spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຜີຍແຮງຈູງໃຈຄະດີຄາດຕະກໍາແຍກຊີ້ນສ່ວນ ຢູ່ບ້ານໂຄກສະອາດ

ເຜີຍແຮງຈູງໃຈຄະດີຄາດຕະກໍາແຍກຊີ້ນສ່ວນ ຢູ່ບ້ານໂຄກສະອາດ

Published on

ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຄວາມກະຈ່າງ ແຈ້ງຄະດີຄາດຕະກໍາຜົວ ຊື່ທ້າວ ກາ ອາຍຸ 41 ປີ ຢູ່ຕູບນ້ອຍ ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຕົ້ນເດືອນທັນວາ 2017 ແລ້ວຕັດແຍກຊິ້ນສ່ວນເຊັ່ນ: ຟັນຄໍ, ຟັນແຂນ, ຟັນຂາ ແລະ ອະໄວຍະວະເພດ ຍ້ອນຄວາມຫຶງຫວງ, ໃຈຮ້າຍແຮງສືບເນື່ອງມາຈາກທັງສອງຜິດຖຽງກັນເປັນປະຈໍາໃນໄລຍະຜ່ານມາ, ເຊິ່ງຜູ້ເສຍຊີວິດເປັນຜົວຜູ້ທີ 2 ທີ່ຜູ້ຄາດຕະກອນລາຍນີ້ກໍ່ເຫດລັກສະນະເກົ່າພາຍຫຼັງພົ້ນໂທດຈາກຄະດີຂ້າຜົວກ່ອນ.

ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ເປີດເຜີຍຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນອາທິດຜ່ານມາວ່າ: ຄາດຕະກອນລາຍນີ້ ຊື່ນາງ ບົວສອນ ຫຼື ເກສອນ ຊື່ຫຼິ້ນ (ສອນ) ອາຍຸ 48 ປີ ຢູ່ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວບໍ່ໄດ້ເປັນບ້າ ແລະ ເສຍຈິດຕາມຂ່າວລືແຕ່ຢ່າງໃດ, ຜູ້ກ່ຽວມີສະຕິສົມບູນດີ, ການກະທໍາແມ່ນຄົບ 4 ອົງປະກອບຂອງການກະທໍາຜິດທາງອາຍາ. ພາຍຫຼັງຜູ້ກ່ຽວຄາດຕະກໍາຜົວແລ້ວແມ່ນໄດ້ດື່ມເຫຼົ້າຈົນມຶນເມົາເຮັດໃຫ້ຂາດສະຕິ.

ນາງ ບົວສອນ ຫຼື ເກສອນ ຊື່ຫຼິ້ນ ສອນ ສາລະພາບວ່າ: ໃນໄລຍະປີ 1990 ຜູ້ກ່ຽວໄດ້ສ້າງຄອບຄົວກັບທ້າວ ທິນ ສັນຊາດໄທ ໄດ້ມາຢູ່ນໍາກັນທີ່ບ້ານໂຄກສະອາດ ເມືອງໄຊທານີ ເຊິ່ງໄດ້ມີລູກຮ່ວມກັນ 3 ຄົນ, ຍິງ 1 ຄົນ ຜ່ານການໃຊ້ຊີວິດຢູ່ຮ່ວມກັນມາໄດ້ໄລຍະໜຶ່ງທັງສອງແມ່ນມີຄວາມບໍ່ເຂົ້າໃຈກັນ ໄດ້ມີການຜິດຖຽງກັນເລື້ອຍໆມາເຖິງຂັ້ນຢ່າຮ້າງກັນ. ສ່ວນທ້າວ ທິນ ແມ່ນໄດ້ກັບຄືນປະເທດໄທ. ຕໍ່ມາຮອດໄລຍະຕົ້ນປີ 2011, ຜູ້ກ່ຽວຈຶ່ງຮູ້ຈັກກັບທ້າວ ຜູ ຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລ້ວຕົກລົງປົງໃຈມັກຮັກຢູ່ກິນນໍາກັນແບບຜົວເມຍ ແຕ່ບໍ່ມີລູກນຳກັນ. ເຊິ່ງໃນໄລຍະທີ່ຢູ່ນໍາກັນມານັ້ນແມ່ນໄດ້ມີການຜິດຖຽງກັນມາຕະຫຼອດ ສາເຫດແມ່ນທ້າວ ຜູ ໄດ້ເສບຢາບ້າຈົນມຶນເມົາແລ້ວອາລະວາດຄອບຄົວ ໂດຍໄດ້ທຸບຕີມາຕະຫຼອດແຕ່ກໍຕ້ອງອົດທົນຢູ່ຮ່ວມກັນເລື້ອຍມາ.

ມາຮອດເວລາ 19 ໂມງ ວັນທີ 20 ພະຈິກ 2011 ຈຶ່ງໄດ້ມີການຜິດຖຽງກັນອີກ ສາເຫດແມ່ນຍ້ອນທ້າວ ຜູ ເມົາເຫຼົ້າ ແລະ ຢາບ້າ ໄດ້ມີປາກສຽງກັນຫຼາຍຢ່າງຈົນເຖິງຂັ້ນລົງມືທໍາຮ້າຍຮ່າງກາຍກັນ, ຫຼັງຈາກນັ້ນ ຜູ້ກ່ຽວໄດ້ຕໍ່ສູ້ຄືນ, ເຊິ່ງໄດ້ຈັບເອົາພ້າຂໍທີ່ວາງຢູ່ຂ້າງບ່ອນນອນແລ້ວຟັນຄໍທ້າວ ຜູ (ຜູ້ເປັນຜົວ) ແລ້ວຍາດພີ່ນ້ອງນໍາສົ່ງໂຮງໝໍແລ້ວເສຍຊີວິດເວລາຕໍ່ມາ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ເຂົ້າມາມອບໂຕຕໍ່ການຈັດຕັ້ງບ້ານໂຄກສະອາດ ແລ້ວການຈັດຕັ້ງບ້ານໄດ້ໃຫ້ ກອງຄະດີເມືອງໄຊທານີ ໂດຍຖືກສານອາຍາຂັ້ນຕົ້ນນະຄອນຫຼວງວຽງຈັນ ຕັດອິດສາລະພາບ 3 ປີ ກັບ 6 ເດືອນ ສະຖານທໍາຮ້າຍຮ່າງກາຍຜູ້ອື່ນຈົນເຖິງຂັ້ນເສຍຊີວິດ.

ພາຍຫຼັງພົ້ນໂທດອອກມາໃຊ້ຊີວິດຢູກັບຄອບຄົວ ມາຮອດເດືອນກໍລະກົດ 2015 ຈຶ່ງໄດ້ມັກຮັກຢູ່ກິນຮ່ວມກັນແບບຜົວເມຍກັບທ້າວ ກາ ( ຜູ້ເສຍຊີວິດ ) ບ້ານໂຄກສະອາດ ແບບຜົວເມຍ, ແຕ່ບໍ່ໄດ້ຈົດທະບຽນສົມລົດຢ່າງຖືກຕ້ອງຕາມກົດໝາຍ. ຈາກນັ້ນ, ພວກກ່ຽວຈຶ່ງພາກັນມາປຸກຕູບຢູ່ດິນສະຫງວນຂອງບ້ານໂຄກສະອາດ ເມືອງໄຊທານີ ແຕ່ກໍບໍ່ມີລູກ.

ໃນໄລຍະທີ່ໄດ້ຢູ່ນໍາກັນມານັ້ນ ພວກກ່ຽວແມ່ນໄດ້ດື່ມເຫຼົ້າເປັນອາຈິນ ແລະ ໄດ້ມີການຜິດຖຽງກັນເລື້ອຍມາ, ບາງຄັ້ງ ເຖິງຂັ້ນລົງມືຕີກັນແຕ່ກໍບໍ່ຮຸນແຮງ. ເຊິ່ງສາເຫດທີ່ຜິດກັນແຕ່ລະຄັ້ງຍ້ອນທ້າວ ກາ ເວົ້າປາຊົດໃສ່ວ່າ: ມີຜູ້ສາວ ແລ້ວຈະໄປຢູ່ນໍາກັນ, ຜູ້ກ່ຽວຈຶ່ງໄດ້ມີການຫຶງຫວງມີການລະແວງສົງໃສແລ້ວຈຶ່ງມີການຜິດຖຽງກັນມາຕະຫຼອດ.

ມື້ເກີດເຫດ ເວລາ 8 ໂມງ ຂອງວັນທີ 1 ທັນວາ 2017 ພວກກ່ຽວໄດ້ມີການຜິດຖຽງກັນອີກ, ພໍຮອດເວລາປະມານ 15-16 ໂມງຂອງວັນດຽວກັນ ຈຶ່ງມີການຜິດຖຽງກັນຊໍ້າແລ້ວຊໍ້າອີກຍ້ອນຄວາມຫຶງຫວງ ແລະ ບໍ່ເຂົ້າໃຈກັນ ຄັ້ງນີ້ໄດ້ລົງມືຕີກັນແຕ່ກໍບໍ່ເຖິງຂັ້ນຮ້າຍແຮງ. ພໍຮອດເວລາປະມານ 19 ໂມງ ຈຶ່ງໄດ້ມີການຜິດຖຽງກັນອີກ ແລ້ວໄດ້ກຸມຕີກັນຢູ່ຕູບນ້ອຍຄັ້ງນີ້ນາງເກສອນ ໄດ້ຈັບເອົາພ້າຂໍທີ່ວາງໄວ້ຢູ່ແຄມຕູບ ມາຟັນທີ່ຄໍຂອງຜູ້ເປັນຜົວ ຈໍານວນຫຼາຍບາດຈົນລົ້ມລົງເສຍຊີວິດຄາທີ່.

ຫຼັງຈາກທີ່ທ້າວ ກາ ເສຍຊີວິດແລ້ວ ຜູ້ກ່ຽວໄດ້ເອົາພ້າດວງດັ່ງກ່າວມາຟັນຄໍຈົນຂາດອອກຈາກກັນ, ເອົາພ້າຟັນຊໍ້າເຂົ້າທີ່ປາກ, ຟັນຂໍ້ແຂນທັງສອງເບື້ອງ, ແລ້ວໄດ້ເອົາພ້າຕັດເອັນຄະນ່ອງທັງສອງເບື້ອງ, ຟັນໂປ້ຕີນເບື້ອງຊ້າຍ ຈົນຂາດອອກຈາກກັນ ພ້ອມທັງຕັດອະໄວຍະວະເພດແລ້ວຟັນຊໍ້າຕາມຕົນຕົວ ແລະ ໃບໜ້າຫຼາຍບາດຈົນສົມກັບຄວາມຢາກຮ້າຍຈຶ່ງຢຸດເຊົາ.

ມື້ຕໍ່ມາເຊິ່ງເປັນວັນທີ 2 ທັນວາ 2017 ເວລາປະມານ 6 ໂມງເຊົ້າ ຈຶ່ງໄດ້ຍ່າງເຂົ້າໄປຮ້ານຂາຍເຄື່ອງເຂດເຮືອນໃກ້ຄຽງ ແລ້ວໄດ້ຊື້ເຫຼົ້າມາດື່ມຈຶ່ງໄດ້ເວົ້າສູ່ປະຊາຊົນເຂດເຮືອນໃກ້ຄຽງຟັງວ່າ: ໄດ້ເອົາພ້າຟັນຄໍທ້າວ ກາ ເສຍຊີວິດແລ້ວ ຈາກນັ້ນອໍານາດການຈັດຕັ້ງບ້ານ ຈຶ່ງໄດ້ກັກຕົວໄວ້ກ່ອນແຈ້ງໃຫ້ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວໄປດໍາເນີນຄະດີຕາມລະບຽບກົດໝາຍອີກຄັ້ງ.

ແຫລ່ງຂ່າ: ໜັງສືພີມ ປກສ.

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...