Homeຂ່າວຕ່າງປະເທດນາຍົກເຢຍລະມັນຍອມຮັບ ຂ້ວາມບາດຣັດເຊຍ ກະທົບເສດຖະກິດໂຕເອງ

ນາຍົກເຢຍລະມັນຍອມຮັບ ຂ້ວາມບາດຣັດເຊຍ ກະທົບເສດຖະກິດໂຕເອງ

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ 2014 ຜ່ານມານີ້ວ່າ ທ່ານນາງ ອັງເກລາ ແມເຄິນ ນາຍົກລັດຖະ

ມົນຕີຂອງເຢຍລະມັນ ກ່າວຍອມຮັບວ່າ ການເພີ່ມມາດຕະການຂ້ວາມບາດຕໍ່ຣັດເຊຍຂຶ້ນອີກນັ້ນ ຈະສົ່ງຜົນກະທົບ

ຕໍ່ກັບເສດຖະກິດຂອງເຢຍລະມັນຢ່າງແນ່ນອນ, ແຕ່ບໍ່ມີຫົນທາງອື່ນໃດ ທີ່ຈະລົງໂທດຣັດເຊຍ ຈາກການຮຸກຮານອູ

ແກຣນໄດ້ ໂດຍລະບຸວ່າ ການລົງໂທດດັ່ງກ່າວ ຈະກະທົບກັບບໍລິສັດສົ່ງອອກຂອງເຢຍລະມັນເປັນຫຼັກ.

 

ກ່ອນໜ້ານີ້ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ອອກມາຕຳນິສະຫະພາບເອີລົບ ໂດຍໄດ້ລະບຸວ່າ

” ຫວັງວ່າສາມັນສຳນຶກ ຈະສາມາດເອົາຊະນະຊາດເອີລົບໄດ້ ເນື່ອງຈາກຄຳນຶງແລ້ວວ່າ ການເພີ່ມມາດຕະການຂ້ວາມ

ບາດຣັດເຊຍເພີ່ມຂຶ້ນນັ້ນ ຈະສ້າງຄວາມເດືອດຮ້ອນໃຫ້ກັບເອີລົບທັງໝົດພູມີພາກ ”

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...