Homeຂ່າວພາຍ​ໃນປະເທດລາວ 4.0 ມາແລ້ວ ຊື້ກ້ວຍຈີ່ດ້ວຍແອັບ OnePay

ປະເທດລາວ 4.0 ມາແລ້ວ ຊື້ກ້ວຍຈີ່ດ້ວຍແອັບ OnePay

Published on

ເຄີຍໄດ້ຍິນແຕ່ຢູ່ຕ່າງປະເທດວ່າ ການໄປເລາະຊື້ເຄື່ອງບໍ່ຈຳເປັນຕ້ອງພົກພາເງິນສົດໄປ ພຽງມີໂທລະສັບສະມາດໂຟນທີ່ໃຊ້ອິນເຕີເນັດ ແລ້ວໃຊ້ແອັບພລິເຄຣຊັ່ນສະແກນບາໂຄດ ກໍເປັນອັນວ່າລະບົບທະນາຄານຫາກຈ່າຍເງິນໃຫ້ເອງ. ແລະມັນກໍເປັນຄວາມຝັນຂອງບັນດາ ຮ້ານຄ້ານ້ອຍໃຫຍ່ແລະກາງທັງຫຼາຍ ກໍຄືນັກຊັອບປິງທັງຫຼາຍ ທີ່ຄິດຢາກໃຫ້ມີລະບົບນັ້ນມາໃຊ້ຄືກັນ. ມາຮອດມື້ນີ້ຄວາມຝັນນັ້ນເກີດຂຶ້ນແລ້ວຢູ່ປະເທດລາວ ເມື່ອຮ້ານຈີ່ໝາກກ້ວຍກໍໄດ້ໃຊ້ຄວາມທັນສະໄໝນັ້ນແລ້ວ.

ທະນາຄານການຄ້າຕ່າງປະເທດລາວໄດ້ເພິ່ມຟັງຊັ່ນໜຶ່ງເຂົ້າໃນແອັບພລິເຄຣຊັ່ນ BCEL One  ນັ້ນກໍຄື OnePay ເພື່ອໃຊ້ສຳລັບຈ່າຍຄ່າສິນຄ້າໂດຍການສະແກນ QR Code ຂອງສິນຄ້າແລ້ວລະບົບກໍຈະຕັດເງິນຢູ່ບັນຊີທະນາຄານເລີຍ ເຊິ່ງຜະລິດຕະພັນນີ້ເໝາະສຳລັບທຸລະກິດຫ້າງຮ້ານຂະຫນາດນ້ອຍ ແລະ ກາງ. ຈ່າຍງ່າຍສະດວກສະບາຍບໍ່ຈຳເປັນຕ້ອງພົກພາເງິນສົດໃຫ້ຫຍຸ້ງຍາກ, ຜູ້ຂາຍກະບໍ່ຕ້ອງຊອກຫາເງິນທອນໃຫ້ລໍາບາກ, ມີຄວາມປອດໄພໝັ້ນໃຈໄດ້. ນອກນັ້ນ, ຍັງຊ່ວຍຫລຸດຜ່ອນຄວາມສ່ຽງຖືກເງິນປອມ ແລະ ຄຸນນະປະໂຫຍດອື່ນໆອີກຫລວງຫລາຍ.

ນີ້ເປັນບາດກ້າວທີ່ສຳຄັນຂອງວົງການໄອທີລາວ ກໍຄືລະບົບການເງິນການທະນາຄານຂອງລາວ ທີ່ມີຄວາມກ້າວໜ້າທັນສະໄໝຂຶ້ນຢ່າງບໍ່ຢູດຢັ້ງ.

ທົດລອງຊື້ກ້ວຍຈີ່ຜ່ານແອັບພລິເຄຣຊັ່ນ OnePay ຮູບ: ສາວລາວ ອອນລາວ
ທົດລອງຊື້ກ້ວຍຈີ່ຜ່ານແອັບພລິເຄຣຊັ່ນ OnePay ຮູບ: ສາວລາວ ອອນລາວ
ຮູບສະແດງໃຫ້ເຫັນຟັງຊັ່ນ OnePay ໃນແອັບ BCEL One

ແຫຼ່ງຂ່າວ: ສາວລາວ ອອນລາຍ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...