Home​ຂ່າວບັນເທິງນັກຮ້ອງລາວ "ແຈັກກີ້" ຮ່ວມປະກວດຮ້ອງເພງໃນລາຍການ The Voiec Thailand ຊີຊັ່ນ 6

ນັກຮ້ອງລາວ “ແຈັກກີ້” ຮ່ວມປະກວດຮ້ອງເພງໃນລາຍການ The Voiec Thailand ຊີຊັ່ນ 6

Published on

ລາຍການ The Voiec Thailand ເປັນອີກໜຶ່ງລາຍການຂອງທາງເພື່ອນບ້ານທີ່ໜ້າຕິດຕາມ ແລະ ມີຄົນລາວຈຳນວນຫຼາຍທີ່ຄອຍຮັບຊົມ ແລະ ໃນຊີຊັ່ນ 6 ນີ້ ແຮງພາດບໍ່ໄດ້ ເພາະມີ ນັກຮ້ອງນຳວົງ Yes ເຈົ້າຂອງຜົນງານເພງ ຜິດ ນັກກໍ່ຄື “ແຈັກກີ້” ນັກຮ້ອງລາວຄົນທຳອິດ ທີ່ໄປຮ່ວມໂຊພະລັງສຽງໃນລາຍການ ແລະ ໃນວັນທີ 03 ທັນວາ 2017 ທີ່ຜ່ານມາແມ່ນຮອບ Audition ໂດຍ ແຈ໋ກກີ້ ໄດ້ຮ້ອງເພງ ພູດທຳໄມ ຂອງນັກຮ້ອງສາຍ R and B “ຕູ່ ພົບພອນ” ໂດຍນ້ຳສຽງທີ່ເປັນເອກະລັກສະເພາະຕົວເຮັດໃຫ້ ໂຄ໊ຊ “ສິງໂຕ ນຳໂຊກ” ເຈົ້າພໍ່ສາຍR and B ອີກຄົນຂອງເມືອງ ໄທ ຫັນມາ ໃນທີ່ສຸດ  “ແຈັກກີ້” ກໍ່ສາມາດຜ່ານຮອບ Audition ນີ້ໄປໄດ້ ແລະ ໄດ້ເປັນລູກທີມໂຄ໊ຊ  “ສິງໂຕ ນຳໂຊກ”

“ແຈັກກີ້” ຈະສາມາດຜ່ານເຂົ້າໄປໃນຮອບເລິກໆໄດ້ ຫຼື ບໍ່ນັ້ນ ເຮົາຕ້ອງມາລຸ້ນ ແລະ ສົ່ງແຮງໃຈໄປເຊຍພ້ອມໆກັນ

ກ່ອນຈະຮອດວັນເສົາທີ 9/12/2017 ເຮົາມາຟັງຜົນງານເພງ ຜິດ ຂອງວົງ Yes ກັນກ່ອນ ຮັບຮອງວ່າມ່ວນຖືກໃຈແນ່ນອນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...