Homeຂ່າວທ້ອງຖິ່ນກຽມສ້າງລະບົບຄຸ້ມຄອງການເງິນພາກລັດໃຫ້ເປັນທັນສະໄໝ

ກຽມສ້າງລະບົບຄຸ້ມຄອງການເງິນພາກລັດໃຫ້ເປັນທັນສະໄໝ

Published on

ກົມນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ ຈັດກອງປະຊຸມວິຊາການໃນຫົວຂໍ້ “ແຜນປັບປຸງລະບົບ GFIS ໃນໄລຍະຂ້າມຜ່ານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດລະບົບ FMIS” ແຜນງານປັບປຸງການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ສປປ ລາວ ເພື່ອສະໜອງຂໍ້ມູນ-ຂ່າວສານ ພື້ນຖານຈຳເປັນໃຫ້ແກ່ການນຳຂອງກະຊວງການເງິນ, ເຕົ້າໂຮມບັນດາຊ່ຽວຊານຈາກທຸກຂົງເຂດກ່ຽວຂ້ອງ ເພື່ອຕອບຄຳຖາມ ແລະ ສະໜອງຂໍ້ມູນຂ່າວສານເພື່ອຄວາມກະຈ່າງແຈ້ງ.

ທ່ານ ປອ. ບຸນເຫຼືອ ສິນໄຊວໍລະວົງ, ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ ກ່າວວ່າ: ພາຍຫຼັງຄະນະວິຊາການ ບໍລິສັດ WYG ໄດ້ສຳເລັດການປະເມີນສະພາບການຈັດຕັ້ງປະຕິບັດລະບົບ GFIS ແລະ ແຜນດຳເນີນງານການກະກຽມສ້າງລະບົບ FMIS ການປະເມີນລະບົບຄຸ້ມຄອງຂໍ້ມູນຂ່າວສານການຄຸ້ມຄອງການເງິນ (GFIS) ເພື່ອກະກຽມສ້າງລະບົບຄຸ້ມຄອງການເງິນພາກລັດເປັນທັນສະໄໝ (FMIS) ຄະນະວິຊາການຜູ້ໃຫ້ທຶນ ຮ່ວມກັບ ບໍລິສັດທີ່ປຶກສາ WYG ແລະ ບັນດາກົມກ່ຽວ ຂ້ອງໄດ້ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດລະບົບ GFIS, ການປະເມີນລະບົບລະບົບຄວາມປອດໄພ (Cyber Security Assessment) ແລະ ແຜນການປັບປຸງລະບົບດັ່ງກ່າວ, ກ່ອນຈະມີການຈັດຕັ້ງປະຕິບັດລະບົບ FMIS, ເຊິ່ງປະຈຸບັນ ກຳລັງກະກຽມແຕ່ງຄະນະກະກຽມໂຄງການດັ່ງກ່າວ.

ສຳລັບຂັ້ນຕອນການດຳເນີນງານເປັນແຕ່ລະໄລຍະຄື: ໄລຍະທີ1 (2018-2020) ກຳນົດການປະຕິບັດຕາມລະບຽບກົດໝາຍການເງິນ ແລະ ການຄວບຄຸມດ້ານການເງິນເຂົ້າໃນລະບົບ; ໄລຍະທີ2 (2021-2025) ປັບປຸງສະຖຽນລະພາບ ແລະ ຄວາມຍືນຍົງດ້ານການເງິນ; ແລະ ໄລຍະທີ 3 (2026-2030) ສົ່ງເສີມປະສິດທິພາບ ແລະ ປະສິດທິຜົນໃນການສະໜອງບໍລິການພາກລັດ.

 

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...