Homeຂ່າວພາຍ​ໃນຄວາມຄືບໜ້າຄະດີຢຶດເງິນ 98 ລ້ານບາດຈາກສອງອ້າຍນ້ອງຊາວລາວ

ຄວາມຄືບໜ້າຄະດີຢຶດເງິນ 98 ລ້ານບາດຈາກສອງອ້າຍນ້ອງຊາວລາວ

Published on

ເມື່ອວັນທີ 13 ທັນວາ 2017 ເມື່ອເວລາປະມານ 17:00 ໂມງ ທີ່ດ່ານພາສີໜອງຄາຍ ທ່ານ ນິມິດ ແສງອຳໄພ ຫົວໜ້າດ່ານພາສີໜອງຄາຍ ເປີດເຜີຍລາຍລະອຽດພາຍຫຼັງຮ່ວມກັບເຈົ້າໜ້າທີ່ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ ເຮັດການສອບສວນທ້າວ ສຸບັນ ອາຍຸ 30 ປີ ແລະ ທ້າວ ຄຳບອນ ອາຍຸ 24 ປີ ສອງອ້າຍນ້ອງຊາວລາວ ທີ່ເຊື່ອງເງິນຈຳນວນ 98 ລ້ານບາດ ຫຼື ປະມານ 25 ຕື້ກີບ ຕາມສ່ວນຕ່າງໆໃນລົດໂຕໂຢຕ້າ ແລນຄລູເຊີ ໂດຍມີທະນາຍຄວາມຮ່ວມຮັບຟັງການສອບສວນຂອງເຈົ້າໜ້າທີ່ພ້ອມ ການສອບສວນໃນເທື່ອນີ້ໃຊ້ເວລາດົນກວ່າ 3 ຊົ່ວໂມງ ກ່ອນທີ່ ຫົວໜ້າດ່ານພາສີໜອງຄາຍລະບຸ ເງິນຈຳນວນ 98 ລ້ານບາດທີ່ຢຶດໄດ້ຈາກສອງອ້າຍນ້ອງຊາວລາວ ເປັນເງິນໃນທຸລະກິດທີ່ມີແຫລ່ງທີ່ມາບໍ່ຊັດເຈນຢູ່ລາວ ຍອມຈ່າຍຄ່າປັບໃໝ ຮັບເງິນຄືນ 4 ລ້ານບາດ ຫຼື ປະມານ 1 ຕື້ກີບ (ສ່ວນທີ່ເຫຼືອມອບໃຫ້ເປັນຊັບສິນແຜ່ນດິນໄທ)

ຕາມຫຼັກການຂອງການແລກປ່ຽນເງິນຕາ(ຢູ່ໄທ)ມີໂທດກຳນົດໄວ້ຢ່າງຊັດເຈນຢູ່ແລ້ວວ່າ ຫາກນຳເງິນເກີນ 450.000 ບາດ ແຕ່ບໍ່ເກີນ 2 ລ້ານບາດ ອອກນອກປະເທດ ອັດຕາໂທດປັບໃໝ 20.000ບາດ ສົ່ງຄືນໃຫ້ຜູ້ຖືກຫາໄປ 2 ລ້ານບາດ ກໍລະນີນີ້ຈະເປັນໂທດປັບໃໝທັງໝົດ 40.000 ບາດ ສົ່ງຄືນໃຫ້ຜູ້ຖືກຫາບໍ່ເກີນ 4 ລ້ານບາດ ຫຼື ເຫຼືອປະທານ 3.960.000 ບາດ ສ່ວນທີ່ເຫຼືອ 94 ລ້ານບາດ ຕ້ອງຍົກເປັນຊັບສິນຂອງແຜ່ນດິນໄທ

ການກະທຳຂອງສອງອ້າຍນ້ອງຊາວລາວມີລັກສະນະແມ່ນນຳເງິນໂດລາມາຂາຍ ບໍ່ແມ່ນການແລກເງິນ ທະນາຄານກໍ່ຮັບຊື້ໄວ້ດ້ວຍສະກຸນເງິນບາດໄທ ແຕ່ຖ້າເປັນການແລກປ່ຽນເງິນ ແມ່ນເງິນ 200.000ບາດ ກໍ່ຕ້ອງລາຍງານສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ ໃຫ້ຮູ້ບຸກຄົນທີ່ນຳມາແລກຕ້ອງມີເອກະສານຢືນຢັນຕົວຕົນແທ້.

ທັງສອງອ້າຍນ້ອງຊາວລາວແມ່ນມີບໍລິສັດແລກປ່ຽນເງິນເທ້ ຈິ່ງສາມາດເກັບຮວບຮວມເງິນໂດລາມາແລກເປັນຈຳນວນຫຼາຍໄດ້ ແຕ່ຍັງບ່ໍໄດ້ຊື່ທີ່ຄົບຖ້ວນ ທາງເຈົ້າໜ້າທີ່ເຊື່ອວ່າເປັນການເປີດບໍລິສັດຮັບແລກເງິນເພື່ອບັງໜ້າ ເພື່ອປິດປັງບາງຢ່າງ ເຊິ່ງເປັນເງິນມີທີ່ມາບໍ່ຊັດເຈນ

ຂະນະດຽວກັນນີ້ທັງສອງຄົນຍັງບໍ່ສາມາດເດີນທາງກັບປະເທດໄດ້ ໂດຍບໍ່ມີກຳນົດ ຈົນກວ່າກົມພາສີຈະເຫັນດີ ຫຼື ບໍ່ເຫັນດີກັບການລະງັບຄະດີຂອງພາສີໜອງຄາຍ ຫຼື ມີຄຳສັ່ງຢ່າງອື່ນຈິ່ງເປັນທີ່ຢຸດຕິຂອງຄະດີ ຫາກກົມພາສີຮັບຄະດີກໍ່ຈະມີການປຽບທຽບປັບທີ່ດ່ານພາສີໜອງຄາຍໄດ້ທັນທີ ສ່ວນເງິນ 98 ລ້ານບາດ ຈະນຳໄປຝາກໄວ້ກັບທະນາຄານກຸງໄທ ເຊິ່ງເປັນລະບົບບັນຊີຂອງດ່ານພາສີໜອງຄາຍ ທີ່ສາມາດໂອນເປັນລາຍໄດ້ແຜ່ນດິນໄດ້.

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...