Homeຂ່າວພາຍ​ໃນປະຫວັດຄວາມເປັນມາຂອງແຂວງອັດຕະປື

ປະຫວັດຄວາມເປັນມາຂອງແຂວງອັດຕະປື

Published on

ແຂວງອັດຕະປື: ເປັນເມືອງດັ້ງເດີມ ສືບສານກັນມາ ແຕ່ບູຮານນະການ, ປະກົດຊື່ໃນ ພົງສາວະດານ ອັດຕະປື ວ່າ: ເມືອງລາວຫຼົງ ໃນປີ ຄສ 638, ຕໍ່ມາປ່ຽນເປັນ “ຣາມາລັກອົງການ ”ຫຼື“ ເມືອງອົງການ” ໃນປີ 686, ເຖິງສະໄໝ ເຈົ້າໄຊຍະ ເສດຖາທິຣາດ ຄອງອະນາ ຈັກລ້ານຊ້າງ ຄ.ສ 1534 – 1752 ປ່ຽນເປັນ “ແອ້ກະບື” ( ແອ້ ເປັນຄຳສອຍ ໃນເວລາ ລຳຜະຫຍາ ພື້ນເມືອງ ຂອງຄົນທ້ອງຖິ່ນ, ມີຄວາມໝາຍ ວ່າ: ຄັກຫຼາຍແທ້ໆ / ສຸດຍອດ, ກະປືແປວ່າ: ຄວາຍ ).

ເຫດຜົນ ທີ່ໄດ້ຊື່ແນວນີ້, ຍ້ອນວ່າ ດິນແດນນີ້ມີ ທຳມະຊາດ ທີ່ອຸດົມສົມບູນ, ມີຝູງງົວ, ຄວາຍປ່າ ແລະ ສັດນາໆ ຊະນິດມາອາໃສ ຢູ່ຖິ່ນນີ້ຫຼາຍແທ້ໆ. ມາຮອດປີ 1563 ພະເຈົ້າ ໄຊຍະເຊດຖາ ໄດ້ເລືອກເອົາ ແຂວງອັດຕະປື ເປັນເຂດທີ່ໝັ້ນ ຕ້ານທຸກກຳລັງ ການຮຸກຮານ ຂອງສັດຕູ; ປີ ຄ.ສ 1572 ຍ້ອນພະຍາ ນະຄອນ ຄິດກະບົດ ຢາກເປັນ ເຈົ້າແຜ່ນດິນ, ຈິ່ງມີກົນອຸບາຍ ທູນຕໍ່ເຈົ້າ ໄຊຍະ ເສດຖາທິຣາດ ວ່າ: ເຈົ້າເມືອງອົງການ ແອ້ກະບື ມີໃຈອອກຫ່າງ ບໍ່ຍອມຂຶ້ນກັບ ການປົກຄອງ ຂອງພະອົງ.

ພະເຈົ້າ ໄຊຍະ ເສດຖາທິຣາດ ຈຶ່ງໄດ້ນຳທັບຫຼວງ ໄປເຖິງ ເມືອງອົງການ (ແອ້ກະບື) ເພື່ອທຳການ ປັບປຸງກຳລັງ ໄປປາບປາມ ເມືອງດັ່ງກ່າວ ແຕ່ຖືກພວກ ກະບົດລອບ ປົງພະຊົນເມື່ອ ແຮມ 3 ຄ່ຳເດືອນອ້າຍ (ເດືອນຈຽງ) ຄສ 1572. ອັດຖີທາດ (ກະດູກ) ໄດ້ຖືກນຳມາ ປະດິດສະຖານ ໄວ້ທີ່ວັດທາດ ຈຸນລະມະນີໃກ້ ກັບທີ່ເກີດເຫດ ແລະ ພາຍຫຼັງມາ ເຂດການປົກຄອງ ທ້ອງຖິ່ນ ຂັ້ນເມືອງນີ້ ໄດ້ຮັບການ ຕັ້ງຊື່ວ່າ: ເມືອງໄຊ ເສດຖາ ແລະ ມາຮອດສະໄໝ ລາວເສຍ ເອກະລາດ ໃຫ້ຝຣັ່ງເສດ ປົກຄອງ ຈຶ່ງໄດ້ປ່ຽນຊື່ຈາກ ແອ້ກະບື ມາເປັນ ອັດຕະປື ມາເຖິງ ປະຈຸບັນນີ້.

ໃນໄລຍະ ສົງຄາມຕໍ່ສູ້ ກູ້ເອົາເອກະລາດ ແລະ ປົດປອ່ຍຊາດ ຕ້ານການຮຸກຮານ ຂອງຈັກະພັດ ລ່າເມືອງຂຶ້ນແບເກົ່າ ແລະ ໃໝ່, ອັດຕະປື ໄດ້ເປັນຖານ ທີ່ໝັ້ນອັນ ແຂງແກ່ນ ຂອງກຳລັງ ການປະຕິວັດ ແລະ ໄດ້ຮັບການ ປົດປອ່ຍ ແຂວງອັດຕະປື ໃນວັນທີ 28 ເມສາ 1970; ອະນຸສອນ ແຫ່ງສົງຄາມ ຍັງມີຢ່າງ ຫຼວງຫຼາຍ ຢູ່ທາງທິດ ຕາເວັນອອກ ຂອງແຂວງ ໂດຍສະເພາະ ລຽບຕາມບໍລິເວນ ເສັ້ນທາງໂຮ່ຈິມິນ. ພາຍຫຼັງໄດ້ຮັບ ການປົດປອ່ຍ ທົ່ວປະເທດ ໃນປີ 1975 ອັດຕະປື ໄດ້ຮັບການ ຍົກຍ້ອງ ສັນລະເສີນ ເປັນແດນ “ວິຣະຊົນ” ແລະ ໄດ້ຮັບການ ພັດທະນາ ຮອບດ້ານເລື້ອຍໆ ມາຢ່າງບໍ່ຢຸດຢັ້ງ ຈົນເຖິງປະຈຸບັນນີ້.

ທີ່ຕັ້ງຂອງແຂວງ: ແຂວງອັດຕະປື ເປັນແຂວງໜຶ່ງ ຕັ້ງຢູ່ພາກໃຕ້ ຂອງລາວ, ໄດ້ຈັດເຂົ້າເປັນ ທົ່ງພຽງທີ 7 ຂອງປະເທດ ມີເນື້ອທີ່ ທັງໝົດ 10.320 ກມ2 ສະເລ່ຍ 11 ຄົນ/ກມ; ທິດເໜືອ ຕິດກັບ ແຂວງເຊກອງ ຍາວ 137,5 ກມ, ທິດໃຕ້ຕິດກັບ ແຂວງລັດຕະນະຄີລີ ແລະ ແຂວງຊຽງແຕງ ແຫ່ງ ລາດສະອານາຈັກ ກຳປູເຈຍ ຍາວ 224,25 ກມ, ທິດຕາເວັນອອກ ຕິດກັບ ແຂວງກອນຕູມ ສສ. ຫວຽດນາມ ຍາວ 58 ກມ ແລະ ທິດຕາເວັນຕົກ ຕິດກັບແຂວງ ຈຳປາສັກ 180 ກມ, ພື້ນທີ່ສ່ວນໜຶ່ງ ຂອງແຂວງ ເປັນພູດອຍ ສູງຈາກລະດັບ ນ້ຳທະເລ ສະເລ່ຍ 800 ຫາ 1.560 ແມັດ.

ແຂວງອັດຕະປື ປະກອບມີ 5 ເມືອງ ຄືເມືອງສາມັກຄີໄຊ, ສະໜາມໄຊ, ໄຊເສດຖາ, ພູວົງ ແລະເມືອງຊານໄຊ.

ຮູບພາບມຸມສູງຂອງແຂວງອັດຕະປື ໂດຍ: ລາວໂພດກາດ

ແຫຼ່ງຂ່າວ: ອັດຕະປືອອນລາຍ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...