spot_img
Homeຂ່າວພາຍ​ໃນພາສີຄາດ ປີນີ້ເກັບລາຍຮັບບໍ່ໄດ້ຕາມຄາດ

ພາສີຄາດ ປີນີ້ເກັບລາຍຮັບບໍ່ໄດ້ຕາມຄາດ

Published on

ການເກັບລາຍຮັບຂອງຂະແຫນງພາສີທົ່ວປະເທດໃນ11 ເດືອນປະຕິບັດໄດ້ພຽງ85,61% ເຊິ່ງຄາດວ່າໝົດປີ ຈະປະຕິບັດໄດ້ 93,84%ຂອງແຜນການປີ; ແຕ່ຫາກທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ19,52%.

ອີງຕາມການລາຍງານຂອງທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າ ກົມພາສີ ລາຍງານ ຕໍ່ກອງປະຊຸມວິຊາການພາສີທົ່ວປະເທດ ປະຈຳປີ 2017 ໂດຍການເປັນປະທານຂອງທ່ານ ບຸນປະເສີດ ສີກຸນ ລະບຸດ ຮັກສາການຫົວໜ້າກົມພາສີກະຊວງການເງິນວ່າ:ປີ 2017 ເປັນປີແຫ່ງການຈັດຕັ້ງ ແຜນງົບປະມານ ຕາມປະຕິທິນ ແລະ ການຈັດຕັ້ງປະຕິບັດແຜນລາຍຮັບ ແລະ ວຽກງານວິຊາສະເພາະຂອງຂະແໜງພາ ສີຕາມທີ່ສະພາຮັບຮອງມອບໃຫ້ 6.650 ຕື້ກີບ.

ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ 11 ເດືອນປີ 2017 (ເດືອນມັງກອນ-ພະຈິກ) ສາມາດ ປະຕິບັດໄດ້ 5.693 ຕື້ກີບ ເທົ່າກັບ 85,61 % ຂອງແຜນການປີ ໃນນັ້ນ, ບັນແຂວງຕ່າງໆທີ່ປະຕິບັດ ໄດ້ຫລາຍກ່ອນໝູ່ແມ່ນນະຄອນຫລວງວຽງຈັນປະຕິບັດໄດ້ 2,5 ພັນຕື້ກີບ, 614 ຕື້ກີບ, ສະຫວັນນະເຂດ 614 ຕື້ກີບ, ຈຳປາສັກ 529 ຕື້ກີບ, ໄຊຍະບູລີ 493 ຕື້ກີບ ແລະ ບັນດາແຂວງອື່ນໆຕາມລໍາດັບ, ສັງລວມແລ້ວໃນ 11 ເດືອນປີ 2017 ສາມາດປະຕິບັດໄດ້5.693 ຕື້ກີບ ເທົ່າກັບ 85,61% ຂອງແຜນການປີ 2017ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດ, ນ້ຳມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫລ, ອຸປະກອນ ກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ຄ່າປັບໃໝ່ ແລະ ອື່ນໆ.

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...