Homeຂ່າວພາຍ​ໃນບໍ່ວາຍ ເພື່ອນບ້ານດຣາມ່າ ຊຸດລອຍກະທົງຂອງລາວ

ບໍ່ວາຍ ເພື່ອນບ້ານດຣາມ່າ ຊຸດລອຍກະທົງຂອງລາວ

Published on

ໃຫ້ຄະແນນເຊຍນ້ອງນຸ້ຍ ຄລິກລີ້ງນີ້: https://missuniverse.votenow.tv/

ມື້ວານນີ້ ວັນທີ 20 ພະຈິກ 2017 ຢູ່ປະເທດໄທ ມີກະແສດຣາມ່າເລື່ອງຊຸດລອຍກະທົງຂອງ ນ້ອງນຸ້ຍ ສຸພາພອນ ສົມວິຈິດ ເທິງເວທີ ມິດຢູນິເວີດ 2017 ທີ່ Planet Hollywood Casino Mezzanine ລາດສະເວກັດ ລັດເນວາດາ ປະເທດສະຫະລັດ. ປາກກົດວ່າມີແຟນນາງງາມປະເທດເພື່ອນບ້ານບາງຄົນທັກທ້ວງວ່າ ເປັນຫຍັງສາວລາວຕ້ອງນຸ່ງຊຸດລອຍກະທົງ? ລອຍກະທົງເປັນປະເພນີໄທບໍ່ແມ່ນຫວາ?

ກະແສດຣາມ່າຝັ່ງໄທແຕກເປັນສອງຝ່າຍ ລະຫວ່າງຝ່າຍຄິດວ່າລອຍກະທົງເປັນປະເພນີໄທ ແລະອີກຝ່າຍໜຶ່ງບອກວ່າເປັນປະເພນີຮ່ວມກັນຂອງຄົນໃນລຸ່ມແມ່ນໍ້າຂອງ ເຊັ່ນກັນກັບແຄນ ຫຼືຕຳໝາກຫຸ່ງ.

ຂ່າວສົດ ຍົກເອົາຄຳເຫັນຂອງທ່ານ ອາຈານ ສິຣິພົດ ເຫຼົ່າມານະຈະເລີນ ຜູ້ຊ່ຽວຊານດ້ານປະຫວັດສາດແລະບູຮານຄະດີ ເຄີຍເປີດເຜີຍກ່ຽວກັບຮູບແກະສະຫຼັກນູນຕໍ່າໃນຜາສາດຫີນບາຍົນ ນະຄອນທົມ ປະເທດກຳປູເຈຍ ທີ່ອາດຈະບອກເລົ່າເລື່ອງລາວການລອຍກະທົງ ເຊິ່ງມີອາຍຸເກົ່າແກ່ກວ່າສະໄໝສຸໂຂໄທ ຮູບດັ່ງກ່າວເປັນຫຼັກຖານທີ່ສາມາດຢືນຢັນວ່າເກົ່າແກ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ທີ່ບັນທຶກເຖິງປະເພນີການລອຍກະທົງໃນພູມິພາກນີ້.

ເລື່ອງເລົ່າເຊົ້ານີ້ຂອງຊ່ອງສາມ ກໍບໍ່ຍອມທີ່ຈະປ່ອຍໃຫ້ຂ່າວນີ້ຜ່ານໄປໄດ້ ຈົນຕ້ອງຈັບເອົາມາເລົ່າ:

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...