spot_img
Homeຂ່າວພາຍ​ໃນພິລຶກ ສະຫວັນມີລົດບໍ່ຖືກຕ້ອງຫຼາຍກະດໍ້

ພິລຶກ ສະຫວັນມີລົດບໍ່ຖືກຕ້ອງຫຼາຍກະດໍ້

Published on

ກອງກວດກາພາສີ ປະຈຳແຂວງສະຫວັນນະເຂດ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈຳນວນ 9 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົວຈິງນັບແຕ່ເດືອນມັງກອນຫາວັນທີ 23 ພະຈິກ 2017 ສາມາດປະຕິບັດໄດ້ທັງໝົດ 51 ຕື້ກວ່າກີບ ເທົ່າກັບ 568,68%, ລືື່ນແຜນການປີ 460,95% ຄິດເປັນຕົວເລກເງິນລື່ນແຜນການປະມານ 42 ຕື້ກວ່າກີບ. ທັງນີ້, ກໍ່ຍ້ອນການແກ້ໄຂລົດບໍ່ຖືກຕ້ອງຈຳນວນ 2.716 ຄັນ. ໃນນັ້ນ, ເປັນປະເພດລົດໃຫຍ່ 1.401 ຄັນ, ລົດຈັກ 1.315 ຄັນ.

ທ່ານ ຄຳພອນ ຫານຊະນະ ຍັງໄດ້ເນັ້ນຕື່ມອີກວ່າ: ອີງຕາມການມອບໝາຍຈາກກົມພາສີ ກະຊວງການເງິນ ມອບໝາຍໃຫ້ກອງກວດກາພາສີປະຈຳແຂວງສະຫວັນນະເຂດໃນປີ 2017 ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈຳນວນ 9 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດນັບແຕ່ເດືອນມັງກອນຫາວັນທີ 23 ພະຈິກ 2017 ສາມາດຈັດເກັບລາຍຮັບໄດ້ 51 ຕື້ກວ່າກີບ ເທົ່າກັບ 568,68% ຂອງການແຜນການປີ, ຖ້າທຽບໃສ່ແຜນການສາມາດປະຕິບັດໄດ້ລືື່ນແຜນ 460,95% ຄິດເປັນຕົວເລກເງິນລື່ນແຜນການປະມານ 42 ຕື້ກວ່າກີບ. ສາເຫດທີ່ພາໃຫ້ການຈັດເກັບລາຍຮັບລື່ນແຜນການແມ່ນຍ້ອນການແກ້ໄຂລົດບໍ່ຖືກຕ້ອງທີ່ແຂວງຂຶ້ນບັນຊີໄວ້ທັງໝົດ 5.702 ຄັນ, ໃນນັ້ນ, ປະເພດລົດຈັກ 3.835 ຄັນ, ລົດໃຫຍ່ 1,867 ຄັນ ( ລົດກະບະ 1.627 ຄັນ, ລົດເກັງ 77 ຄັນ,  ລົດຈິບ 159 ຄັນ, ລົດຕູ້ 4 ຄັນ) ແລະ ສາມາດແກ້ໄຂໄດ້ແລ້ວທັງໝົດ  2.716 ຄັນ. ໃນນັ້ນ, ລົດໃຫຍ່ 1.401 ຄັນ, ລົດຈັກ 1.315 ຄັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫຼາຍກວ່າ 40 ຕື້ກີບ.

 

ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...