spot_img
Homeຂ່າວເຫດການນັກຂ່າວໜຸ່ມຈາກລາວ ໄດ້ຮັບລາງວັນບຸກຄົນຕົ້ນແບບແຫ່ງປີ ຢູ່ໄທ

ນັກຂ່າວໜຸ່ມຈາກລາວ ໄດ້ຮັບລາງວັນບຸກຄົນຕົ້ນແບບແຫ່ງປີ ຢູ່ໄທ

Published on

ນັບວ່າເປັນກະແສຮືຮາທີ່ໜ້າສົນໃຈຫຼາຍຂອງວົງການສື່ມວນຊົນລາວຍຸກໃໝ່ເວລານີ້ ເນື່ອງຈາກ ທ່ານ ສົມສະຫວິນ ວົງສີສຸພັນ, ນັກຂ່າວໜັງສືພິມເສດຖະກິດ-ການຄ້າ ທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນຕົວແທນໃຫ້ແກ່ສື່ມວນຊົນລາວທົ່ວປະເທດ ໄດ້ຖຶກເຊີນຈາກມູນນິທິ ດິນດີນ້ຳໃສ ແຫ່ງ ປະເທດໄທ ເພື່ອເຂົ້າຮ່ວມຮັບລາງວັນ ”ເຫມມະຣາຊ໌” ບຸກຄົນຕົ້ນແບບແຫ່ງປີ 2017 ໃນສາຂາບຸກຄົນຜູ້ມີຈິດອາສາຕົ້ນແບບແຫ່ງປີ ທີ່ມະຫາວິທະຍາໄລ ທໍາມະສາດຣັງສິດ ນະຄອນຫຼວງບາງກອກ ຣາຊອາຈັກໄທ ເມື່ອວັນສຸກທີ 08 ທັນວາ 2017 ຜ່ານມາ.

ສະນັ້ນ, ເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດີເດັ່ນຂອງນັກຂ່າວລາວທີ່ສາມາດຄວ້າລາງວັນດັ່ງກ່າວໃນປະເທດເພື່ອບ້ານ ພ້ອມທັງສ້າງສື່ສຽງໃຫ້ແກ່ປະເທດຊາດໂດຍຜ່ານເວທີດັ່ງກ່າວ, ພວກເຮົາຈຶ່ງໄດ້ນໍາມາສະເໜີເພື່ອໃຫ້ທ່ານຜູ້ອ່ານໄດ້ຮູ້ເຖິງຄວາມເປັນມາ ແລະ ການເຄື່ອນໄຫວຕ່າງໆຂອງນັກຂ່າວຄົນນີ້ໃນຊຸມປີຜ່ານມາ ຈົນໄດ້ຮັບການຍົກຍ້ອງເປັນບຸກຄົນຕົ້ນແບບແຫ່ງປີ 2017.

+ ເຫດຜົນທີ່ເຮັດໃຫ້ທ່ານໄດ້ຮັບລາງວັນ ”ເຫມມະຣາດ” ບຸກຄົນຕົ້ນແບບແຫ່ງປີ 2017 ຍ້ອນຫຍັງ?

ທ່ານ ສົມສະຫວິນ ວົງສີສຸພັນ ກ່າວວ່າ: ເຫດຜົນທີ່ເຮັດໃຫ້ຕົນເອງໄດ້ຮັບລາງວັນ ”ເຫມມະຣາດ” ບຸກຄົນຕົ້ນແບບແຫ່ງປີ 2017 ກໍ່ເນື່ອງຈາກວ່າໃນ 2-3 ປີຜ່ານມາ ຕົນເອງເຄີຍຊ່ວຍເຫຼືອບັນດາຜູ້ປະ ກອບການທົ່ວໄປຂອງໄທດ້ວຍການປະສານງານໃຫ້ກັບເຂົາເຈົ້າທີ່ມີຈຸດປະສົງເຂົ້າມາດຳເນີນທຸລະກິດໃນລາວ, ມາຫາຄູ່ຮ່ວມທຸລະກິດ ຫຼື ມາທ່ອງທ່ຽວ; ຊ່ວຍໂຄສະນາຂໍ້ມູນຂ່າວສານຜ່ານສື່ຕ່າງໆກ່ຽວກັບກິດຈະກຳ ຫຼື ງານທົ່ວໄປທີ່ຈັດຂຶ້ນຢູ່ປະເທດລາວ ແລະ ໄທ. ນອກນັ້ນ, ຍັງໄດ້ຊ່ວຍເຫຼືອປະຊາສຳພັນງານສຳຄັນຕ່າງໆຂອງພາກລັດ ແລະ ພາກທຸລະກິດທັງສອງປະເທດຜ່ານສື່ສິ່ງພິມ ເຊິ່ງຜ່ານການຊ່ວຍເຫຼືອໂດຍບໍ່ໄດ້ຫວັງຜົນຕອນແທນໃນໄລຍະຜ່ານມານັ້ນ ຈຶ່ງເຮັດໃຫ້ຕົນເອງກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງຂອງຜູ້ປະກອບການຕ່າງໆ ລວມທັງພາກລັດ ແລະ ສື່ມວນຊົນຫຼາຍຂຶ້ນ.

+ ຜ່ານມາເຄີຍມີຄົນລາວໄດ້ຮັບລາງນີ້ບໍ, ຈັດຂຶ້ນຈັກຄັ້ງ ແລະ ມີຜູ້ໄດ້ຮັບໃນສາຂາໃດແດ່?

ມູນນິທິ ດິນດີນ້ຳໃສ ແຫ່ງ ປະເທດໄທ ໄດ້ຈັດພິທີມອບລາງວັນ ”ເຫມມະຣາດ” ຄັ້ງທຳອິດໃນປີ 2016 ເຊິ່ງໃນເວລານັ້ນເຄີຍມີນັກຂ່າວວາລະສານທ່ານໜຶ່ງທີ່ເປັນລຸ້ນອ້າຍໄດ້ຮັບລາງວັນດັ່ງກ່າວໃນສາຂາ ສາຂາຜູ້ອະນຸລັກສິລະປະວັດທະນະທຳ. ສຳລັບປີ 2017 ຖືເປັນຄັ້ງທີ2 ທີ່ສື່ມວນຊົນລາວໄດ້ເຂົ້າຮ່ວມຮັບລາງວັນ, ແຕ່ເປັນລາງວັນ ”ເຫມມະຣາດ” ບຸກຄົນຕົ້ນແບບແຫ່ງປີ 2017 ໃນສາຂາບຸກຄົນຜູ້ມີຈິດອາສາ ຕົ້ນແບບແຫ່ງປີ ເຊິ່ງທ່ານ ສົມສະຫວິນ ວົງສີສຸພັນ ເປັນພຽງຄົນດຽວໃນທົ່ວປະເທດຖຶກຄັດເລືອກຈາກຄະນະກຳມະການຈັດງານໃຫ້ເປັນຜູ້ທີ່ເໝາະສົມໄດ້ຮັບລາງວັນນີ້.

ສຳລັບລາງວັນ ບຸກຄົນຕົ້ນແບບແຫ່ງປີ 2017 ມີທັງໝົດ 7 ສາຂາໄດ້ແກ່: ສາຂາຜູ້ເຮັດໜ້າທີ່ເພື່ອຜົນປະໂຫຍດຕໍ່ສັງຄົມ ແລະ ປະເທດຊາດ; ສາຂາຜູ້ເຮັດໜ້າທີ່ເພື່ອຜົນປະໂຫຍດຂອງສາສະໜາ; ສາຂາບຸກຄົນຜູ້ມີຈິດອາສາ; ສາຂາຜູ້ອະນຸລັກສິລະປະວັດທະນະທຳ; ສາຂາຜູ້ຮັກສາສິ່ງແວດລ້ອມ; ສາຂາຜູ້ນຳດ້ານບໍລິຫານ ແລະ ພັດທະນາອົງກອນ; ສາຂາຜູ້ນຳດ້ານວິຊາການ ແລະ ພັດທະນາການສຶກສາ.

+ ທ່ານຮູ້ສຶກແນວໃດຕອນຂຶ້ນຮັບລາງວັນ ແລະ ລາງວັນນີ້ຈະມີປະໂຫຍດຫຍັງຕໍ່ຕົນເອງກໍຄືອົງກອນ?

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບຂ່າວໂດຍຜ່ານໜັງສືແຈ້ງເຊີນຂອງມູນນິທິ ດິນດີນ້ຳໃສ ແຫ່ງ ປະເທດໄທ ສົ່ງບັດເຊີນມາທາງອີແມວເພື່ອໃຫ້ໄປຮ່ວມງານ, ນາທີລະທຶກໃຈທີ່ສຸດແມ່ນຕອນພິທີກອນປະກາດລາຍຊື່ໃຫ້ຂ້າພະເຈົ້າຂຶ້ນສູ່ເວທີເພື່ອຮັບລາງວັນ ເຊິ່ງຕອນນັ້ນຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ສຳຜັດກັບລາງວັນອັນຊົງກຽດ, ເນື່ອງຈາກເປັນບຸກຄົນດຽວຈາກປະເທດລາວຖຶກຄັກເລືອກໃຫ້ໄດ້ຮັບລາງວັນນີ້. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຜົນງານຂອງຕົນໃນຫຼາຍປີຜ່ານມາ ແລະ ເຫັນວ່າຄວາມດີທີ່ເຮົາປະຕິບັດມາກໍ່ຍັງມີຄົນອື່ນທີ່ເຫັນຄຸນຄ່າໃນຕົວຂອງເຮົາ ຈົນເຮັດໃຫ້ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນວົງການສື່ທັງພາຍໃນ ແລະ ຕ່າງປະເທດ.

ລາງວັນດັ່ງກ່າວ ເຖິງວ່າຈະບໍ່ມີມູນຄ່າຫຼາຍທີ່ເປັນວັດຖຸ ຫຼື ເງິນຄຳ, ແຕ່ມັນມີຄຸນຄ່າສູງທີ່ສຸດທາງດ້ານຈິດໃຈ ແລະ ສື່ສຽງຂອງບຸກຄົນທີ່ໄດ້ຮັບ ເພາະມັນເປັນລາງວັນປະດັບກຽດຕິຍົດໃຫ້ກັບຕົນເອງ ແລະ ພີ່ນ້ອງໃນວົງຕະກຸນດຽວກັນ. ຖ້າຫາກຖາມເຖິງປະໂຫຍດຂອງລາງວັນທີ່ໄດ້ຮັບນີ້ ສິ່ງທຳອິດແມ່ນເຮົາຈະກາຍເປັນທີ່ຮູ້ຈັກຂອງມວນຊົນຫຼາຍຂຶ້ນ ແລະ ອົງກອນກໍ່ຄືໜັງສືພິມເສດຖະກິດ-ການຄ້າ ກໍມີສື່ສຽງຫຼາຍໃນວົງການສື່ລາວເຮົາເຊັ່ນກັນ. ທ່ານ ສົມສະຫວິນ ກ່າວ.

+ ຄວາມເປັນມາຂອງຜູ້ກ່ຽວໃນສາຍສື່ມວນຊົນນັບແຕ່ປີ 2011 ເຖິງປັດຈຸບັນ.

ທ່ານ ສົມສະຫວິນ ວົງສີສຸພັນ ເກີດເມື່ອວັນທີ 02 ມີນາ 1988 ທີ່ບ້ານລົບປາກດີ ເມືອງໂຂງ ແຂວງຈຳປາສັກ ເຊິ່ງປັດຈຸບັນອາໃສຢູ່ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮຽນຈົບຂະແໜງໄອທີຊັ້ນສູງ ສົກປີ 2012-2013 ແລະ ຈົບປະລິນຍາຕີວິສະວະກຳຊັອຟແວຣ໌ ສົກປີ 2014-2015; ເຖິງວ່າການຮຽນຈະບໍ່ຖືກກັບວິຊາທີ່ຕົນຮຽນມາກໍ່ຕາມ, ແຕ່ໄລຍະຮຽນໜັງສືນັ້ນຜູ້ກ່ຽວໄດ້ເລີ່ມເຂົ້າສູ່ວົງການສື່ມວນຊົນນັບແຕ່ທ້າຍປີ 2011 ເປັນຕົ້ນມາ ໂດຍເປັນນັກຂ່າວສັງກັດຢູ່ໜັງສືພິມເສດຖະກິດ-ສັງຄົມ. ມາຮອດປີ 2013 ຜູ້ກ່ຽວໄດ້ຍ້າຍມາຢູ່ໜັງສືພິມເສດຖະກິດ-ການຄ້າຈົນເຖິງປັດຈຸບັນ.

ຜ່ານການປະຕິດໜ້າທີ່ສື່ມວນຊົນໃນສາຍສື່ສິ່ງພິມຕະຫຼອດ 6 ປີຜ່ານມາຂອງຜູ້ກ່ຽວມີໄດ້ມີຜົນງານພົ້ນເດ່ັນຫຼາຍປະການດັ່ງນີ້:

+ ປີ 2011-2013 ເປັນນັກຂ່າວສາຍສັງຄົມ, ຮັບຜິດຊອບຄໍລຳທ່ອງທ່ຽວ ສັງກັດໜັງສືພິມເສດຖະກິດ-ສັງຄົມ;

+ ທ້່າຍປີ 2013 ຜູ້ກ່ຽວໄດ້ຍ້າຍມາຢູ່ໜັງສືພິມເສດຖະກິດ-ການຄ້າ ແລະ ຖືກມອບໝາຍໃຫ້ຮັບຜິດຊອບຂ່າວການເງິນ-ການທະນາຄານ ແລະ ຕະຫຼາດຫຼັກຊັບ.

+ ປີ 2014 ໄດ້ຖືກສັບຊ້ອນໃຫ້ເປັນຫົວໜ້າໜ່ວຍງານຂ່າວເສດຖະກິດ-ການເງິນ.

+ ປີ 2015 ໄດ້ເລື່ອນຕຳແໜ່ງເປັນຜູ້ຊ່ວຍບັນນາທິການຝ່າຍຂ່າວທຸລະກິດ.

+ ປີ 2016 ຖືກຄັດເລືອກໃຫ້ເປັນຮອງບັນນາທິການຂ່າວຝ່າຍຂ່າວທຸລະກິດ ແລະ ຂ່າວອອນລາຍ.

+ ຕົ້ນປີ 2017 ຈົນເຖິງປັດຈຸບັນ ໄດ້ເລື່ອນຕຳແໜ່ງເປັນຫົວໜ້າພະແນກຂ່າວອອນລາຍ ແລະ ຕະຫຼາດ-ບໍລິການ.

  • ຜົນງານແຕ່ປີ 2011 ເຖິງປັດຈຸບັນ.

+ ປີ 2011-2013 ໄດ້ຮັບການຍົກລະດັບວຽກງານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ.

+ ປີ 2014-2016 ໄດ້ເປັນນັກຂ່າວດີເດັ່ນ 3 ປີຊ້ອນ ຂອງໜັງສືພິມເສດຖະກິດ-ການຄ້າ.

+ ປີ 2016 ໄດ້ສໍາເລັດການຂຽນ ແລະ ຮຽບຮຽງປື້ມ “ເປີດປະຕູສູ່ຕະຫຼາດທຶນ” ຂອງຕະຫຼາດຫຼັກຊັບລາວ.

+ ປີ 2017 ໄດ້ຮັບລາງວັນລາງວັນ ”ເຫມມະຣາດ” ບຸກຄົນຕົ້ນແບບແຫ່ງປີ 2017 ຢູ່ທີ່ປະເທດໄທ.

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...