Homeຂ່າວທ້ອງຖິ່ນປີ 2018 ລາວຈະສູ້ຊົນບັນລຸລາຍໄດ້ສະເລ່ຍຕໍ່ຫົວຄົນ 2 ພັນກວ່າໂດລາ

ປີ 2018 ລາວຈະສູ້ຊົນບັນລຸລາຍໄດ້ສະເລ່ຍຕໍ່ຫົວຄົນ 2 ພັນກວ່າໂດລາ

Published on

ອີງ​ຕາມ​ບົດ​ລາຍ​ງານ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປະຈຳ​ປີ 2018 ໄດ້​ໃຫ້​ຮູ້​ວ່າ: ໃນ​ປີ 2018 ລັດຖະບານ​ຈະ​ສູ້​ຊົນ​ເຮັດ​ໃຫ້​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ເພີ່ມ​ຂຶ້ນ​ໃນ​ລະດັບ 7% ແລະ ສ້າງ​ມູນ​ຄ່າ​ເພີ່ມ​ຕາມ​ລາຄາ​ໃນ​ປີ​ໃຫ້​ໄດ້​ປະມານ 149.471 ຕື້​ກີບ ລາຍ​ໄດ​ສະເລ່ຍ​ຕໍ່​ຫົວ​ຄົນ 2.536 ໂດ​ລາ​ສະຫະລັດ ເຊິ່ງ​ໃນ​ນັ້ນ ຂະແໜງ​ກະສິກຳ ເພີ່ມ​ຂຶ້ນ 2,8% ກວມ​ເອົາ​ປະມານ 15,73% ຂະແໜງ​ອຸດສາຫະກຳ ເພີ່ມ​ຂຶ້ນ 9,1% ກວມ​ເອົາ​ປະມານ 30,79% ຂະແໜງການ​ບໍລິການ​ເພີ່ມ​ຂຶ້ນ 6,4% ກວມ​ເອົາ​ປະມານ 414,83% ພາສີ-ອາກອນ ແລະ ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 9,0% ກວມ​ເອົາ​ປະມານ 11,80% ຂອງ GDP ເຊິ່ງ​ຂະແໜງການ​ຫຼັກ​ທີ່​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ມີ​ການ​ຂະຫຍາຍຕົວ ໃນ​ປີ 2018 ແມ່ນ​ມາ​ຈາກ​ຂະແໜງ​ອຸດສາຫະກຳ ແລະ ຂະແໜງການ​ບໍລິການ ໂດຍ​ຕົວ​ຂັບ​ເຄື່ອນ​ຕົ້ນຕໍ​ແມ່ນ​ພາກ​ການ​ກໍ່ສ້າງ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ໃນ​ລະດັບ 20% ທຽບໃສ່​ປີຜ່ານມາ ສາເຫດ​ແມ່ນ​ຍ້ອນ​ບັນດາ​ກິດຈະກຳ​ໃຫຍ່ໆ​ຂອງ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2015 ນອກຈາກ​ນັ້ນ ບັນດາ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ຕ່າງໆ ຍັງ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ ເປັນຕົ້ນແມ່ນ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູ​ລີ ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ ເຂື່ອນ​ໄຟຟ້າ​ນ້ຳ​ທາ 1 ເຂື່ອນ​ໄຟຟ້ານ້ຳ​ງຽບ 1 ເຂື່ອນ​ໄຟຟ້າ​ເຊ​ປຽນ ເຊ​ນ້ຳ​ນ້ອຍ ເຂື່ອນ​ໄຟຟ້າ​ນ້ຳ​ອູ 1 3 4 7 ແລະ ເຂື່ອນ​ໄຟຟ້າ​ຂະໜາດ​ນ້ອຍ​ຈຳນວນ​ໜຶ່ງ ນອກ​ນັ້ນ ກໍ່​ຍັງ​ມີ​ເຂື່ອນ​ໄຟຟ້າ​ທີ່​ຈະ​ເລີ່ມ​ຜະລິດ​ໃນ​ປີ 2018 ປະມານ 11 ເຂື່ອນ ຈະ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ປະມານ 1.787,24 ກິ​ໂລ​ວັດ​ໂມງ (ກໍລະນີ​ຜະລິດ​ເຕັມ​ກຳລັງ).

ສຳລັບ​ຂະແໜງການ​ບໍລິການ ເປັນ​ຂະແໜງການ​ຫຼັກ​ທີ່​ຂັບ​ເຄື່ອນ ແມ່ນ​ການ​ຄ້າຂາຍ​ຍົກ-ຂາຍຍ່ອຍ ການ​ສ້ອມແປງ​ກິດຈະກຳ​ທີ່​ພັກ​ອາໄສ ແລະ ຮ້ານ​ອາຫານ​ຈະ​ເພີ່ມ​ຂຶ້ນ​ລະດັບ 8,5% ແລະ 5% ຕາມ​ລຳດັບ ສາເຫດ​ແມ່ນ​ເນື່ອງ​ມາ​ຈາກ​ປີ 2018 ເປັນ​ປີ​ການທ່ອງທ່ຽວ​ລາວ ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ​ເພີ່ມ​ຂຶ້ນ​ປະມານ 6% ນອກຈາກ​ນັ້ນ ພາກ​ລັດ​ເປັນ​ອີກ​ຂະແໜງການ​ໜຶ່ງ​ທີ່​ຈະ​ຊຸກຍູ້ການ​ເຕີບ​ໂຕ ແລະ ຈະ​ເພີ່ມ​ຂຶ້ນ 5% ສາເຫດ​ແມ່ນ​ເນື່ອງ​ມາ​ຈາກ​ການ​ເພີ່ມ​ດັດ​ສະ​ຊີ​ເງິນເດືອນຈາກ 6.500 ກີບ ມາ​ເປັນ 7.200 ກີບ ຈະ​ເຮັດ​ໃຫ້​ພາກ​ບໍລິຫານ​ລັດ​ເພີ່ມ​ຂຶ້ນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...