spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງຕັດສິນຕັດອິດສະຫລະພາບ 2 ປີ 6 ເດືອນ ຖານຂົ່ມຂືນທຳຊຳເລົາເດັກ

ສານນະຄອນຫລວງຕັດສິນຕັດອິດສະຫລະພາບ 2 ປີ 6 ເດືອນ ຖານຂົ່ມຂືນທຳຊຳເລົາເດັກ

Published on

ທ້າວ ພານທອງ ອາຍຸ 39 ປີ ຢູ່ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈຳເລີຍໃນຂໍ້ຫາຂົ່ມຂືນທຳຊຳເລົາເດັກ ທີ່ຖືກສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ນຳຂຶ້ນມາພິຈາລະນາຕັດອິດສະຫຼະ ພາບ 2 ປີ 6 ເດືອນ ປັບໃໝ 2.000.000 ກີບ ໃນວັນທີ 7 ພະຈິກ 2017.

ຈຳເລີຍຖືກເຈົ້າໜ້າທີ່ກັກຕົວໃນວັນທີ 30 ພຶດສະພາ 2017 ທີ່ຜູ້ກ່ຽວສາລະພາບວ່າ: ໃນເດືອນເມສາ 2017 ໄປເຮັດວຽກເປັນກຳມະກອນກໍ່ສ້າງຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລ້ວພັກເຊົາຢູ່ບ່ອນເຮັດວຽກເລີຍ. ຈາກນັ້ນ, ພົບເຫັນຜູ້ເສຍຫາຍ ອາຍຸ 16 ປີ ທີ່ຢູ່ຕິດກັບບ່ອນພັກເຊົາ ຈຶ່ງມີຄວາມຮັກແບບບ່າວສາວ ໃນແຕ່ລະວັນ ໄດ້ສັງເກດເຫັນຜູ້ສາວນອນຢູ່ເຮືອນຂາຍເຄື່ອງຍ່ອຍເປັນປະຈຳ ພາຍຫຼັງເລີກວຽກແຕ່ລະມື້ແມ່ນໄດ້ດື່ມເຫຼົ້າຢູ່ຮ້ານທີ່ໃກ້ກັບຮ້ານຂາຍເຄື່ອງຂອງນາງຜູ້ເສຍຫາຍ ພໍໄດ້ລັກເບິ່ງ, ວັນທີ 29 ພຶດສະພາ 2017 ພາຍຫຼັງເລີກວຽກແລ້ວ ກໍ່ໄດ້ດື່ມເຫຼົ້າຢູ່ຈຸດເກົ່າ ຮອດເວລາ 13:00 ໂມງ ຂອງວັນທີ 30 ພຶດສະພາ 2017 ໄດ້ກັບມາເຮືອນແລ້ວເກີດມີອາລົມທາງເພດ ຈຶ່ງກັບໄປງັດປະຕູດ້ານຫຼັງຂອງຮ້ານຜູ້ເສຍຫາຍ ແລ້ວເຂົ້າໄປເຫັນນອນຢູ່ຄົນດຽວ ຈຶ່ງຍ່າງເຂົ້າໄປນັ່ງເຕັງ; ໃນຂະນະນັ້ນ, ຜູ້ເສຍຫາຍໄດ້ຕື່ນຂຶ້ນມາ ແລ້ວຮ້ອງຂໍຄວາມຊ່ວຍເຫຼືອ ຈຳເລີຍຈຶ່ງຂົ່ມຂູ່ຈະຂ້າ ເຮັດໃຫ້ຜູ້ເສຍຫາຍຢ້ານກົວ. ຈາກນັ້ນ, ຈຳເລີຍກໍ່ລົງມືຂົ່ມຂືນທຳຊຳເລົາ ຈົນສຳເລັດຄວາມໄຄ່ ແລ້ວກັບມານອນຢູ່ບ່ອນເຮັດວຽກ ຮຸ່ງເຊົ້າມາກໍ່ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ. ນອກນີ້, ຈຳເລີຍຍັງສາລະພາບອີກວ່າ: ຜ່ານມາເຄີຍຖືກເຈົ້າໜ້າທີ່ກັກຕົວດຳເນີນຄະດີໃນຂໍ້ຫາມົ້ວສຸມຢາເສບຕິດມາແລ້ວ ຈຳນວນ 6 ຄັ້ງ ແຕ່ຍັງບໍ່ທັນຖືກສານຕັດສິນຈັກເທື່ອ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານ ບວກໃສ່ກັບຄຳຮັບສາລະພາບຂອງຈຳເລີຍແລ້ວ ເຫັນວ່າ: ທ້າວ ພານທອງ ມີຄວາມຮັກກັບຜູ້ເສຍຫາຍແທ້ ແຕ່ການກະທຳຂອງຜູ້ກ່ຽວແມ່ນໄດ້ຜິດຕໍ່ກົດໝາຍຄອບຄົວ ທີ່ສ້າງຄວາມອັບອາຍໃຫ້ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ. ສະນັ້ນ, ຄະນະສານຖືເຫັນຄວນຕັດອິດສາຫຼະພາບຈຳເລີຍ 2 ປີ 6 ເດືອນ ປັບໃໝ 2.000.000 ກີບ ສະຖານຂົ່ມຂືນທຳຊຳເລົາເດັກ.

ແຫລ່ງຂ່າວ: ໜັງສືພິມປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...