Homeຂ່າວຕ່າງປະເທດຣັດເຊຍຖືກຫ້າມເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ 2018 ທີ່ເກົາຫຼີໃຕ້

ຣັດເຊຍຖືກຫ້າມເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ 2018 ທີ່ເກົາຫຼີໃຕ້

Published on

ທີມຣັດເຊຍຖືກຫ້າມເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກລະດູໜາວ 2018 ທີ່ປະເທດເກົາຫຼີໃຕ້ ດ້ວຍຂໍ້ກ່າວຫາວ່າລັດສະໜັບສະໜູນການໃຊ້ສານກະຕຸ້ນກັບນັກກິລາ ແຕ່ກໍ່ຍັງໃຫ້ໂອກາດນັກກິລາຂອງຣັດເຊຍເຂົ້າຮ່ວມການແຂ່ງຂັນໄດ້ແຕ່ຕ້ອງຢູ່ພາຍໃຕ້ເງື່ອນໄຂທີ່ເຂັ້ມງວດໂດຍຕ້ອງໃຊ້ທຸງໂອລິມປິກແທນ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ໂລຊານ ປະເທດສະວິດເຊີແລນ ເມື່ອວັນທີ 6 ທັນວາ 2017ວ່າ ຄະນະກຳມະການສາກົນ ໂອລິມປິກສາກົນ (ໄອໂອຊີ) ປະກາດຜົນການຕັດສິນຫຼັງປະຊຸມຫາລືຂອງຄະນະກຳມະການບໍລິຫານໂອລິມປິກສາກົນ ໂດຍພິຈາລະນາ ແລະ ກວດສອບຫຼັກຖານເລື່ອງທີ່ລັດຖະບານຣັດເຊຍສະໜັບສະໜູນການໃຊ້ສານກະຕຸ້ນນັກກິລາຂອງຣັດເຊຍເຊິ່ງຜ່ານມາຫຼາຍປີກ່ອນຈົນເຖິງຈຸດສຳຄັນໃນລະຫວ່າງການແຂ່ງຂັນກິລາໂອລິມປິກລະດູໜາວ 2014 ທີ່ເມືອງ ໂຊຊິຂອງຣັດເຊຍ ໂດຍຢືນຢັນຜົນການພິຈາລະນາວ່າ ຫ້າມທີມກິລາຣັດເຊຍເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກລະດູໜາວ 2018 ທີ່ເມືອງປຽງຊາງຂອງເກົາຫຼີໃຕ້ ເຊິ່ງຈະຈັດຂຶ້ນໃນເດືອນ ກຸມພາ 2018

ດ້ານທ່ານ ອາເລັກ ຊານເດີ ຊູຄອຟ ປະທານຄະນະກຳມະທິການໂອລິມປິຂອງຣັດເຊຍ ກ່າວວ່າ ການທີ່ໂອລິມປິກສາກົນລົງໂທດນັກກິລາຖືເປັນເລື່ອງທີ່ບໍ່ເປັນທຳ ແລະ ຂັດຕໍ່ສິນທຳ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...