Home​ຂ່າວບັນເທິງ"ອາລິຕະ" ເຍົາວະຊົນລາວໂຊພະລັງສຽງໃນລາຍການເພງ のどじまんTHEワールド2017 ທີ່ຍີ່ປຸ່ນ

“ອາລິຕະ” ເຍົາວະຊົນລາວໂຊພະລັງສຽງໃນລາຍການເພງ のどじまんTHEワールド2017 ທີ່ຍີ່ປຸ່ນ

Published on

ລາຍການປະກວດຮ້ອງເພງຍີ່ປຸ່ນລະດັບນານຊາດຄັ້ງທີ່ 16 ຂອງຍີ່ປຸ່ນ のどじまんTHEワールド 2017 ໄດ້ມີຂຶ້ນເມື່ອວັນທີ 25 ພະຈິກ 2017 ໃນປີນີ້ມີ 23 ນັກຮ້ອງສຽງດີຕົວແທນຈາກທົ່ວໂລກເດີນທາງມາຮ່ວມປະກວດ ແລະ 1 ໃນຜູ້ປະກວດແມ່ນ ນາງ ອາລິຕາ ເຍົາວະຊົນລາວ ໄວອາຍຸ 13 ປີ ໄດ້ຂຶ້ນໂຊພະລັງສຽງເທິງເວທີດ້ວຍເພງ 何度でも」- dream come true

ເຖິງແມ່ນວ່າ “ອາລິຕະ” ບໍ່ໄດ້ເປັນແຊັ້ມໃນລາຍນີ້ ແຕ່ກໍ່ເຮັດໃຫ້ຄົນທີ່ໄດ້ຟັງສຽງຂອງນາງຂົນລຸກຂຶ້ນມາໄດ້ ໂດຍສະເພາະນີ້ເປັນອີກໜຶ່ງຄວາມພາກພູມໃຈໃຫ້ກັບຄົນລາວທົ່ວໄປະເທດ ທີ່ເຫັນເຍົາວະຊົນລາວມີບົດບາດໃນເວທີຕ່າງປະເທດ ເອົາເປັນວ່າຖ້າໃຜຍັງບໍ່ທັນໄດ້ຊົມນ້ອງອາລິຕະຮ້ອງເພງກໍ່ສາມາດເບິ່ງໄດ້ທີ່ຂ້າງລຸ່ມນີ້ເລີຍ

https://youtu.be/9RUmor_Cqnc

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...