spot_img
Home​ຂ່າວບັນເທິງເດືອດ! "ລຳໄຍ ໄຫທອງຄຳ" ນຸ່ງສັ້ນເຕັ້ນຮ່ອນຖ່າຍ MV ຫ່ວງເສຍພາບລັກເມືອງວັງວຽງ

ເດືອດ! “ລຳໄຍ ໄຫທອງຄຳ” ນຸ່ງສັ້ນເຕັ້ນຮ່ອນຖ່າຍ MV ຫ່ວງເສຍພາບລັກເມືອງວັງວຽງ

Published on

ນາທີນີ້ຄືສິບໍ່ມີໃຜບໍ່ຮູ້ຈັກນັກຮ້ອງສາວຂາເລາະຊື່ດັງຂອງປະເທດໄທ “ລຳໄຍ ໄຫທອງຄຳ” ຫຼ້າສຸດເມື່ອວັນທີ 15 ພະຈິກ 2017 ກໍ່ໄດ້ເກີດມີກະແສຮ້ອນແຮງໃນໂລກໂຊຊ້ຽວຂຶ້ນມາທັນທີ ເມື່ອສາວ ລຳໄຍ ພ້ອມທີມງານໄດ້ໄປຖ່າຍທຳວິດີໂອປະກອບເພງ “ປາຄໍ່ໃຫຍ່ໄວອາກ້າ” ຢູ່ເມືອງວັງວຽງ ສປປ ລາວ ເຊິ່ງຢູ່ໃນຄລິບວິດີໂອດັ່ງກ່າວຈະເຫັນວ່າ ນາງຢູ່ໃນຊຸດນຸ່ງສັ້ນ ເຕັ້ນຮ່ອນຕາມຈັງຫວະດົນຕີເພງ ເຊິ່ງໄດ້ເຮັດໃຫ້ຊາວລາວຈຳນວນຫຼາຍອອກມາສະແດງຄວາມຄິດເຫັນວ່າ ສະຖານທີ່ແຫ່ງນັ້ນເປັນເມືອງທ່ອງທ່ຽວທີ່ມີຊື່ສຽງຂອງລາວ ແລະ ມີວັດທະນະທຳອັນດີງາມຂອງຊາດ ໃນການທີ່ສາວລຳໄຍ ມາເຮັດແນວນີ້ແມ່ນບໍ່ເໝາະສົມ ອາດເປັນການທຳລາຍພາບລັກ ແລະ ສະເໜ່ຂອງເມືອງວັງວຽງ.

ຫຼາຍຄົນຫລາຍມຸມມອງຕ່າງຄວາມຄິດ ເລີຍເກີດມີດຣາມ່າຂັດແຍ້ງຄວາມຄິດເຫັນກັນໃນໂລກໂຊຊ້ຽວບາງກຸ່ມຄົນກໍ່ວ່າບໍ່ເໝາະສົມ ແຕ່ບາງກຸ່ມຄົນກໍ່ເບິ່ງເລື່ອງນີ້ເປັນເລື່ອງທຳມະດາບໍ່ຕ່າງຫຍັງຈາກຊາວຕ່າງປະເທດມາທ່ຽວໃນເມືອງວັງວຽງ ແລະ ອີກຢ່າງສະຖານທີ່ທີ່ສາວ ລຳໄຍ ຖ່າຍທຳວິດີໂອເພງນັ້ນເປັນພຽງແຫລ່ງທ່ອງທ່ຽວພັກຜ່ອນທົ່ວໄປ ບໍ່ແມ່ນຢູ່ຈຸດສຳຄັນທາງສາສະໜາ.

ເອົາເປັນວ່າເລື່ອງນີ້ມັນເປັນເລື່ອງລະອຽດອ່ອນທາງດ້ານຄວາມຄິດ ແຕ່ລະຄົນຈະມີມຸມມອງຕ່າງກັນອອກໄປ ແຕ່ການຈະສະແດງຄວາມຄິດເຫັນແມ່ນໃຫ້ຢູ່ໃນຂອບເຂດທີ່ເໝາະສົມ ເພື່ອບໍ່ໃຫ້ກະທົບທັງສອງຝ່າຍ.

https://www.facebook.com/sunthon.buon.1/videos/1964768277127734/

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...