spot_img
Homeຂ່າວພາຍ​ໃນອາຈານ ຄວສ ຫົວຄິດດີປ່ຽນບ່ອນຖິ້ມຂີ້ເຫຍື້ອ ໃຫ້ເປັນບ່ອນຄົ້ນຄວ້າບົດຮຽນ

ອາຈານ ຄວສ ຫົວຄິດດີປ່ຽນບ່ອນຖິ້ມຂີ້ເຫຍື້ອ ໃຫ້ເປັນບ່ອນຄົ້ນຄວ້າບົດຮຽນ

Published on

ຕອນເຊົ້າມື້ນີ້, ວັນທີ 15 ພະຈິກ 2017 ໄດ້ມີພິທີເປີດນໍາໃຊ້ອາຄານຮຽນຮູ້ແລະສ້າງແຮງບັນດານໃຈ ຂອງບໍລິສັດບ໊ອດ ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”.

ອາຄານດັ່ງກ່າວ ເມື່ອກ່ອນເປັນອ່າງນໍ້າຂະໜາດ 36 ຕາແມັດ ແຕ່ຖືກປ່ອຍປະລະເລີຍແລະກາຍເປັນບ່ອນຖິ້ມຂີ້ເຫຍື້ອໄປໂດຍປະລິຍາຍ. ພາຍຫຼັງໄດ້ມີໂຄງການ “ຜູ້ສ້າງອະນາຄົດ” ທີ່ສະໜັບສະໜູນໂດຍ ບໍລິສັດບ໊ອດ ເຮັດໃຫ້ນັກອອກແບບ 3 ຄົນ ຄື ທ່ານ ອະນຸສອນ ສີສຸທຳ, ທ່ານ ສຸພະໄຊ ໄຊຍະວົງ ແລະ ທ່ານ ນຸສິນ ນຳມານິນິນ ພ້ອມກັນໃຊ້ຫົວຄິດປະດິດສ້າງອອກແບບແລະປ່ຽນຈາກບ່ອນຖິ້ມຂີ້ເຫຍື້ອທີ່ຮົກເຮື້ອ ໃຫ້ກາຍເປັນຫ້ອງພັກຜ່ອນຄົ້ນຄວ້າບົດຮຽນຂອງນັກສຶກສາ.

ເຂົ້າຮ່ວມພິທີເປີດນຳໃຊ້ອາຄານດັ່ງກ່າວ ມີທ່ານ ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອນດຣິວເດຈອງ ຜູ້ອຳນວຍການໃຫຍ່ບໍລິສັດບ໊ອດປະເທດລາວ, ມຽນມາ ແລະກຳປູເຈຍ, ບັນດາທ່ານຄະນະບໍດີ, ນັກສຶກສາ ແລະສື່ມວນຊົນທຸກຂະແໜງການ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...