spot_img
Homeຂ່າວພາຍ​ໃນລັດຖະບານລາວສຳເລັດ 11 ໂຄງການໃຫຍ່ ພາຍໃນປີ 2017

ລັດຖະບານລາວສຳເລັດ 11 ໂຄງການໃຫຍ່ ພາຍໃນປີ 2017

Published on

ກະຊວງແຜນການ ແລະ ການລົງທຶນ ເຜີຍໃຫ້ຮູ້ເມື່ອບໍ່ນານມານີ້ວ່າ: ໃນປີຜ່ານມາ ລັດຖະບານລາວ ສາມາດປະຕິບັດ ໂຄງການພັດທະນາ ພື້ນຖານໂຄງລ່າງສຳຄັນ ຈຳນວນ 11 ໂຄງການໃຫຍ່ ຄື:​ ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ໂຄກເຂົ້າດໍ-ປາກລາຍ, ໂຄງການກໍ່ສ້າງຂົວ 7 ແຫ່ງ ຢູ່ເສັ້ນທາງ ເລກ 6A ສົບເບົາ-ບ້ານດ່ານ ແຂວງຫົວພັນ, ໂຄງການນໍ້າປະປາ ແລະ ສຸຂາພິບານ ຕົວເມືອງນ້ອຍໃນ 10 ຕົວເມືອງ, ໂຄງການກໍ່ສ້າງທາງເລກ 1A ບຸນເໜືອ-ລານຕຸຍ ແຂວງຜົ້ງສາລີ, ໂຄງການກໍ່ສ້າງ ນໍ້າປະປາ 5 ແຫ່ງ ຢູ່ເມືອງແບ່ງ, ເມືອງຄອບ, ເມືອງຫ້ວຍຊາຍ, ເມືອງໄຊຍະບູລີ ແລະ ເມືອງໂຂງ ທີ່ໄດ້ ຮັບການສະໜັບສະໜູນທຶນຈາກ NEDA, ໂຄງການກໍ່ສ້າງທາງເລກ 13 ເໜືອ ຕອນທາງເມືອງໄຊ-ປາກ ມອງ, ໂຄງການກໍ່ສ້າງທາງ ບ້ານຮວກ-ເມືອງຄອບ, ຄອນຕີ້, ໂຄງການກໍ່ສ້າງເສັ້ນທາງ ເມືອງຊຽງຮອນ-ເມືອງຄອບ, ໂຄງການປັບປຸງສະໜາມບິນປາກເຊ, ຂົວຂ້າມນໍ້າເຊໂດນ ຈຸດບ້ານດອນແຊ ເມືອງຊະນະ ສົມບູນ ແຂວງຈຳປາສັກ, ໂຄງການຟື້ນຟູເສັ້ນທາງ ແຕ່ບ້ານລາດຄ້າຍທາງເລກ 5 ຫາ ສົບສຽມທາງເລກ 1D ແລະ ເສັ້ນທາງຜາເໜືອ ຫາປຸ່ງມາຍແຂ ແຂວງເຊກອງ.

ນອກຈາກນີ້, ລັດຖະບານຍັງໄດ້ເອົາໃຈໃສ່ ບັນດາໂຄງການຍຸດທະສາດ ທີ່ມີຄວາມຄືບໜ້າຄື: ຂະຫຍາຍອາຄານສະໜາມບິນສາກົນວຽງຈັນ ປະຕິບັດໄດ້ 30,74%, ກໍ່ສ້າງທາງຫົງສາ-ຊຽງແມນ ປະຕິບັດ ໄດ້ 56,77%, ກໍ່ສ້າງທາງປູຢາງ 2 ຊັ້ນ ເສັ້ນທາງເລກ 6A+6B ຫາງລ້ອງ-ສົບເບົາ-ປ່າຮ່າງ ສະເພາະ 6B ແມ່ນສຳເລັດ 100%, ທາງ 6A ປະຕິບັດໄດ້ 74,35% ແລະ ໄລຍະທາງແຕ່ວຽງໄຊ-ນໍ້າໂຊ້ຍ ແມ່ນໄດ້ສຳເລັດການກະກຽມສະໜາມ, ໂຄງການກໍ່ສ້າງຂົວເຊກອງປະຕິບັດໄດ້ 88,68% ກໍ່ສ້າງຂົວໃໝ່ ປ່ຽນແທນຂົວເກົ່າ 2 ແຫ່ງຕາມທາງເລກ 9 ແຂວງສະຫວັນນະເຂດ ປະຕິບັດໄດ້ 16,2%, ໂຄງການກໍ່ ສ້າງທາງສາມແຍກນາຊາງຫາທົ່ງທູ ແລະ ເທດສະບານ ເມືອງຊຳໃຕ້ ປະຕິບັດໄດ້ 62,47%, ໂຄງການ ທາງທ່າເຫລົ້າ-ຊຳໃຕ້ ປະຕິບັດໄດ້ 75,73%, ໂຄງການທາງຊົນນະບົດ ປະຕິບັດໄດ້ 70,47% ແລະ ໂຄງການອື່ນໆ ກໍມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດເຊັ່ນດຽວກັນ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...