Homeຂ່າວພາຍ​ໃນຂົນສົ່ງສາມຄັນໄປພ້ອມກັນ ຄາກັນອ່າງຫຍ່າງ

ຂົນສົ່ງສາມຄັນໄປພ້ອມກັນ ຄາກັນອ່າງຫຍ່າງ

Published on

ນັກຂ່າວລາຍງານມື້ວານນີ້ວ່າ ໄດ້ເກີດເຫດລົດບັນທຸກ 3 ຄັນຫຼີກກັນບໍ່ຫວິດ ພາໃຫ້ບຽດກັນຢູ່ກາງເສັ້ນທາງ ເຮັດໃຫ້ຄາກັນຢູ່ອ່າງຫຍ່າງ ເພື່ອນຮ່ວມທາງຄັນອື່ນບໍ່ສາມາດແລ່ນຜ່ານໄປໄດ້ ເປັນເວລາດົນພໍສົມຄວນ.

ລາຍງານຈາກທ້ອງຖິ່ນບອກວ່າ ລົດທັງສາມຄັນນັ້ນກຳລັງແລ່ນຢູ່ເສັ້ນທາງ ປາກຊັນ-ທ່າສີ ໃນເຂດບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ມາຮອດຈຸດເກີດເຫດລົດທັງສາມຄັນບັງເອີນຕ່າງຝ່າຍກໍມາພົບກັນ ລົດສອງຄັນທີ່ແລ່ນສວນທາງກັນໄດ້ພະຍາຍາມຫຼີກອອກສອງຂ້າງທາງ ແຕ່ບໍ່ເວັ້ນທີ່ລົດບັນທຸກອີກຄັນແລ່ນແຊງເຂົ້າມາສຽບເຄິ່ງກາງ ແຕ່ບໍ່ໂຫຼມກະເລີຍຄາກັນຢູ່ອ່າງຫຍ່າງຄືທີ່ເຫັນ.

ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 16 ພະຈິກ 2017 ທີ່ຜ່ານມາ, ສາເຫດຢ່າງເປັນທາງການຍັງບໍ່ລາຍງານ ແຕ່ວ່າຍັງໂຊກດີທີ່ບໍ່ເກີດເຫດຮ້າຍແຮງແລະບໍ່ມີຜູ້ບາດເຈັບແຕ່ຢ່າງໃດ ນອກຈາກຄວາມເສຍຫາຍທີ່ເກີດຂຶ້ນກັບລົດຫຼາຍພໍສົມຄວນ. ແຕ່ກໍໄດ້ກາຍເປັນເຫດການທີ່ໜ້າອາຍເຖິງພຶດຕິກຳຂອງນັກຂັບຂີ່ ທີ່ບໍ່ມີມາລະຍາດ ແລະເຫັນແກ່ໂຕທີ່ສຸດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...