Homeຂ່າວຕ່າງປະເທດລຸກເປັນໄຟໃນຕາເວັນອອກກາງ ປາເລສໄຕສູ້ບໍ່ຖອຍ ໃນຂະນະທີ່ຫຼາຍປະເທດຄັດຄ້ານທຣໍ້າ

ລຸກເປັນໄຟໃນຕາເວັນອອກກາງ ປາເລສໄຕສູ້ບໍ່ຖອຍ ໃນຂະນະທີ່ຫຼາຍປະເທດຄັດຄ້ານທຣໍ້າ

Published on

ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດລົງນາມ ຮັບຮອງເອົານະຄອນຫຼວງ ເຢຣູຊາເລມ ເປັນນະຄອນຫຼວງຂອງ ອິສລາເອວ ໄດ້ເຮັດໃຫ້ເກີດກະແສຕໍ່ຕ້ານໃນທັງ ປາເລສໄຕ, ບັນດາປະເທດໃນຕາເວັນອອກກາງ ແລະອີກຫຼາຍປະເທດໃນໂລກ.

ທຣຳ ໄດ້ລົງນາມໃນເອກະສານ ຮັບຮອງເອົານະຄອນຫຼວງເຢຣູຊາເລມ ເປັນນະຄອນຫຼວງຂອງອິສລາເອວ ແລະໄດ້ສັ່ງຍ້າຍສະຖານທູດສະຫະລັດປະຈຳອິສລາເອວໄປຍັງນະຄອນຫຼວງເຢຣູຊາເລມ ເຊິ່ງໄດ້ສ້າງຄວາມບໍ່ພໍໃຈຢ່າງຍິ່ງຕໍ່ຊາວຮາມາສ ກໍຄືປະຊາຊົນປາເລສໄຕ ແລະເຂົາເຈົ້າໄດ້ພາກັນລຸກຮື້ຂຶ້ນປະທ້ວງຢ່າງໃຫຍ່ຫຼວງ ເຊິ່ງໄດ້ມີການຈູດເຜົາທຸງຊາດອາເມລິກາ, ທຸງອິສລາເອວ ແລະຮູບຫຸ່ນຂອງ ໂດໂນ ທຣໍຳ ນຳພ້ອມ.

ໃນຂະນະທີ່ທ່າທີຂອງຫຼາຍປະເທດໃນຕາເວັນອອກກາງ ແລະຕ່າງປະເທດ ລວມທັງທ່າທີຂອງ ອົງການສະຫະປະຊາຊາດ ແມ່ນຄັດຄ້ານຕໍ່ການກະທຳຂອງ ທຣຳ ໃນເທື່ອນີ້. ອິຣານ, ຊາອຸດິດ ອາລາເບຍ, ເລບານອນ, ຈໍແດນ, ຕຸລະກີ, ເຢຍລະມັນ, ຝຣັ່ງ ແລະອັງກິດ ຕ່າງກໍຄັດຄ້ານການກະທຳຂອງ ທຣຳ ເຊັ່ນກັນ. ໃນອົງການສະຫະປະຊາຊາຊາດ ທ່ານ ແອນໂທນິໂອ ກູເຕເຣສ ເລຂາທິການອົງການສະຫະປະຊາຊາດ ກ່າວວ່າສະຫະລັດຝືນເຮັດແຕ່ຝ່າຍດຽວ ໂດຍບໍ່ຜ່ານຄວາມເຫັນດີຂອງປະຊາຄົມໂລກ. ໃນຂະນະທີ່ຄະນະມົນຕີຄວາມໝັ້ນຄົງຂອງ ອົງການສະຫະປະຊາຊາດ ກຽມປະຊຸມສຸກເສີນຕໍ່ບັນຫາດັ່ງກ່າວ.

ໃນໂອກາດທີ່ສະຫະລັດກຳລັງຍ້າຍສະຖານທູດຂອງຕົນໄປຍັງນະຄອນຫຼວງ ເຢຣູຊາເລມນັ້ນ ອີກຫຼາຍປະເທດພັດຍັງມີທ່າທີເມີນເສີຍ ແລະວ່າຈະບໍ່ຍ້າຍສະຖານທູດຂອງຕົນໄປເຢຣູຊາເລມ ເຊັ່ນ ແຄນາດາ, ແມັກຊິໂກ, (ຈີນ)ໄຕ້ຫວັນ ແລະອີກຫຼາຍປະເທດ ກ່າວວ່າຈະບໍ່ຍ້າຍສະຖານທູດຂອງຕົນຈາກນະຄອນຫຼວງ ເທວອາວີບ (ອິສລາເອວ) ໄປຍັງນະຄອນຫຼວງ ເຢຣູຊາເລມ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...