Homeນານາສາລະ5 ຢ່າງ ທີ່ຊີວິດຄູ່ຂາດບໍ່ໄດ້

5 ຢ່າງ ທີ່ຊີວິດຄູ່ຂາດບໍ່ໄດ້

Published on

ເວົ້າເລື່ອງຊີວິດຄູ່ ລະດູນີ້ ເປັນລະດູການທີ່ພວກຄົນໂສດ(ມາດົນ) ຮູ້ສຶກອຸກອັ່ງທັ່ງທວງຢ່າງແຮງ ເນື່ອງຈາກເປັນລະດູການທີ່ຕ້ອງການຄວາມອົບອຸ່ນທາງດ້ານຮ່າງກາຍ, ໃນຂະນະທີ່ສຽງເພງອວຍພອນຄູ່ບ່າວສາວດັງເຂົ້າຫູເກືອບທຸກມື້ ແຕ່ຮູ້ຫຼືບໍ່ວ່າຄູ່ຮັກຄູ່ຄອງທັງຫຼາຍເຫຼົ່ານັ້ນ ຕ້ອງມີປັດໄຈຫຍັງແດ່ ທີ່ຈະເຮັດໃຫ້ເຂົາເຈົ້າຄອງຄູ່ກັນໄປຈົນຮອດຍາມແກ່ເຖົ້າ. ດັ່ງນັ້ນ, ມື້ນີ້ ລິດຈະນາ ຈຶ່ງຂໍນຳສະເໜີີປັດໄຈທີ່ຈະເຮັດໃຫ້ຊີວິດຮັກມີຄວາມຍືນຍົງມາຝາກ.

1. ມັກ: ກ່ອນຄູ່ບ່າວສາວຈະຕັດສິນໃຈຄົບກັນ ສິ່ງທີ່ຕ້ອງມີແລະຂາດບໍ່ໄດ້ອັນທຳອິດຄື ຕ້ອງມັກກັນກ່ອນ. ມັກໃນທີ່ນີ້ໝາຍເຖິງ ມັກໃນຮູບຮ່າງໜ້າຕາ, ມັກໃນກິລິຍາ, ມັກການປະພຶດ, ມັກໃນວາດເວົ້າ, ວາດຍິ້ມ, ມັກໃນຄວາມອົບອຸ່ນຂອງຄອບຄົວຝ່າຍກົງກັນຂ້າມ ແລະອື່ນໆ
2. ຮັກ: ຂໍ້ນີ້ຈະເປັນຂໍ້ຕິດຕາມມາ ຖ້າມັກແລ້ວຈະມີການພົວພັນ ຈາກນັ້ນຈະເກີດຄວາມຮັກຂຶ້ນ ແລະເດັ່ນຂຶ້ນເລື້ອຍໆ ເໜືອຄວາມມັກ(ຂໍ້ 1), ຄວາມຮັກ ເຮັດໃຫ້ຢາກຖະໜຸຖະໜອມ, ເປັນຫ່ວງເປັນໃຍ, ຢາກຊ່ວຍເຫຼືອແບ່ງເບົາ, ຢາກໃຫ້ຄົນທີ່ຕົນເອງຮັກມີຄວາມສຸກ, ຢາກໃຫ້ຢູ່ໃນຄວາມດູແລເບິ່ງແຍງຂອງຕົນ ແຕ່ຕ້ອງລະວັງວ່າຄວາມຫຶງຫວງກໍເລິ່ມເກີດຂຶ້ນເຊັ່ນກັນ.
3. ອາຊີບ: ການຄອງຄູ່ຊີວິດຮັກ ຕ້ອງມີປັດໄຈສີ່ ຄື ອາຫານ, ເຄື່ອງນຸ່ງ, ທີ່ຢູ່ອາໄສ ແລະການປິ່ນປົວເວລາເຈັບເປັນ ເຊິ່ງປັດໄຈສີ່ນີ້ເປັນບັນຫາພື້ນຖານທີ່ຊີວິດຄົນຂາດບໍ່ໄດ້ໂດຍເດັດຂາດ. ນອກຈາກນີ້ແລ້ວ, ຍັງຕ້ອງມີສິ່ງອຳນວຍຄວາມສະດວກອື່ນໆ ເຊັ່ນ ເຄື່ອງໃຊ້ໃນເຮືອນ, ເຄື່ອງໃຊ້ປະຈຳຕົວ, ພາຫະນະ, ການທ່ອງທ່ຽວ… ແລະວຽກງານສັງຄົມອື່ນໆ ບັດເຊີນ, ແພ່ປັດໄຈ, ຊ່ວຍເຫຼືອສັງຄົມ ແລະອື່ນໆ. ດັ່ງນັ້ນ, ການມີອາຊີບທີ່ມີລາຍໄດ້ຢ່າງເປັນປະຈຳຈຶ່ງມີຄວາມສຳຄັນ ຖ້າບໍ່ມີອາຊີບຫາລາຍໄດ້ແລ້ວກໍຈະສາມາດເຮັດໃຫ້ຄອບຄົວບໍ່ອົບອຸ່ນ, ຜິດຖຽງກັນ, ມີຄວາມຂາດເຂີນ… ແລະສຸດທ້າຍຊີວິດຮັກຂາດສະບັ້ນລົງໄດ້. ການທີ່ຕ່າງຝ່າຍມີອາຊີບທີ່ດີຈຶ່ງເປັນສິ່ງສຳຄັນອັນໜຶ່ງ.
4. ເລື່ອງເທິງຕຽງ: ເລື່ອງນີ້ຕໍ່ໜ້າມວນຊົນສ່ວນຫຼາຍຈະເວົ້າວ່າບໍ່ສຳຄັນ ແຕ່ວ່າໃນຄວາມເປັນຈິງແລ້ວ ຖ້າຂາດເລື່ອງນີ້ໄປແລ້ວ ການຕັດສິນໃຈແຕ່ງງານນຳກັນກໍຄົງເປັນໄປໄດ້ຍາກ ຫຼືແຕ່ງໄປແລ້ວ ແຕ່ບໍ່ມີການຮ່ວມກິດຈະກຳທາງເພດນຳກັນແລ້ວ ຊີວິດຮັກກໍຄົງດຳເນີນໄປໄດ້ຍາກ. ແມ່ນແຕ່ຍາມຄົບຫາເບິ່ງໃຈກັນນັ້ນ ເມື່ອເຖິງເວລາອັນສົມຄວນເລື່ອງນີ້ກໍຄວນຈະເກີດຂຶ້ນຕາມທຳມະຊາດ. ຍຸກນີ້ແລ້ວ ຄົງບໍ່ມີສາວຄົນໃດຕັດສິນໃຈແຕ່ງງານກັບຜູ້ຊາຍທີ່ບໍ່ມີຄວາມຮູ້ສຶກທາງເພດໂດຍເດັດຂາດ.
5. ເຂົ້າໃຈແລະໃຫ້ອະໄພກັນ: ບັນຫາສຸດທ້າຍອັນນີ້ກໍສຳຄັນ ຖ້າມີຄົບທຸກຢ່າງແລ້ວ ແຕ່ຂາດເລື່ອງຄວາມເຂົ້າອົກເຂົ້າໃຈກັນ, ຂາດຄວາມເຊື່ອໝັ້ນກັນ ແຕ່ລະມື້ກໍຄົງມີແຕ່ການຜິດຖຽງກັນ. ການຢູ່ຮ່ວມກັນຕະຫຼອດຊີວິດ ເປັນໄປບໍ່ໄດ້ທີ່ຈະບໍ່ເກີດຄວາມຜິດພາດຂຶ້ນ ຄວາມເຂົ້າໃຈແລະໃຫ້ອະໄພກັນ ຈຶ່ງເປັນເລື່ອງທີ່ສຳຄັນແລະຂາດບໍ່ໄດ້.

ຜູ້ຂຽນກ້າກາລັນຕີໄດ້ເລີຍວ່າ ຖ້າຂາດສິ່ງໃດສິ່ງຫນຶ່ງດັ່ງກ່າວຂ້າງເທິງໄປກໍເຮັດໃຫ້ຊີວິດຮັກບໍ່ສົມບູນແບບແລະອາດຈະເຖິງຂັ້ນຊີວິດຮັກຂາດສະບັ້ນໄດ້. ຈົ່ງຮູ້ເອົາໄວ້ວ່າທຸກຢ່າງມັນສຳຄັນແລະຂາດບໍ່ໄດ້.

ລິດຈະນາ ງາມວິໄລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...