Homeວັນນະກຳຈັນຍາບັນໂຈນ

ຈັນຍາບັນໂຈນ

Published on

ໂຈນປຸ້ນທະນາຄານເເຫ່ງຫນື່ງທີ່ປະເທດຈິນຈົກປືນອອກມາພ້ອມຮ້ອງໃສ່ພະນັກງານທະນາຄານວ່າ.”ທຸກຄົນຢ່າເໜັງ! ເງິນເປັນຂອງລັດ ຊີວິດເປັນຂອງພວກມືງ”
ພະນັກງານທຸກຄົນສະຫງົບສະຕິເເລ້ວກົ້ມລົງພື້ນ ບໍ່ມີໃຜຢາກສ່ຽງຊີວິດຂອງຕົວເອງເພື່ອປົກປ້ອງເງິນຂອງລັດ.

ນີ້ເພີ່ນເອີ້ນວ່າ “ເຕັກນິກການປ່ຽນແປງແນວຄິດຄົນ” ບິດເບືອນໜ້ອຍຫນື່ງກໍ່ສາມາດເຮັດໃຫ້ຄວາມຄິດຄົນໄດ້ປ່ຽນແປງໄປເເລ້ວ

ເມື່ອໂຈນເຫັນແມ່ຍິງຄົນຫນື່ງທີ່ນກົ້ມຢູ່ເທີງໂຕະ ເເລະ ກໍາລັງຕົວສັ້ນຢູ່. ທັນໃດນັ້ນມີໂຈນຮ້ອງໃສ່ແມ່ຍິງວ່າ “ກູມີສັດຈະທໍາຄວາມເປັນໂຈນ, ກູມາປຸ້ນທະນາຄານບໍ່ໄດ້ມາຂົ່ມຂືນມືງ! ” ເເລ້ວເເມ່ຍິງກໍ່ສະຫງົບສະຕິລົງ.

ນີ້ເພີ່ນເອີ້ນວ່າ “ຄວາມເປັນມືອາຊີບ” ຕັ້ງໃຈໃສ່ເປົ້າຫມາຍເທົ່ານັ້ນ.

ເມື່ອການປຸ້ນສໍາເລັດພວກໂຈນກໍ່ກັບຖານທີ່ໝັ້ນລັບຕົວເອງ. ເເລ້ວກໍ່ມີໂຈນລຸ້ນນ້ອງທີ່ຈົບລະດັບປະລິນຍາໂທດ້ານເສດຖະສາດມາຖາມໂຈນລຸ້ນອ້າຍວ່າ “ພວກເຮົານັບເງິນເບີ່ງດູປຸ້ນເງິນມາໄດ້ເທົ່າໃດ,” ໂຈນລຸ້ນອ້າຍທີ່ຈົບລະດັບການສຶກສາປະຖົມຕອບໄປວ່າ. “ມືງຈະນັບເຮັດຫຍັງ! ເງິນຕັ້ງຫຼາຍຈະນັບຈັງໃດໝົດ, ຈັກຫນ້ອຍຄືນນີ້ເຂົາກໍ່ອອກໂທລະພາບບອກເອງວ່າພວກເຮົາປຸ້ນມາໄດ້ເທົ່າໃດ”

ນີ້ເພີ່ນເອີ້ນວ່າ “ປະສົບການ”ຊື່ງປັດຈຸບັນນີ້ມີຄວາມສໍາຄັນຫລາຍກວ່າໃບປະລິນຍາຫລາຍໃບເລີຍ

ໃນເວລາທີ່ໂຈນອອກໄປຈາກທະນາຄານຜູ້ຈັດການທະນາຄານບອກໃຫ້ຮອງຜູ້ຈັດການໂທຫາຕໍາຫຼວດເບີ191, ແຕ່ຜູ້ຮອງຈັດການທະນາຄານໄດ້ປະຕິເສດວ່າ “ຖ້າກ່ອນ! ພວກເຮົາມານັບກ່ອນວ່າໂຈນປຸ້ນໄປເທົ່າໃດຫຼັງຈາກນັ້ນກໍ່ບອກຕໍາຫຼວດວ່າໂຈນປຸ້ນໄປຫຼາຍກວ່າຈໍານວນນັ້ນ80ລ້ານຢວນ. ”

ນີ້ເພີ່ນເອີ້ນວ່າ “ນໍ້າຂື້ນໃຫ້ຫີບຕັກ ຫຼື ປ່ຽນວິກິດການເປັນໂອກາດ“

ຜູ້ຈັດການບອກໄປວ່າ”ຖ້າໂຈນມາປຸ້ນທະນາຄານທຸກໆເດືອນຄືຈະດີ”

ນີ້ເພີ່ນເອີ້ນວ່າ”ການຂ້າເວລາຫລີ້ນ” ບໍ່ມີຫຍັງອີກເເລ້ວທີ່ດີໄປກ່ວາຄວາມສຸກຂອງເຮົາ.

ມື້ຕໍ່ມາ,ໂທລະພາບທຸກຊ່ອງລາຍງານວ່າມີໂຈນປຸ້ນທະນາຄານໄປຫລາຍກວ່າ 100 ລ້ານຢວນ, ແຕ່ພວກໂຈນນັບໄປມາເທົ່າໃດເທື່ອກໍ່ມີພຽງແຕ່ 20 ລ້ານຢວນເທົ່ານັ້ນ. ຫົວໜ້າໂຈນໃຈຮ້າຍເເລ້ວລະບາຍອອກໄປວ່າ “ພວກເຮົາສ່ຽງຊີວິດ ແລະ ປຸ້ນທະນາຄານມາໄດ້ພຽງແຕ່ 20 ລ້ານຢວນ, ແຕ່ຜູ້ຈັດການທະນາຄານໃຊ້ຫົວຄິດຫນ້ອຍດຽວໄດ້ໄປເຖີງ 80 ລ້ານຢວນ“ ຈຸດດີການສຶກສາເປັນເເບບນີ້

ນີ້ເພີ່ນເອີ້ນວ່າ “ຄວາມຮູ້ມີມູນຄ່າຫຼາຍກ່ວາເງິນຄໍາ”

ຜູ້ຈັດການທະນາຄານອົມຍິ້ມດີໃຈຢ່າງເເຮງເນື່ອງຈາກວ່າຢູ່ດີໆ, ລາວໄດ້ເງິນເຖິງ 80 ລ້ານຢວນເພາະເປັນຄວາມຜິດຂອງໂຈນປຸ້ນທະນາຄານນີ້ເອງ.

ນີ້ເພີ່ນເອີ້ນວ່າ “ການສໍ້ລາດບັງຫລວງ” ມືອາຊີບເຫນືອມີອາຊີບແຕ່ບໍ່ເເມ່ນສິ່ງທີ່ດີ

ນີ້ສອນໃຫ້ຮູ້ວ່າໃຫຍ່ໄປເເລ້ວຢ່າຄິດໂຈນ ເພາະສະໄໜນີ້ມີກອງປິດສະໜາ

ທີ່ມາ: Free Post

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...