12 ເວທີລະດັບສາກົນທີ່ມີຕົວແທນ “ນາງງາມ, ຊາຍງາມ ແລະ ສາວປະເພດສອງ” ຈາກລາວເຂົ້າຮ່ວມ

ຫຼາຍຄົນອາດຈະໄດ້ຕິດຕາມຂ່າວການສົ່ງ “ນາງງາມ, ຊາຍງາມ ແລະ ສາວປະເພດສອງ” ເຂົ້າຮ່ວມປະກວດເວທີລະດັບສາກົນຫຼາຍໆ ເວທີ ເຊິ່ງນັບຕັ້ງແຕ່ຕົ້ນປີ ຈົນຮອດທ້າຍປີ ເຊິ່ງລວມທັງໝົດໃນປີ 2017 ນີ້ ມີເຖິງ 12 ເວທີດ້ວຍກັນ.

ບັນເທີງກັບລາວໂພສມື້ນີ້ ພວກເຮົາເລີຍໄດ້ຮວບຮວມທັງ 12 ເວທີ ມານຳສະເໜີໃຫ້ທຸກທ່ານໄດ້ຮູ້ຈັກ ເຊິ່ງຈະມີເວທີໃດແນ່ນັ້ນ ເຮົາມາຕິດຕາມໄປພ້ອມກັນເລີຍ

        1. Miss International Queen 2016

      Miss International Queen ເປັນການປະກວດສາວປະເພດສອງນານາຊາດລະດັບໂລກ ໂດຍທົ່ວໄປການປະກວດແມ່ນຈະເລີ່ມປະກວດໃນເດືອນພະຈິກຂອງທຸກປີ ເຊິ່ງຈະໃຊ້ເວລາການປະກວດ ແລະ ເຮັດກິດຈະກຳປະມານ 1 ເດືອນ ຈັດຂຶ້ນປີທຳອິດເມື່ອປີ 2004 (ປີທີສອງທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ທ້າວ ວັນໃໝ່ ມົນຈຳປາ ທຳມະວົງ
ວັນ ແລະ ສະຖານທີ່ປະກວດ: 10 ມີນາ 2017 ທີ່ປະເທດໄທ
ຜົນງານ: ໄດ້ລາງວັນຊຸດປະຈຳຊາດດີເດັ່ນ ແລະ ຜ່ານເຂົ້າຮອບ 10 ຄົນສຸດທ້າຍ
ເຂົ້າຮ່ວມປະກວດໃນນາມສ່ວນຕົວ.

2. Top Model of the World 2017
ເປັນເວທີຄົ້ນຫາສາວບຸກຄະລິກດີລະດັບນານາຊາດ ເວທີນີ້ຈັດຕັ້ງຂຶ້ນໂດຍ Globana Group ເລີ່ມຕົ້ນແຕ່ປີ 1993 ທີ່ເມືອງ ໄມອາມີ ແລະ ປັດຈຸບັນເຈົ້າຂອງ ແລະ ຜູ້ບໍລິຫານກອງປະກວດນີ້ແມ່ນອົງກອນຄວາມງາມລະດັບໂລກ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ນາງ ວາລິສະລາ ຕັ້ງສຸວັນ (ເມ)
ວັນ ແລະ ສະຖານທີ່ປະກວດ: 14 ກໍລະກົດ 2017 ທີ່ El Gouna
ຜົນງານ: ບໍ່ໄດ້ຮັບລາງວັນໃດໆ
ເຂົ້າຮ່ວມປະກວດໃນນາມສ່ວນຕົວ.

3. 13th Chinese-Asean Etiquette Pageant

ເປັນເວທີການປະກວດນາງງາມມາລະຍາດດີ ຈາກທົ່ວປະເທດໃນເອເຊຍ ເຊິ່ງປີ 2017 ນີ້ ທາງກອງປະກວດ ມິສແກຣນລາວ ກໍ່ສົ່ງ 2 ສາວມິສແກຣນລາວ 2017 ເຂົ້າຮ່ວມປະກວດເປັນປີທຳອິດ

 ຜູ້ເຂົ້າຮ່ວມປະກວດ:

  • ນາງ ກິດສະດາ ວົງໄຊສະຫວາດ ຮອງອັນດັບ 2 ມິສແກຣນລາວ 2017
  • ນາງ ແສງສະຫວັນ ສີຫາລາດ ຮອງອັນດັບ 4 ມິສແກຣນລາວ 2017
    ວັນ ແລະ ສະຖານທີ່ປະກວດ: 6/8 – 17/9/2017 ທີ່ ສປ ຈີນ
    ຜົນງານ:
  • – ນາງ ກິດສະດາ ວົງໄຊສະຫວາດ ໄດ້ 2 ລາງວັນ: ໄດ້ຮັບລາງວັນເຖິງ 2 ລາງວັນຄື: ນາງແບບທີ່ດີທີ່ສຸດ ( The Best Model) ແລະ ລາງວັນ “ຂວັນໃຈຊ່າງພາບ”
    – ນາງ ແສງສະຫວັນ ສີຫາລາດ ໄດ້ 1 ລາງວັນ: ໄດ້ຮັບລາງວັນເຖິງ 2 ລາງວັນຄື: ຮອຍຍີ້ມທີ່ງາມທີ່ສຸດ ( Best Smile)
    ເຂົ້າຮ່ວມປະກວດໃນນາມທາງການ

4. Exquisite Face of The Universe

ເປັນກອງປະກວດໃບໜ້າຂອງແມ່ຍິງລະດັບສາກົນ ຄົ້ນຫາແມ່ຍິງທີ່ມີຄວາມເປັນສາກົນແລະມີທັກສະໃນການທູດ ມາເພື່ອໂປຣໂໝດທະວີບອາຟິກາ ໂດຍບໍ່ເນັ້ນຊາດນິຍົມ ເພາະຕ້ອງການສື່ໃຫ້ເຫັນຖຶງຄວາມເປັນສາກົນແລະບໍ່ຢຽດສີຜິວໃນຊົນຊັ້ນຄົນຜິວດຳ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ນາງ ວາລິສະລາ ຕັ້ງສຸວັນ (ເມ)
ວັນ ແລະ ສະຖານທີ່ປະກວດ: 16 ກັນຍາ 2017 ທີ່ ການ້າ
ຜົນງານ: ຊະນະເລີດໄດ້ກາຍເປັນ Miss Exquisite Asia 2017
ເຂົ້າຮ່ວມປະກວດໃນນາມສ່ວນຕົວ.

5. Miss Grand International 2017

ເປັນການປະກວດນາງງາມນານາຊາດທີ່ຈັດຂຶ້ນເພື່ອລົນນະລົງໃຫ້ຢຸດການເຮັດສົງຄາມ ແລະ ຄວາມຮຸນແຮງ ຈັດຕັ້ງໂດຍ ທ່ານ ນະວັດ ອິສຣະໄກສິນ ເຊິ່ງເລີ່ມປະກວດຕັ້ງແຕ່ປີ 2013 ເປັນຕົ້ນມາ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ນາງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017
ວັນ ແລະ ສະຖານທີ່ປະກວດ: 25 ຕຸລາ 2017 ທີ່ ປະເທດຫວຽດນາມ
ຜົນງານ: ຜ່ານເຂົ້າຮອບ 20 ຄົນສຸດທ້າຍ
ເຂົ້າຮ່ວມປະກວດໃນນາມທາງການ

6. Miss International Lao 2017

ເປັນເວທີການປະກວດນາງງາມ 1 ໃນ 4 ເວທີທີ່ໄດ້ຮັບຄວາມນິຍົມສູງສຸດ ແລະ ໜ້າເຊື່ອຖືທີ່ສຸດໃນໂລກ ເຊິ່ງໄດ້ເລີ່ມຈັດການປະກວດຕັ້ງແຕ່ປີ 1960 ເປັນຕົ້ນມາ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ນາງ ພູນຊັບ ພົນໂຍທາ (ມິມີ່) ຮອງອັນດັບ 1 ມິສແກຣນລາວ 2017
ວັນ ແລະ ສະຖານທີ່ປະກວດ: 14 ພະຈິກ 2017 ທີ່ ປະເທດ ຍີ່ປຸ່ນ
ຜົນງານ: ຜ່ານເຂົ້າຮອບ 8 ຄົນສຸດທ້າຍ
ເຂົ້າຮ່ວມປະກວດໃນນາມທາງການ

7. Miss Global 2017

ເປັນເວທີການປະກວດສາວງາມນານາຊາດ ແລະ ປີນີ້ກໍ່ເປັນປີທຳອິດທີ່ມີນາງງາມຕົວແທນຈາກລາວເຂົ້າຮ່ວມ

ຜູ້ເຂົ້າຮ່ວມປະກວດ: ນາງ ວາລິສະລາ ຕັ້ງສຸວັນ (ເມ)
ວັນ ແລະ ສະຖານທີ່ປະກວດ: 17 ພະຈິກ 2017 ທີ່ ປະເທດ ກຳປູເຈຍ
ຜົນງານ: ບໍ່ໄດ້ຮັບລາງວັນໃດໆ
ເຂົ້າຮ່ວມປະກວດໃນນາມສ່ວນຕົວ.

8.  Miss World 2017 

ນາງງາມໂລກ ເປັນການປະກວດນາງງາມລະດັບນານາຊາດ ສ້າງຕັ້ງຂຶ້ນທີ່ ສະຫະຣາຊະອານາຈັກ ໂດຍ ເອຣິດ ມໍຣລີ ເມື່ອປີ 1951 (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ນາງ ຕົ້ນຄຳ ພົນຈັນເຮືອງ ມິສເວີຣລາວ 2017
ວັນ ແລະ ສະຖານທີ່ປະກວດ:  18 ພະຈິກ 2017 ທີ່ ສ.ປ.ຈີນ
ຜົນງານ: ບໍ່ມີລາງວັນໃດໆ
ເຂົ້າຮ່ວມປະກວດໃນນາມທາງການ

9. Miss Universe 2017

ເປັນການປະກວດຄວາມງາມປະຈຳປີ ເຊິ່ງເລີ່ມຈັດຕັ້ງແຕ່ປີ 1952 ໂດຍ Pacific Mills ບໍລິສັດເຊື້ອຜ້າຈາກ ແຄລິຟໍເນຍ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ນາງ ສຸພາພອນ ສົມວິຈິດ Miss Universe Laos 2017
ວັນ ແລະ ສະຖານທີ່ປະກວດ: 26 ພະຈິກ 2017 ທີ່ ສະຫະລັດອາເມລິກາ
ຜົນງານ: ກຳລັງຢູ່ລະຫວ່າງການປະກວດ
ເຂົ້າຮ່ວມປະກວດໃນນາມທາງການ

10. Miss Supranational

ເປັນການປະກວດນາງງາມເວທີການປະກວດນາງງາມ 1 ໃນ 5 ຂອງເວທີປະກວດລະດັບ ແກຣນສແລມ ໂດຍເລີ່ມຈັດການປະກວດຕັ້ງແຕ່ປີ 2009 ເປັນຕົ້ນມາ ທີ່ປະເທດ ໂປແລນ (ຍົກເລີກການສົ່ງນາງງາມເຂົ້າປະກວດໃນປິນີ້)

ຜູ້ເຂົ້າຮ່ວມປະກວດ: ນາງ ກິດສະດາ ວົງໄຊສະຫວາດ ຮອງອັນດັບ 2 ມິສແກຣນລາວ 2017
ວັນ ແລະ ສະຖານທີ່ປະກວດ:  1 ທັນວາ 2017 ທີ່ ປະເທດ ໂປແລນ
ຜົນງານ: ບໍ່ມີ
ເຂົ້າຮ່ວມປະກວດໃນນາມທາງການ

11. Mister National Universe 2017

ເປັນເວທີປະກວດຊາຍງາມນານາຊາດ ຈັດຕັ້ງຂຶ້ນທຳອິດເມື່ອປີ 2006 ແລະ ຈະມີການຈັດການປະກວດໃນທຸກໆປີ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ທ້າວ ທົດສະພອນ ສິດພະໄຊ (ອຸ້ງ)
ວັນ ແລະ ສະຖານທີ່ປະກວດ:   5-13 ມິຖຸນາ 2017 ທີ່ ປະເທດ ໄທ
ຜົນງານ: ເຂົ້າຮອບ 10 ຄົນສຸດທ້າຍ ແລະ ກໍ່ໄດ້ລາງວັນ “ຂັວນໃຈສື່ມວນຊົນ”
ເຂົ້າຮ່ວມປະກວດໃນນາມສ່ວນຕົວ

12. Mister Universal Ambassador

ເປັນເວທີປະກວດຊາຍງາມ ຈັດຂຶ້ນຄັ້ງທຳອິດເມື່ອປີ 2015 ທີ່ສຸຣາມາຍາ ປະເທດອິນໂດເນເຊຍ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ທ້າວ ສຸຣິວັນ ໄຊຍະສານ (ຈອນນີ)
ວັນ ແລະ ສະຖານທີ່ປະກວດ:  6 ຕຸລາ 2017 ທີ່ ປະເທດ ອິນໂດເນເຊຍ
ຜົນງານ: ບໍ່ມີລາງວັນ
ເຂົ້າຮ່ວມປະກວດໃນນາມສ່ວນຕົວ

13. Manhunt International 2017

ເປັນອີກໜຶ່ງເວທີໃນປະກວດຊາຍງາມ ເຊິ່ງປີ 2017 ຈັດຂຶ້ນທີ່ປະເທດໄທ ມີຜູ້ເຂົ້າຮ່ວມທັງໝົດ 37 ຊາຍງາມ (ປີທຳອິດທີ່ລາວເຂົ້າຮ່ວມ)

ຜູ້ເຂົ້າຮ່ວມປະກວດ: ທ້າວ ຈັນທະຈອນ ວິໄລສານ (ລູ່)
ວັນ ແລະ ສະຖານທີ່ປະກວດ: 29 ພະຈິກ 2017 ທີ່ ປະເທດ ໄທ
ຜົນງານ: ໄດ້ 2 ລາງວັນຄື: ລາງວັນໂຄສະນາດີເດັ່ນ ແລະ ລາງວັນຜູ້ທີ່ມີສະເໜ່ທີ່ສຸດ
ເຂົ້າຮ່ວມປະກວດໃນນາມສ່ວນຕົວ

1 COMMENT

Comments are closed.