Homeຂ່າວຕ່າງປະເທດຮັກສາການນາຍົກອີຣັກ ປະກາດກວາດລ້າງກຸ່ມ IS ໃຫ້ສິ້ນຊາກ!

ຮັກສາການນາຍົກອີຣັກ ປະກາດກວາດລ້າງກຸ່ມ IS ໃຫ້ສິ້ນຊາກ!

Published on

 

ຮັກສາການນາຍົກລັດຖະມົນຕີອີຣັກ ປະກາດເດັດຫົວກຸ່ມຕິດອາວຸດ IS ໃຫ້ສິ້ນຊາກ ລັ່ນຈະປ່ຽນປະເທດໃຫ້ເປັນ

ຫຼຸມສົບຂະໜາດຍັກຝັງ IS.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກັນຍານີ້ວ່າ ທ່ານ ນູຣີ ອັນມາລິກິ ຮັກສາການນາຍົກລັດຖະມົນຕີອີຣັກ

ໄດ້ອອກມາປະກາດໃຫ້ຄຳໝັ້ນວ່າ ຈະປ່ຽນປະເທດໃຫ້ເປັນຫຼຸມສົບຂະໜາດໃຫຍ່ ສຳລັບກຸ່ມ IS ແລະ ຍັງໄດ້ລະບຸອີກ

ວ່າ ກອງກຳລັງຮັກສາຄວາມໝັ້ນຄົງຂອງອີຣັກ ເຊິ່ງປະສົບກັບໄຊຊະນະທີ່ຫາໄດ້ຍາກ ເໜືອກຸ່ມຕິດອາວຸດຫົວຮຸນ

ແຮງດັ່ງກ່າວ ທີ່ປິດລ້ອມເມືອງຂອງຊາວຊີອະໄດ້ ໂດຍການຖະແຫຼງຂອງຮັກສາການນາຍົກລັດຖະມົນຕີອີຣັກຄັ້ງນີ້

ມີຂຶ້ນໃນລະຫວ່າງການເດີນທາງຢ້ຽມຢາມຊຸມຊົນເມືອງອາເມີລີ ທາງພາກເໜືອຂອງປະເທດ ໂດຍບໍ່ມີການປະກາດ

ລ່ວງໜ້າ ເຊິ່ງເຂົາກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.

 

ກ່ອນໜ້ານີ້ ເມື່ອໜຶ່ງວັນກ່ອນ ກອງທັບອີຣັກໂດຍໄດ້ຮັບການສະໜັບສະໜູນຈາກ ກຸ່ມຫົວຮຸນແຮງຊີອະພັນທະ

ມິດໃນອີຫຼ່ານ ແລະ ການໂຈມຕີທາງອາກາດຂອງສະຫະລັດ ໄດ້ສາມາດທຳລາຍວົງລ້ອມ ທີ່ກຸ່ມ IS ໄດ້ປິດລ້ອມ

ເມືອງອາເມີລີໄດ້ສຳເລັດ.

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...