spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ນະຄອນຫຼວງ ເລັ່ງແກ້ໄຂບັນຫາກຸ່ມແກ້ງກວນເມືອງ

ປກສ ນະຄອນຫຼວງ ເລັ່ງແກ້ໄຂບັນຫາກຸ່ມແກ້ງກວນເມືອງ

Published on

ຫົວໜ້າ​ກອງພັນ​ເຄື່ອນ​ທີ່ ​ປກສ ນະຄອນຫຼວງ​ວຽງ​ຈັນ ໃຫ້​ຮູ້ວ່າ: ກຸ່ມ​ໄວ​ໜຸ່ມ​ຂີ່​ລົດ​ກວນ​ເມືອງ ເປັນ​ປາກົດການ​ຫຍໍ້ທໍ້​ໜຶ່ງ​ໃນ​ສັງຄົມ ເຊິ່ງ​ກຳລັງ​ເຈົ້າ​ໜ້າທີ່​ພວມສຸມ​ໃສ່​ແກ້​ໄຂ​ຢ່າງ​ຕັ້ງໜ້າ ກັກ​ຕົວຜູ້​ກະທຳ​ຜິດ​ມາ​ສຶກ​ສາ​ອົບຮົມ ແລະ ດຳເນີນ​ຄະດີ​ຕາມ​ລະບຽບການ​ເປັນ​ຈຳນວນ​ຫຼາຍ ພ້ອມ​ປະສານ​ສົມທົບ​ກັບ​ຄອບຄົວ ອຳນາດ​ການ​ປົກຄອງ​ບ້ານ ແລະ ກຸ່ມ​ບ້ານ​ຕ່າງໆ ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ລູກ​ຫຼານ​ຂອງ​ຕົນ​ໄປ​ທ່ຽວເດິກ ແລະ ບໍ່​ໄປ​ມົ້ວ​ສຸມ​ກັບ​ສິ່ງ​ບໍ່​ດີຕ່າງໆ.

ໄລຍະ​ຜ່ານ​ມາ ຜູ້​ທີ່​ລະເມີດສ່ວນ​ຫຼາຍ​ແມ່ນ​ໄວ​ໜຸ່ມ​ອາຍຸ​ບໍ່ເກີນ 16 ປີ ຄອບຄົວ​ອ່າວ​ມີ​ຖານະ ແລະ ພໍ່​ແມ່​ມີ​ຕຳແໜ່ງ​ໜ້າທີ່​ວຽກງານ​ດີ ຈຶ່ງ​ເປັນຕົ້ນ​ເຫດ​ປາບ​ປາມໄດ້​ຍາກ ຜ່ານ​ການຈັດຕັ້ງ​ປະຕິບັດ​ຂອງ​ເຈົ້າ​ໜ້າທີ່ ນັບ​ແຕ່​ຕົ້ນເດືອນ​ເມສາ 2016 ເປັນຕົ້ນ​ມາ ແມ່ນ​ໄດ້​ເຄື່ອນ​ໄຫວ​ຢູ່ 6 ຈຸດ ຄື: ຖະໜົນໄກສອນ ຫາ 4 ແຍກ​ໄຟອຳນາດ​ດົງ​ໂດກ ຖະໜົນ​ລ້ານຊ້າງ ຫາວົງວຽນ 450 ປີ ເສັ້ນທາງ​ແຄມ​ຂອງ ແຕ່ 3 ແຍກ​ປາກ ປ່າ​ສັກຫາ 4 ແຍກ​ຫຼັກ 3 ເສັ້ນ ທາງ​ຫໍຄຳຫາ 3 ແຍກ​ສີ​ໄຄ ເສັ້ນທາງ T4 ແຕ່​ໄຟ​ອຳນາດ​ທາດຫຼວງ ຫາ 3 ແຍກ​ໜອງ​ໄຮ ແລະ ແຕ່​ຫົວ​ຂົວ​ດອນ​ແດງ ຫາ 4 ແຍກ​ໄຟ​ອຳນາດ​ຕານ​ມີ​ໄຊ ສາມາດ​ກວດກາ​ພົບ​ຜູ້​ລະເມີດ​ກົດ​ລະບຽບ​ຈະລາຈອນ ແລະ ນຳ​ມາສຶກ​ສາ​ອົບຮົມ​ກັບ​ທີ່ 2.458 ຄົນ ຍິງ 657 ຄົນ ກັກ​ລົດ​ໄດ້​ທັງ​ໝົດ 406 ຄັນ ໃນ​ນີ້ ລົດ​ໃຫຍ່ 8 ຄັນ (ຕິດ​ເຄື່ອງ​ສຽງ​ດັງ) ເປັນ​ລົດ​ດັດແປງ​ສະພາບ 156 ຄັນ ບໍ່​ຕິດປ້າຍ​ທະບຽນ 63 ຄັນ ແລະ ບໍ່​ຖືທະບຽນ 152 ຄັນ ນອກ​ນີ້ ກັກ​ຄົນທີ່​ມີ​ຢາ​ເສບ​ຕິດ​ໄວ້​ຄອບ​ຄອງ​ໄດ້ ຈຳນວນ 41 ຄົນ ຍິງ 2 ຄົນ ມີຂອງ​ກາງ​ຢາ​ບ້າ 1.269 ເມັດ ຢາໄອສ 8 ຖົງ​ນ້ອຍ ແລະ ເງິນ​ປອມຫຼາຍ​ກວ່າ 1 ລ້ານ​ກີບ.

ສຳລັບ​ມາດ​ຕະການ​ໃນຕໍ່ໜ້າ ແມ່ນ​ຈະ​ເພີ່ມ​ທະວີ​ການ​ໂຄສະນາສຶກ​ສາ​ອົບຮົມ​ໃຫ້​ສັງຄົມ ປະຕິບັດລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ດຳເນີນ​ການ​ສຶກ​ສາ​ອົບຮົມ​ສົ່ງສູນ​ດັດ​ສ້າງ ແລະ ເພີ່ມ​ມາດ​ຕະການ​ປັບ​ໃໝ​ຕໍ່​ຜູ້​ກະທຳ​ຜິດ​ຢ່າງເຂັ້ມ​ງວດ.

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...