ຮັກໃສໃສ…ຫົວໃຈມັດທະຍົມ ຕອນ 1

ຕອນ 1 ຖືກສະເປັກ

ຫຼັງຈາກຝົນຕົກລິນຜ່ານມາສອງມື້, ເຊົ້າມື້ນີ້ຟ້າເປີດອາກາດແຈ່ມໃສດີ ມາລີ ທີ່ອົດອູ້ຢູ່ແຕ່ໃນເຮືອນໃນຊ່ວງຝົນຕົກກໍ່ໄດ້ເວລາທີ່ຈະອອກໄປລັນລານອກບ້ານ ແລະ ໃນຂະນະທີ່ນາງກຳລັງໄຂປະຕູຮົ້ວກໍ່ເຫັນລົດໃຫຍ່ມີເຄື່ອງເຮືອນເຕັມຫຼັງລົດຈອດຢູ່ໜ້າປະຕູຮົ້ວຂອງເຮືອນຂ້າງບ້ານທີ່ຂາຍໄປເມື່ອສອງອາທິດກ່ອນ ມາລີເລີຍຄິດວ່າໜ້າຈະແມ່ນເຈົ້າຂອງເຮືອນຄົນໃໝ່ທີ່ຍ້າຍເຂົ້າມາຢູ່ ນາງຈິ່ງຢຸດນິ້ງດ້ວຍທ່າຄາບລົດຖີບສີບົວຂອງນາງເພື່ອສັງເກດການ ແລະ ຜ່ານໄປບໍຮອດ 5 ນາທີ ມາລີກໍ່ໄດ້ເຫັນ ໂທນີ ລູກຊາຍເຈົ້າຂອງບ້ານຄົນໃໝ່ລົງມາຈາກລົດເກັ່ງສີດຳຄັນງາມ “ຜູ້ຊາຍສູງຂາວຫຸ່ນດີໜ້າທັ່ງດັງຄົມຄົນນັ້ນຊ່າງດີຕໍ່ໃຈແທ້ເນາະ” (ມາລີນຶກຄິດ) ແລະ ຫຼົງເອີ່ຍອອກໄປແບບບໍ່ທັນຕັ້ງຕົວ “ໂອ໊ບປ່ະ” ໂທນີ້ໄດ້ຍິນທີ່ມາລີເວົ້າຄຳວ່າ “ໂອ໊ບປ່ະ” ຈິ່ງໄດ້ຫັນໜ້າມາເບິ່ງມາລີດ້ວຍສີລຽບໆກ່ອນທີ່ຈະຍ່າງເຂົ້າເຮືອນໄປ

ໜຶ່ງອາທິດຕໍ່ມາ ພໍ່ແມ່ຂອງໂທນີໄດ້ມາທີ່ເຮືອນຂອງ ມາລີ ເພື່ອມາເລົ່າໄປໃຫ້ໄປຮ່ວມງານລ້ຽງຂຶ້ນເຮືອນໃໝ່ ຮອດມື້ວັນງານຄອບຄົວຂອງມາລີກໍ່ໄປຮ່ວມ ໃນງານຈັດໃຫຍ່ຈັດເຕັມແບບໂຕະຈີນສີແດງກວ່າ 20 ໂຕະ ຄົນສ່ວນຫຼາຍທີ່ມາຮ່ວມງານກໍ່ເປັນຄົນທີ່ຄ່ອນຂ້າງມີຖານະເບິ່ງຈາກການແຕ່ງຕັວ ແລະ ລົດທີ່ພວກເຂົາຂີ່ມາ ມາລີກໍ່ມາຮ່ວມງານກັບພໍ່ແມ່ ພວກເຂົາທັງສາມນັ່ງທີ່ໂຕະດ້ານຊ້າຍມື ມາລີຮູ້ສຶກຕື່ນເຕັ້ນເລັກນ້ອຍ ແຕ່ກໍ່ຍັງກິນອາຫານຢ່າງແຊບຊ້ອຍ ພ້ອມທັງສອດສ່ອງສາຍຕາແນມຫາໂທນີແຕ່ກໍ່ບໍ່ເຫັນເຂົາຢູ່ໃນງານ ແລ້ວພິທີກອນກໍ່ຂຶ້ນມາກ່າວແຈ້ງໃຫ້ທຸກຄົນໃນງານຮູ້ເຖິງຊ່ວງສຳຄັນທີ່ເປັນໄຮໄລ້ຂອງງານນັ້ນຄືການໂຊຫຼິ້ນເປຍໂນຂອງໂທນີໃນເພງຂອງ Westlife – My Love ໂທນີມາໃນຊຸດສູດສຸພາບສີດຳຕັດກັບສີຜິວຂາວນວນກະທົບກັບແສງໄຟສາດສ່ອງອໍຣ້າຄວາມຫລໍ່ທະລຸລ້ານປີແສງຈົນເຮັດໃຫ້ມາລີຈ້ອງເບິ່ງຕາບໍ່ກະພຣິບດ້ວຍໃບໜ້າເມີ່ລອຍທີ່ເຕັມໄປດ້ວຍຈິນຕະນາ ການອັນແສນຫວານດັ່ງກັບຕົນເອງເປັນເຈົ້າຍິງແລະປຽບໂທນີເປັນດັ່ງເຈົ້າຊາຍຄອງຮັກກັນຫວານຊື່ນດັ່ງໃນນິຍາຍ ຄວາມມະໂນທີ່ຫອມຫວານມັນຊ່າງມີຄວາມສຸກທີ່ສຸດເຖິງເພງຈະຈົບລົງໄປແລ້ວແຕ່ມາລີຍັງຍິ້ມເຄີ້ມບໍ່ສິ້ນສຸດຈົນເຮັດໃຫ້ພໍ່ແມ່ຂອງມາລີທັກທ້ວງສະກິດເອົາ ມາລີສະເດີດຕື່ນຮູ້ເມື່ອສະຕິກັບຄືນອີກຄັ້ງແຕ່ກໍ່ບໍ່ເຫັນໂທນີຢູ່ໃນບໍລິເວນນັ້ນແລ້ວມາລີຈິ່ງສອດສ່ອງສາຍຕາແນມຫາແຕ່ກໍ່ບໍ່ພົບ, ດ້ວຍອາຫານທີ່ກິນເຂົ້າໄປຫຼາຍຈິ່ງເຮັດໃຫມາລີຮູ້ສຶກປວດທ້ອງຂຶ້ນມາ ນາງຈິ່ງໄດ້ຍ່າງເຂົ້າໄປໃນເຮືອນ ແລະ ຊອກຫາຫ້ອງນ້ຳ ເຖິງນາງຈະຮູ້ສຶກປວດທ້ອງແຕ່ຕາມທາງຍ່າງມາລີກໍ່ຍັງບໍ່ວາຍຊື່ນຊົມກັບຄວາມງາມໃນການຕົບແຕ່ງເຮືອນຢູ່ບໍ່ຫາຍ ແລະ ມາລີກໍ່ໄດ້ພົບກັບໂທນີທີ່ຢືນຫັນຫຼັງຢ່າງສະຫງ່າງາມກຳລັງເບິ່ງຜ່ານແວ່ນແກ້ວໃສອອກໄປ ເຖິງຈະຊື່ນຊົມໃນຄວາມຫຼໍ່ ແລະ ມີຄວາມຕື່ນເຕັ້ນໃນໃຈ ແຕ່ທ້ອງເຈົ້າກຳນັ້ນກໍ່ສຳຄັນກວ່າສິ່ງອື່ນໃດ ເຮືອນກໍ່ກວ້າງໃຫຍ່ຫ້ອງນ້ຳກໍ່ຫາບໍ່ພົບ ມາລີຈຳໃຈໝັ້ນໜ້າຍ່າງເຂົ້າໄປໄກ້ໆໂທນີແລ້ວກ່າວຂຶ້ນວ່າ
ມາລີ: ບ່າວ! ລົບກວນຖາມແນ່ ຫ້ອງນ້ຳໄປທາງໃດ
ໂທນີ: ຍ່າງຊື່ໄປແລ້ວລ້ຽວຂວາ
ເຖິງໂທນີຈະຕອບດ້ວຍນ້ຳສຽງເຢັນຊາຢືນຫັນຫຼັງມາດນິ້ງ ແຕ່ວິນາທີນີ້ຄົງຈະບໍ່ມີຫຍັງສຳຄັນໄປກວ່າຫ້ອງນ້ຳອີກແລ້ວ ມາລີຈິ່ງຟ້າວມຸ້ງໜ້າໄປຫາຫ້ອງນ້ຳທັນທີ

ຫຼັງຈາກວັນນັ້ນມາລີມີຄວາມປະທັບໃຈໂທນີເຖິງຂີດສຸດ (ເຊົ້າ ບ່າຍ ແລງ) ມີນາມັກມາຍ່າງຫຼິ້ນ ຫຼື ນັ່ງຫຼິ້ນແຖວໆບໍລິເວນຮົ້ວ ເພາະຫວັງຈະໄດ້ເຫັນໂທນີ ບາງມື້ກໍ່ເຫັນບາງມື້ກໍ່ບໍ່ເຫັນ ມາລີມັກຈະທັກທາຍໂທນີດ້ວຍໃບໜ້າທີ່ເຕັມໄປດ້ວຍຮອຍຍິ້ມອັນສົດໃສ ແຕ່ໂທນີກໍ່ເຮັດຄືບໍ່ຮູ້ບໍ່ເຫັນຍ່າງກາຍໄປດ້ວຍທ່າທາງເຢັນຊາສະເໝີ ແຕ່ມາລີກໍ່ຍັງຄົງຄືເກົ່າທຸກຄັ້ງທີ່ພົບກັບໂທນີ

ວັນທີ 1 ກັນຍາ 2008 ທີ່ໂຮງຮຽນ ວັນນີ້ເປັນເປີດໂຮງຮຽນໃໝ່ຫຼັງຈາກທີພັກຮຽນປະຈຳປີໄປ 3 ເດືອນ ເພື່ອນມິດສະຫາຍທີ່ບໍ່ເຫັນໜ້າກັນດົນກໍ່ກັບມາພົບກັນອີກຄັ້ງ ບັນຍາກາດເປີດເທີມໃໝ່ເຕັມໄປດ້ວຍກິ່ນອາຍແຫ່ງຄວາມສຸກ ມາລີປີນີ້ຂຶ້ນ ມ5 ແລ້ວ ແຕ່ດ້ວຍຜົນຄະແນນການຮຽນທີ່ຕົກຕ່ຳນາງໄດ້ຢູ່ຫ້ອງສຸດທ້າຍ 5/6 ເຊິ່ງເປັນຫ້ອງທີ່ລວມນັກຮຽນສະຫຼາດນ້ອຍໄວ້ເຕັມຫ້ອງ ມາລີມີເພື່ອນສະໜິດໜຶ່ງຄົນຊື່ ເກສອນ ຍິງສາວທີ່ມັກການແຕ່ງຕົວເປັນຊີວິດຈິດໃຈ ແລະ ມີຄວາມຝັນອັນສູງຊຸດຄືຢາກເປັນນັກອອກແບບເສື້ອຜ້າທີ່ມີຊື່ສຽງ ນອກຈາກນີ້ກໍ່ມີເພື່ອນຊາຍທີ່ຄອຍຕາມຕື້ກວນໃຈມາລີຕັ້ງແຕ່ຕອນ ມ4 ທີ່ຮຽນຢູ່ຫ້ອງດຽວກັນກັບມາລີອີກໜຶ່ງຄົນທີ່ມີຊື່ວ່າ ມັງກອນ ຊາຍໜຸ່ມເລືອດຮ້ອນ ອາດຈະໃຈຮ້ອນ ຫົວຂີ້ເລື່ອຍໄປແນ່ຈັກໜ່ອຍ ແຕ່ເພື່ອມາລີແລ້ວຍອມທຸ້ມສຸດຕົວແລະຫົວໃຈສະເໝີ ຄວາມຝັນສູງສຸດຂອງເຂົາຄືຢາກແຕ່ງງານກັບມາລີ ແລະ ມີຄອບຄົວທີ່ສົມບູນແບບກັບມາລີ

ນີ້ເປັນວັນທຳອິດຂອງໂທນີທີ່ຕ້ອງຍ້າຍມາຢູ່ໂຮງຮຽນໃໝ່ ພົບກັບເພື່ອນໃໝ່ ຫ້ອງຮຽນໃໝ່ ຄູ່ໃໝ່ ເພື່ອນໃໝ່ ທຸກຢ່າງເປັນເລື່ອງໃໝ່ທັງໝົດ ດ້ວຍຜົນການຮຽນທີ່ດີສຸດຍອດຈິ່ງເຮັດໃຫ້ໂທນີໄດ້ຢູ່ທີ່ຫ້ອງ 5/1 ຫ້ອງທີ່ລວມນັກຮຽນລະດັບຫົວກະທິຂອງຊັ້ນ ມ5 ໄວ້ເຕັມຫ້ອງ ການເປັນນັກຮຽນໃໝ່ກໍ່ເປັນຈຸດເດັ່ນໃນຫ້ອງ ແຕ່ນັ້ນກໍ່ບໍ່ເທົ່າກັບຄວາມຫຼໍ່ຂັ້ນເທບຂອງລາວ ບໍ່ຮອດມື້ກໍ່ເຮັດໃຫ້ມີສາວໆຈາກທຸກຫ້ອງພັດປ່ຽນກັນມາສອດສ່ອງເບິ່ງໂທນີ ເຊິ່ງເລື່ອງນີ້ມັນໄດ້ສ້າງຄວາມອຶດອັດໃຈໃຫ້ໂທນີບໍ່ໜ້ອຍ

ໂທນີໄດ້ນັ່ງຮ່ວມໂຕະ ກັບ ສອນໄຊ ຊາຍໜຸ່ມຊ່າງຈິນຕະນາການ ແລະ ມັກຫຼິ້ນເກມເປັນຊີວິດຈິດໃຈ ຄວາມຝັນຢາກເປັນໂປຣແກຣມເມີ້ຂັ້ນເທບຂອງເມືອງລາວ, ສອນໄຊ ເປີດສາກທັກທາຍໂທນີກ່ອນ ແຕ່ກໍ່ຕ້ອງຄ້າງກັບອາການເຢັນຊາຂອງໂທນີ ດັ່ງນັ້ນຄວາມສຳພັນຂອງທັງຄູ່ຄ່ອນຂ້າງປະສານເຂົ້າກັນຍາກ

ທີ່ຫ້ອງ 5/6 ມາລີທີ່ກຳລັງນັ່ງເມີລອຍຄິດເຫັນໜ້າຂອງໂທນີດ້ວຍຄວາມສຸກສົມກໍສະລາຍຫາຍໄປ ເນື່ອງຈາກເພື່ອນສຸດເລີບຢ່າງເກສອນ ເຂົ້າມາດຶງມາລີອອກໄປພ້ອມທັງເວົ້າດ້ວຍນ້ຳສຽງ ແລະ ໃບໜ້າສຸດຕື່ນເຕັ້ນວ່າ
ເກສອນ: ໄປເບິ່ງຜູ້ຊາຍ
ມາລີ: ຜູ້ຊາຍ
ເກສອນ: ຜູ້ຊາຍຫຼໍ່ໆ! ມີຂ່າວເມົ້າມອຍມາວ່າມີນັກຮຽນໃໝ່ທີ່ຫ້ອງ 5/1 ຫາກໍ່ຍ້າຍມາມື້ນີ້ຫຼໍ່ປານໂອ໊ບປ່ະ! ປານພະເອກເກົາຫຼີວ່າຊັ້ນເດະ
ມາລີຄິດຢູ່ໃນໃຈ (ຍັງມີຄົນຫຼໍ່ເທົ່າໂທນີຂອງເຮົາອີກຫວະນິ)
ເກສອນບໍ່ລໍຊ້າຟ້າວດຶງໝູ່ຍ່າງໄວ່ໆມຸ່ງໜ້າໄປທີ່ຫ້ອງ 5/1 ທັງສອງໄດ້ໄປແອບສອດສ່ອງທີ່ໜ້າປະຕູ ແລະ ປ່ອງຢ້ຽມຂອງຫ້ອງ 5/1 ແລ້ວຜູ້ຊາຍຄົນນັ້ນທີ່ເກສອນກ່າວເຖິງກໍ່ຄືໂທນີຫວານໃຈຂອງມາລີນັ້ນເອງ ມາລີເລີຍອຸທານອອກໄປວ່າ: “ໂອ້ມາຍກ໊ອດດດດດ ໂລກກົມແທ້” ເກສອນຟ້າວຫັນມາເບິ່ງໜ້າມາລີທັນທີ ໂທນີກໍ່ຫັນມາເບິ່ງໜ້າມາລີ ນີ້ເປັນຄັ້ງທຳອິດທີ່ໂທນີຫັນມາເບິ່ງໜ້າມາລີແບບເຕັມໆ ລະຫວ່າງຍ່າງກັບຫ້ອງມາລີມີອາການຫົວໃຈເມີ່ລອຍບໍ່ຢູ່ກັບເນື້ອກັບຕົວຈົນຮອດເວລາເຂົ້າຮຽນມາລີກໍ່ເອົາແຕ່ນັ່ງຍິ້ມເມີ່ລອຍຈົນບໍ່ຮູ້ເລື່ອງວ່າຕອນນີ້ໃນຫ້ອງຮຽນກຳລັງເຮັດຫຍັງຢູ່ ຄູ່ປະຈຳຫ້ອງຮ້ອງມາລີຫຼາຍຄັ້ງແຕ່ມາລີກໍ່ຍັງບໍ່ໄດ້ຍິນເພາະຍັງຈົມຢູ່ໃນຫ້ວງຂອງຄວາມຝັນ ຈົນຄູ່ຍ່າງມາຕົບໜ້າໂຕະຍ່າງແຮງ ເພາະສຽງຕົບໂຕະດັງເຮັດໃຫ້ມາລີສະເດີດຕື່ນກັບຄືນສະຕິ

ຄູສອນ (ຄູປະຈຳຫ້ອງ): ນີ້! ເວລາຄູ່ເວົ້າເຈົ້າເປັນຫຍັງບໍ່ຕັ້ງໃຈຟັງ! ແບບນີ້ຕ້ອງຖືກລົງໂທດ! ອອກໄປຢືນຂາດຽວຢູ່ໜ້າຫ້ອງ
ມາລີລຸກຍືນກົມໜ້າພ້ອມກ່າວຄຳວ່າ: ຂໍໂທດ! ດ້ວຍສີໜ້າສຳນຶກຜິດ
ມັງກອນຢ້ານມາລີຖືກລົງໂທດເລີຍລຸກຂຶ້ນຢືນເພື່ອເຈລະຈາກັັບຄູ: ຄູ! ນີ້ມັນຫາກໍ່ມື້ທຳອິດຂອງການເປີດເທີມໃໝ່ ຄູຄົງຈະໃຈດີຄືໜ້າຕາຫວັງວ່າຈະນະໂຍບາຍຍົກໂທດໃຫ້ມາລີໃນຄັ້ງນີ້! ຢ່າໃຫ້ມາລີອອກໄປຢືນຂາດຽວທີ່ໜ້າຫ້ອງເລີຍ
ເກສອນກໍ່ຮູ້ສຶກເປັນຫ່ວງເພື່ອນເລີຍລູກຂຶ້ນເພື່ອຂໍຄວາມເຫັນໃຈຈາກຄູອີກຄົນ: ແມ່ນແຫຼະຄູ! ຂໍໂອກາດຈາກຄູໃຫ້ມາລີອີກຈັກຄັ້ງ
ຄູສອນທີມີສາຍາຂຶ້ນຊື່ທີ່ສຸດວ່າເຄັ່ງຄັດເລື່ອງວິໄນ ກໍ່ຕ້ອງຍອມໃຈອ່ອນ:​ ສາມັກຄິກັນຂະໜາດເນາະ ເທື່ອໜ້າຢ່າໃຫ້ມີແບບນີ້ອີກ! ພາກັນນັ່ງລົງ (ຄູສອນກ່າວ)
ມັງກອນ, ເກສອນ, ມາລີ: ຂອບໃຈ! ກ່ອນຈະພາກັນນັ່ງລົງ

ຮອດຕອນເລີກເມືອມາລີເຫັນໂທນີຢືນຢູ່ໜ້າໂຮງຮຽນມາລີກໍ່ຟ້າວໂຄ້ງລົດໄປຫາທັນທີ ພ້ອມກ່າວຄຳຊວນໂທນີໃຫ້ເມືອພ້ອມກັນແຕ່ກໍ່ຖືໂທນີປະຕິເສດດ້ວຍໃບໜ້າເຢັນຊາ ກ່ອນທີ່ພໍ່ແມ່ຂອງໂທນີຈະມາຮັບ ມາລີໄດ້ທັກທາຍພໍ່ແມ່ຂອງໂທນີດ້ວຍສີໜ້າຍິ້ມແຍ້ມ ແລະ ເບິ່ງໄປທີ່ໂທນີຢ່າງສາຍຕາລະຫ້ອຍ

ຫ້ອງນອນຂອງໂທນີ ແລະ ມາລີ ປະຕູປ່ອງຢ້ຽມຫ້ອງປິ່ນເຊິ່ງໜ້າກັນ ມື້ນີ້ບັງເອີນທັງຄູ່ເປີດປະຕູປ່ອງຢຽມອອກມາພົບໜ້າກັນ ກໍ່ຄືເກົ່າມາລີທັກທາຍໂທນີດ້ວຍຮອຍຍິ້ມ ແຕ່ໂທນີກັບປິດປະຕູປ່ອງຢຽມໃສ່ຢ່າງບໍ່ຫຼຽວແລ ມາລີຈິ່ງເຮັດໄດ້ພຽງແຫ໋ວ! ຍິ້ມຄ້່ງເທົ່ານັ້ນເອງ ເຖິງແມ່ນວ່າໂທນີຈະເຫັນເຢັັນຊາໃສ່ມາລີຕະຫຼອດ ແຕ່ດ້ວຍຄວາມຫຼໍ່ທະລຸໃຈຂອງໂທນີບໍວ່າດ້ວຍເຫດຜົນໃດມາລີກໍ່ຍັງປະທັບໃຈໃນຕົວໂທນີຢູ່ດີ

ເຊົ້າວັນຕໍ່ມາທີ່ໜ້າເຮືອນໃນຂະນະທີ່ມາລີກຳລັງປິດປະຕູຮົ້ວກໍ່ເຫັນໂທນີຂັບລົດກາຍໜ້າລາວໄປ ມາລີຈິ່ງຮີບດ່ວນຂັບລົດຮຽງຂ້າງ ແຕ່ໂທນີບໍ່ຕ້ອງການໃຫ້ມາລີຮຽງຄ້າງ ທັງຜ່ອນຊ້າເລັ່ງໄວກໍ່ແລ້ວແຕ່ກໍ່ໜີມາລີບໍ່ວິດ ສຸດທ້າຍທັງຄູ່ກໍ່ມາຮອດໂຮງຮຽນພ້ອມກັນຢູ່ດີ ມາລີຍ່າງຕາມຫຼັງໂທນີຕ້ອຍໆປານເງົາຕາມຕົວ ໂທນີພະຍາຍາມເລັ່ງຍ່າງບາດກ້າວຍາວໆໄວໆເພື່ອໄປໃຫ້ພົ້ນຈາກມາລີ ແຕ່ມາລີກໍ່ບໍ່ລົດລະທັງແລ່ນທັງຍ່າງສະລັບກັນເພື່ອໃຫ້ທັນໂທນີຍ່າງ ຈົນມາຮອດໜ້າຫ້ອງ 5/1 ໂທນີກໍ່ຍ່າງເຂົ້າຫ້ອງໄປນັ່ງທີ່ໂຕະດ້ວຍຄວາມເຫມື່ອຍເລັກໜ້ອຍ ກ່ອນທີ່ມາລີຈະຍ່າງຕໍ່ໄປທີ່ຫ້ອງຂອງຕົນ ໃນລະຫວ່າງຍ່າງໄປຫາຫ້ອງຂອງຕົວມາລີກໍ່ຄິດຢູ່ໃນໃຈ ແລະ ກໍ່ຍິ້ມໃຫ້ກັບເລື່ອງທີ່ເກີດຂຶ້ນໃນເຊົ້າຂອງວັນນີ້ ມັນອາດຈະເປັນເລື່ອງທີ່ພິລຶກແຕ່ຄິດແລ້ວກໍ່ເຮັດໃຫ້ມາລີມີຄວາມສຸກບໍ່ໜ້ອຍ

1 COMMENT

  1. ເລື່ອງທີ່ມວນໆກຳລັງຈະເປີດອອກມາ………

Comments are closed.