spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ໄລຍະທີ 1 ໃກ້ເປັນຈິງແລ້ວ

ໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ໄລຍະທີ 1 ໃກ້ເປັນຈິງແລ້ວ

Published on

ໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ພົມວິຫານ, ນະຄອນຫຼວງວຽງຈັນ ໄລຍະທີ I ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍຍາວປະມານ 15 ກິໂລແມັດໃກ້ຈະລົງມືກໍ່ສ້າງ. ຫຼ້າສຸດພະແນກໂຍທາທິການ ແລະຂົນສົ່ງນະຄອນ ຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ບັນດາບໍລິສັດຮັບເໝົາ ກໍ່ສ້າງເຂົ້າຮ່ວມປະມູນຕາມເງື່ອນໄຂກຳນົດໄວ້.

ເງື່ອນໄຂທີ່ຈະໄດ້ຮັບການພິຈາລະນາຄັດເລືອກແມ່ນສາ ມາດຈັດຕັ້ງປະຕິບັດໂຄງການລົງທຶນແບບບີໂອທີ (BOT) ໝາຍເຖິງກໍ່ສ້າງ ແລະເກັບເງິນດ້ວຍຕົນເອງ, ໄລຍະການສຳປະທານ 50 ປີ  ແລະສາມາດຕໍ່ອາຍຸໄດ້ ຕາມກົດໝາຍ, ໄລຍະເວລາການດຳ ເນີນ ການກໍ່ສ້າງຕ້ອງສຳເລັດກ່ອນເດືອນກຸມພາ 2021, ສຳລັບເງື່ອນໄຂການຊົດເຊີຍສິ່ງກີດຂວາງຕ້ອງມີຄວາມພ້ອມທາງດ້ານການເງິນ, ສາມາດຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນທີ່ຖືກຜົນກະທົບ ໂດຍຜ່ານການໄກ່ເກ່ຍຂອງຄະນະກຳມະການທີ່ຖືກແຕ່ງຕັ້ງ ແລະປະຕິບັດຕາມດຳລັດ ວ່າດ້ວຍການທົດແທນຄ່າເສຍຫາຍ ແລະຈັດສັນຍົກຍ້າຍປະຊາຊົນອອກຈາກໂຄງ ການພັດທະນາຂອງລັດ.

ບໍລິສັດຕ້ອງມີຄວາມສາມາດ ແລະປະ ສົບການໃນການກໍ່ສ້າງທາງດ່ວນຕາມມາດຕະຖານລະດັບສູງ ທາງປະເພດ I (Class 1) ຂອງມາດຕະຖານທາງຫຼວງ ແຫ່ງຊາດ ແລະມາດຕະຖານອາຊຽນ, ຄວາມຍາວຂອງເສັ້ນທາງປະມານ 15 ກິໂລແມັດ, ກວ້າງ 54 ແມັດ, ພື້ນຜິວຈະລາຈອນລວມມີ 4 ຊ່ອງ, ກວ້າງຊ່ອງລະ 3,5 ແມັດ, ມີບ່າທາງ 2 ເບື້ອງ, ເບື້ອງລະ 3 ແມັດ, ມີໄຟເຍືອງທາງ ແລະມີດອນທາງກາງກວ້າງ 3,6 ແມັດ ສຳລັບດອນກາງທາງ ແລະແຄມທາງແມ່ນປູກຕົ້ນໄມ້ປະດັບປະດາ ແລະຕົກແຕ່ງຫຍ້າສີຂຽວ ສ່ວນຄວາມໄວໃນການອອກແບບ 800-100 ກິໂລແມັດຕໍ່ຊົ່ວໂມງ, ນ້ຳໜັກໃນການອອກແບບບໍ່ຕໍ່າກວ່າ 11 ໂຕນຕໍ່ເພົາ, ສຳລັບການກໍ່ສ້າງທາງຄົນຍ່າງ ແລະທາງ ລົດຖີບໃນຂອບເຂດທາງດ່ວນຄວາມຍາວ 5,3 ກິໂລແມັດ ເລີ່ມແຕ່ກິໂລແມັດທີ 0+000 ເຖິງກິໂລແມັດທີ 5+300.

ອີງຕາມໜັງສືແຈ້ງການຂອງພະແນກ ໂຍທາທິການ ແລະຂົນສົ່ງນະຄອນຫຼວງ ວຽງຈັນເລກທີ  5564 ລົງວັນທີ 21 ທັນວາ 2017 ວ່າດ້ວຍການເຊື້ອເຊີນເຂົ້າຮ່ວມປະມູນໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ພົມວິຫານ, ນະຄອນຫຼວງວຽງຈັນ ໄລຍະທີ I ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍ ໂດຍໄດ້ເປີດໂອກາດ ໃຫ້ບັນດາບໍລິສັດທັງພາຍໃນ ແລະຕ່າງປະເທດ, ຜູ້ທີ່ມີຄວາມສົນໃຈ ແລະມີຄວາມ ພ້ອມໃນການລົງທຶນກໍ່ສ້າງເສັ້ນທາງດັ່ງກ່າວ, ເຊິ່ງຈະເລີ່ມເປີດຂາຍຊອງປະມູນ ແລະ ປິດຊອງປະມູນໃນວັນທີ 2 -16 ມັງກອນ 2018. ສ່ວນບໍລິສັດ ຫຼື ຜູ້ທີ່ມີຄວາມສົນໃຈສາມາດຕິດຕໍ່ໄດ້ທີ່ພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງ ຫຼື ໂທລະ ສັບ: 020 5552 8276; 021 212 629 ຫຼື E-mail: Soulivanh_p@yahoo.com

 

ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...