spot_img
Homeຂ່າວພາຍ​ໃນຈະແຂ່ງຂັນເຕະບານນັດພິເສດທີມລາວ ພົບ ທີມບຣາຊິນ!

ຈະແຂ່ງຂັນເຕະບານນັດພິເສດທີມລາວ ພົບ ທີມບຣາຊິນ!

Published on

 

ສະຫະພັນບານເຕະແຫ່ງຊາດລາວ ຈັດພິທີຖະແຫຼງຂ່າວການແຂ່ງຂັນບານເຕະນັດພິເສດ ລະຫວ່າງທິມຊາດ

ລາວ ແລະ ທິມເພຼແຟບຣາຊິນ (Play Fair Brazil) ໃນວັນທີ 28 ສິງຫາຜ່ານມາ ທີ່ໂຮງແຮມລັດສະໝີ, ນະຄອນ

ຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ໄຊບັນດິດ ຣາຊພົນ ເລຂາຄະນະພັກ ສະຫະພັນບານເຕະແຫ່ງ

ຊາດລາວ; ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນລ້ານຊ້າງອິນທຣາ ພ້ອມດ້ວຍບັນດາແຂກຖືກເຊີນ

ແລະ ສື່ມວນຊົນເຂົ້າຮ່ວມ.

 

ທ່ານ ດຣ. ໄຊບັນດິດ ຣາຊພົນ ຖະແຫຼງຕໍ່ສື່ວ່າ: ໃນການຈັດງານແຂ່ງຂັນຄັ້ງນີ້ ກໍເພື່ອເປັນການແລກປ່ຽນປະສົບ

ການກິລາບານເຕະກັບທິມບານເຕະລະດັບໂລກ ແລະ ລະດັບສະໂມສອນຈາກຊາດອື່ນໆ, ເປັນການຊອກຄົ້ນຫາ

ເຕັກນິກ ແລະ ປະສົບການອັນໃໝ່ ແລະ ອັນໂດດເດັ່ນຂອງໂລກ.

 

ເປົ້າໝາຍຂອງພວກເຮົາກໍແມ່ນເພື່ອມິດຕະພາບ ແລະ ການຮ່ວມມືກັນ, ເພື່ອດຶງດູດການສົນໃຈຂອງບັນດາໄວ

ໜຸ່ມ ເປັນການປຸກລະດົມສ້າງສີສັນກິລາບານເຕະລາວ ເພາະວ່າຢູ່ປະເທດບຣາຊິນ ມີນັກກິລາບານເຕະທີ່ດີທີ່ສຸດ

ໃນໂລກ. ທິມບານເຕະ ເພຼແຟ ບຣາຊິນ ປະກອບດ້ວຍນັກເຕະອາຊີບ ທັງອະດີດ ແລະ ປະຈຸບັນ, ນັກເຕະບາງຄົນ

ເປັນທັງນັກເຕະທິມຊາດບຣາຊິນ ແລະ ຟີຟາ ເວີນຄຼັບ(FIFA World Club), ໃນນັ້ນເກືອບໝົດທຸກຄົນເປັນນັກ

ເຕະທີ່ມີປະສົບການສູງ.

 

ທ່ານກ່າວຕື່ມວ່າ: ການແຂ່ງຂັນແມ່ນຈະຈັດຂຶ້ນໃນວັນ ທີ 13 ກັນຍາທີ່ຈະມາເຖິງນີ້ ທີ່ເດີ່ນກິລາເຈົ້າອານຸວົງ, ເວລາ

17:00 ໂມງ, ສ່ວນປີ້ເຂົ້າຊົມແມ່ນຂາຍໃນລາຄາ 80.000 ກີບ ຊຶ່ງມີຈຳໜ່າຍທີ່ຮ້ານ ທຣູ ຄອັຟຟີ ທັງສອງສາຂາ

ແລະ ຈະເລີ່ມຈຳໜ່າຍແຕ່ວັນທີ 3 ກັນຍາເປັນຕົ້ນໄປ. ພິເສດ ຖ້າຫາກຊື້ປີ້ເຂົ້າຊົມຈຳນວນ 50 ບັດຮັບທັນທີສ່ວນ

ຫຼຸຸດ 10%, ສ່ວນວັນທີ 14 ກັນຍາແມ່ນ ທິມຊາດບຣາຊິນຈະພົບກັບທິມສະໂມສອນລ້ານຊ້າງອິນທຣາທີ່ສະໂມສອນ

ລ້ານຊ້າງ ບ້ານໜອງໄຮ ເຂົ້າຊົມໂດຍບໍ່ເສຍຄ່າ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...