Homeຂ່າວພາຍ​ໃນຍິງໄທຮ້ອງນາຍົກຂອງຕົນ ອ້າງຕິດຄຸກໃນລາວ ໂດຍບໍ່ມີຄວາມຜິດ (ມີວິດີໂອ)

ຍິງໄທຮ້ອງນາຍົກຂອງຕົນ ອ້າງຕິດຄຸກໃນລາວ ໂດຍບໍ່ມີຄວາມຜິດ (ມີວິດີໂອ)

Published on

ວັນທີ 12 ທັນວາ 2017 ນີ້ ຢູ່ບາງກອກປະເທດໄທ ນາງ ຈັນເພັນ ສິດທິສົມບັດ ອາຍຸ 65 ປີ (ຄົນໄທ) ໄດ້ຍື່ນຫນັງສືຕໍ່ນາຍົກລັດຖະມົນຕີໄທ ອ້າງວ່າຖືກເຈົ້າໜ້າທີ່ລາວໃສ່ຄວາມວ່າເປັນຜູ້ຄ້າມະນຸດ ຕ້ອງຕິດຄຸກໂດຍບໍ່ມີຄວາມຜິດ 54 ມື້ທີ່ ສປປ ລາວ.

ນາງ ຈັນເພັນ ກ່າວວ່າ ເມື່ອວັນທີ 18 ກັນຍາ 2017 ຕົນໄດ້ເດິນທາງໄປສົ່ງແຮງງານທີ່ເປັນຄົນລາວ ອາຍຸ 17 ປີ ທີ່ຮັບຈ້າງເບິ່ງແຍງຜູ້ສູງອາຍຸກັບບ້ານທີ່ແຂວງບໍ່ແກ້ວ ຕາມໃບເດິນທາງໃຊ້ແທນໜັງສືຜ່ານແດນທີ່ສະຖານທູດລາວປະຈຳປະເທດໄທອອກໃຫ້ ເຊິ່ງຕົນໄດ້ປະຕິບັດຕາມຂັ້ນຕອນ ທີ່ກະຊວງແຮງງານກຳໜົດທຸກປະການ ໂດຍຜ່ານການພິສູດສຳພັນແບບຈັບຄູ່ນາຍຈ້າງ ແລະລູກຈ້າງ.

ນາງ ຈັນເພັນ ກ່າວຕໍ່ໄປວ່າ ແຕ່ສຸດທ້າຍຕົນຖືກຈັບໃນຂໍ້ຫາໃຊ້ແຮງງານເດັກ ທັງທີ່ເອັມໂອຢູລະຫວ່າງປະເທດກຳນົດອາຍຸແຮງງານທີ່ເປັນເດັກຮັບໃຊ້ໃນເຮືອນຕ້ອງມີອາຍຸ 15 ປີຂຶ້ນໄປ ແຕ່ເຈົ້າໜ້າທີ່ລາວ ອ້າງວ່າຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ ທີ່ແຮງງານຈະຕ້ອງມີອາຍຸ 18 ປີຂຶ້ນໄປ ເຮັດໃຫ້ຕົນເອງຕ້ອງຖືກຈັບເຂົ້າຄຸກແລະຖືກຕັ້ງຂໍ້ຫາໃໝ່ ຈາກໃຊ້ແຮງງານເດັກເປັນຂໍ້ຫາຄ້າມະນຸດ ເຈົ້າໜ້າທີ່ອ້າງວ່າຕ້ອງຈັບໃຫ້ເປັນຄະດີຕົວຢ່າງລາຍທຳອິດຂອງແຂວງບໍ່ແກ້ວ.

“ຂ້ອຍໄດ້ເຂົ້າຄຸກເປັນເວລາ 54 ວັນ ຈົນຫົວໜ້າໄອຍະການສູງສຸດຂອງແຂວງບໍ່ແກ້ວ ພິຈາລະນາສຳນວນເຫັນວ່າຄວາມຜິດດັ່ງກ່າວຂາດອົງປະກອບຂອງການເຮັດຄວາມຜິດທາງອາຍຸຄ້າມະນຸດ ຕາມມາດຕາ 134 ຈຶ່ງສັ່ງໃຫ້ປ່ອຍໂຕ ຂ້ອຍຈຶ່ງມາຂໍຄວາມເປັນທຳກັບນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ເພາະກ່ອນຈະຖືກປ່ອຍໂຕ ຕ້ອງໃຊ້ເງິນຈຳນວນຫຼາຍ ແລະຕ້ອງຕິດຄຸກໂດຍບໍ່ມີຄວາມຜິດ” ນາງ ຈັນເພັນ ກ່າວ.

ແນວໃດກໍຕາມ, ພາຍຫຼັງ ນາງຈັນເພັນໄດ້ໃຫ້ຂ່າວອອກສື່ແລ້ວ ແມ່ນຍັງບໍ່ມີເຈົ້າໜ້າທີ່ທາງການຂອງທັງຝ່າຍລາວແລະໄທອອກມາຊີ້ແຈງຕໍ່ບັນຫາດັ່ງກ່າວວ່າເປັນແບບໃດ ຫຼືມີມູນຄວາມຈິງຈັ່ງໃດແທ້. ດັ່ງນັ້ນ, ຕໍ່ຂ່າວນີ້ຈຶ່ງຕ້ອງຕິດຕາມຕໍ່ໄປວ່າຂໍ້ເທັດຈິງເປັນຈັ່ງໃດແທ້ ເພາະຕອນນີ້ຍັງເປັນການໃຫ້ຂ່າວແຕ່ຝ່າຍດຽວທີ່ອ້າງວ່າຕົນເປັນຜູ້ເສຍຫາຍ. ເຊິ່ງຖ້າຫາກເປັນຄວາມຈິງຕາມທີ່ ນາງ ຈັນເພັນ ກ່າວແລ້ວ ທາງການລາວທີ່ກ່ຽວຂ້ອງກໍອາດຈະຕ້ອງໄດ້ທົບຄວນເຖິງຂະບວນການແລະຂັ້ນຕອນການເຮັດວຽກຄືນໃໝ່ ເນື່ອງຈາກເລື່ອງນີ້ເປັນບັນຫາໃຫຍ່ລະດັບປະເທດ.

ແຫຼ່ງຂ່າວ: ຄົມຊັດລຶກ ແລະ ໂທລະພາບຊ່ອງ 3 (ໄທ)

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...