spot_img
Homeຊີວິດແລະຄວາມຮັກອັບເດດເທຣນສີງານແຕ່ງງານມາແຮງໃນປີ 2018

ອັບເດດເທຣນສີງານແຕ່ງງານມາແຮງໃນປີ 2018

Published on

ສຳລັບຄູ່ຮັກທີ່ມີແຜນຈະແຕ່ງງານກັນໃນປີ 2018 ໃນວັນນີ ຄໍລຳ ຊີວິດກັບຄວາມຮັກ ກໍ່ມີເທຣນຄູ່ສີມາແຮງໃນປີ 2018 ມາຝາກ ຮັບຮອງວ່າຕຣີມງານແຕ່ງປີນີ້ມີຫຼາກຫຼາຍອາລົມແນ່ນອນ ທັງໂຣແມນຕິກ, ອົບອຸ່ນເຢັນຕາ ໄປຈົນເຖິງຫຼູເລີດແຝງດ້ວຍກິ່ນອາຍເຊັກຊີ້ເລັກໜ້ອຍ ແຕ່ໂດຍລວມແລ້ວຕຣີມງານແຕ່ງ 2018 ຈະເນັ້ນການໃສ່ສີທຳມະຊາດ ເຊັ່ນ: ສີຂຽວໃບໄມ້ ແລະ ການໃຊ້ສີແບບລຽບງ່າຍແຕ່ເບິ່ງເກ໋ໄກ໋ສຸດໆ

1. ແບບຝຸ່ນ Rose ແລະ ສີຂຽວ

ສີບົວກີບດອກກຸຫຼາບ + ສີຂຽວຂີ້ມ້າ ຫຼື ຂຽວໃບໄມ້ ສອງສີນີ້ເປັນສີທີ່ຈະເນລະມິດໃຫ້ງານແຕ່ງງານຂອງທ່ານກາຍເປັນງານແຕ່ງທີ່ເບິ່ງໂຣແມນຕິກ ດ້ວຍຄວາມຫວານທີ່ມີກິ່ນອາຍແບບທຳມະຊາດ

2. ລາເວັນເດີ ແລະ Lilac

ສີມ່ວງລາເວນເດີ້ + ສີມ້ວງໄລແລດ ມ້ວງສອງໂທນສີທີ່ເສີມຄວາມສົມບູນແບບໃຫ້ແກ່ກັນເໝາະໃນການໃຊ້ໃນການແຕ່ງ ເພາະມັນຈະໃຫ້ງານແຕ່ງໄດ້ອາລົມຫວານແບບສຸຂຸມ ມີສະເໜ່ລ້ຳລຶກ

3. ຝຸ່ນສີຟ້າ ແລະ ສີແດງເຂັ້ມ

ສີນ້ຳເງິນອ່ອນ + ສີແດງເຂັ້ມ ສອງຄູ່ສີທີ່ແຕກຕ່າງກັນ ແຕ່ພໍຈັບມາລວມກັນກໍ່ເບິ່ງເກ໋ໄກ໋ໄປອີກແບບ ເບິ່ງສະຫງ່າງາມບໍ່ໜ້ອຍໜ້າໃຜ ແຕ່ຕ້ອງເປັນສີນ້ຳເງິນທີ່ປົນຂາວ ເມື່ອເອົາສີແດງມາຕັດ ຈະເຮັດໃຫ້ງານແຕ່ງງານໂທນສີນີ້ມີທັງກິ່ນອາຍຄວາມສະຫງ່າງາມ ແລະ ໂດດເດັ່ນ

4. ສີດຳ, ສີຂາວ ແລະ ສີທອງ

ສີດຳ + ສີຂາວ + ສີທອງ ເປັນໝວດສີສຸດຄລາດສິກຢ່າງແທ້ຈິງ ໂດຍສະເພາະບ່າວສາວທີ່ຮັກຄວາມລຽບງ່າຍ ຫຼື ຕ້ອງການງານແຕ່ງແບບຊິລໆ ແຕ່ເບິ່ງແລ້ວມີກິ່ນອາຍຂອງຄວາມໂມເດິ້ນແບບບໍ່ທຳມະດາ

5. Sha des of Blue

ສີຟ້າຕ່າງລະດັບ ຖ້າຢາກໃຫ້ງານແຕ່ງງານຂອງທ່ານມີກິ່ນອາຍໂຣແມນຕິກແບບສະບາຍບໍ່ຫວືຫວາ ທ່ານສາມາດໃຊ້ສີຟ້າຕ່າງລະດັບສີຊ່ວຍໄດ້ບໍ່ວ່າຈະເປັນຟ້າອ່ອນ, ຟ້າເຂັ້ມ ຫຼື ຈະອອກໄປທາງມ້ວງເລັກໜ້ອຍ ເພາະມັນຈະໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ສົດໃສໄປພ້ອມກັນ

6. ສີແດງວິນເທດ + ສີບົວພູພີຊ

ສີແດງອົມສົ້ມ ແລະ ສີແດງບານເຢັນ + ສີບົວພູພີຊ ທີມສີນີ້ເປັນໂທນສີຮ້ອນລ້ວນໆ ແຕ່ຈະຊ່ວຍເນລະມິດງານແຕ່ງງານຂອງທ່ານໃຫ້ມີບັນຍາກາດຄຶກຄັກ ສົດຊື່ນສົດໃສ

7.  ສີນ້ຳເງິນເຂັ້ມ ແລະ ສີມ້ວງ

ສີນ້ຳເງິນ+ສີມ້ວງ ສອງສີແຫ່ງຄວາມສຸຂຸມ ແລະ ນຸ້ມນວນມາເຈິກັນ ກາຍເປັນຕຣີມສີທີ່ຈະເຮັດໃຫ້ງານແຕ່ງເບິ່ງອົບອຸ່ນ ເຢັນສະບາຍ ເປັນກິ່ນອາຍແຫ່ງຄວາມຮັກທີ່ບໍ່ຫວືຫວາ ແຕ່ຈິງຈັງ ແລະ ມີຄວາມເປັນຜູ້ໃຫຍ່

8. ສີທອງປະກາຍ + ສີແດງໄວນ໌

ສີທອງປະກາຍ + ສີແດງໄວນ໌ ຄູ່ສີຫວານເບົາໆ ແຝງກິ່ນອາຍເຊັກຊີ ເນລະມິດງານແຕ່ງງານໃຫ້ມີບັນຍາກາດຫວານເຢັນ ມີມົນສະເໜ່ ແລະ ແອບມີຄວາມຫຼູຫຼາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...