້ຮັບການຢືນຢັນຄຳຕອບວ່າເປັນຄວາມຈິງ.

ສ່ວນສາເຫດໃນການລາອອກໃນຄັ້ງນີ້ ທ່ານໄດ້ເປີດເຜີຍວ່າ: “ເພື່ອເປັນການເປີດໂອກາດໃຫ້ ຄົນເກັ່ງໄດ້ເຂົ້າມາບໍລິຫານ, ທາງຄະນະ ບໍລິຫານງານ ສຕລ ມີ ເປົ້າໝາຍ ແລະ ຈຸດປະສົງ ທີ່ຈະພັດທະນາ ບານເຕະ ລາວ ດ້ວຍທີມງານໃໝ່ ເພື່ອບັນລະເປົ້າໝາຍ ທີ່ວາງໄວ້ ສ່ວນ ຂ້າພະເຈົ້າ ເອງ ກໍຈະໄດ້ຂໍເວລາໄປສຸມໃສ່ ທຸລະກິດ ຂອງຕົນເອງຢ່າງຈິງຈັງ “.

ເມື່ອຖາມເຖິງຜູ້ມາແທນຕຳແໜ່ງ ທ່ານກ່າວວ່າ” ສ່ວນຜູ້ມາແທນນັ້ນ ຍັງບໍ່ທັນມີ ແຕ່ເພີ່ນໄດ້ ແຕ່ງຕັ້ງຜູ້ຮັກສາການ ທ່ານ ຍອດແກ້ວ ແລະ ຮອງເລຂາທິການ ທ່ານ ສົມສະໜຸກ ມາຮັບພາລະແທນ ລໍຖ້າການແຕ່ງຕັ້ງ “.

 

ແຫຼ່ງຂ່າວ:Lao sport news

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...