Homeຂ່າວພາຍ​ໃນເອົາໃຈຊ່ວຍລັດຯ ເຫຼືອເວລາ 1 ເດືອນ ຈະເກັບລາຍຮັບໄດ້ຕາມຄາດຫຼືບໍ່

ເອົາໃຈຊ່ວຍລັດຯ ເຫຼືອເວລາ 1 ເດືອນ ຈະເກັບລາຍຮັບໄດ້ຕາມຄາດຫຼືບໍ່

Published on

ຍັງພຽງຫນຶ່ງເດືອນເຕັມກໍຈະໝົດປີ 2017 ຂະນະທີ່ການເກັບລາຍຮັບກໍອາດບໍ່ໄດ້ຕາມເປົ້າໝາຍອີກປີ, ແຕ່ຫາກພະຍາຍາມໃຫ້ໄດ້ຕາມແຜນສູ້ຊົນ. ຫລ້າສຸດທີ່ລັດຖະບານສະເຫນີໃນກອງປະຊຸມສະພາທີ່ຕົວເລກ 98.1%ຂອງແຜນການກໍຖືເປັນຕົວເລກທີ່ດີກວ່າປີຜ່ານມາ.
ສຳລັບຕົວເລກແຜນການຈັດເກັບລາຍຮັບປີ2018 ຕາມມະຕິກອງປະຊຸມສະໄໝ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຮັບຮອງເອົາແມ່ນສູ້ຊົນເກັບລາຍຮັບທັງໝົດບໍ່ໃຫ້ຫຼຸດ 25,452 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງ 20,472 ຕື້ກີບ; ລາຍຮັບພູດທ້ອງຖິ່ນ 4,979 ຕື້ກີບ.
ສ່ວນລາຍຈ່າຍທັງໝົດ 32,809 ຕື້ກີບ; ໃນນີ້ ລາຍຈ່າຍພູດສູນກາງ 23,832 ຕື້ກີບ, ລາຍຈ່າຍພູດທ້ອງຖິ່ນ 8,977 ຕື້ກີບ. ຂາດດູນງົບປະມານຈຳນວນ 7,357 ຕື້ກີບ ເທົ່າກັບ 4.92% ຂອງ GDP.
ສະພາແຫ່ງຊາດ ຍັງໄດ້ຮັບຮອງເອົາ 16 ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018 ຕາມການສະເໜີຂອງລັດຖະບານ. ແຕ່ເພື່ອຮັບປະກັນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2017 ແລະ ແຜນການປີ 2018 ກອງປະຊຸມມອບໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການເພີ່ມຕື່ມຈຳນວນຫນຶ່ງດັ່ງນີ້: ມາດຕະການດ້ານລາຍຮັບ: ໃຫ້ຮີບຮ້ອນປັບປຸງ ແລະ ສ້າງນິຕິກຳທີ່ຈຳເປັນ ແລະ ຮີບດ່ວນ ເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການຊຸກຍູ້ການຜະລິດ, ຄຸ້ມຄອງການຈັດເກັບລາຍຮັບ ໂດຍສະເພາະແມ່ນການຜັນຂະຫຍາຍໃຫ້ເປັນນິຕິກຳລຸ່ມກົດໝາຍ ຂອງບັນດາກົດໝາຍສະພາແຫ່ງຊາດໄດ້ຮັບຮອງຜ່ານມາ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ; ສືບຕໍ່ສຳຫຼວດຖານຫົວໜ່ວຍທຸລະກິດ ແລະ ຄົ້ນຄວ້າຍົກລະດັບຖານອາກອນຂອງບາງຫົວໜ່ວຍທຸລະກິດໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດໃນປັດຈຸບັນ.
ນອກນັ້ນ, ກໍ່ເລັ່ງລັດຫັນເປັນທັນສະໄໝໃນການຈັດເກັບລາຍຮັບຢ່າງມີຈຸດສຸມ ເປັນຕົ້ນ ຢູ່ໃນບັນດາຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ; ເອົາໃຈໃສ່ຄຸ້ມຄອງ ແລະ ສະກັດກັ້ນການຮົ່ວໄຫຼຈາກການເກັບອາກອນ, ພາສີ, ຄ່າທຳນຽມກ່ຽວກັບການນຳເຂົ້າສິນຄ້າຢູ່ໃນບັນດາດ່ານຊາຍແດນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງເຈົ້າໜ້າທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ບໍລິການປະຊາຊົນ ໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...