spot_img
Homeຂ່າວພາຍ​ໃນຫຼາຍເສັ້ນທາງບໍ່ມີລາຍທາງ ໂຍທາຄວນເບິ່ງຄືນ

ຫຼາຍເສັ້ນທາງບໍ່ມີລາຍທາງ ໂຍທາຄວນເບິ່ງຄືນ

Published on

ສະພາບການສັນຈອນໃນປະເທດເຮົານັບມື້ແອອັດ ໂດຍສະເພາະແມ່ນຢູ່ໃນບັນດາຕົວເມືອງ ເປັນຕົ້ນແມ່ນຢູ່ນະຄອນຫຼວງວຽງຈັນ. ຄຽງຄູ່ກັນນັ້ນ ສະພາບການເກີດອຸບັດເຫດກໍນັບມື້ຫຼາຍຂຶ້ນເຊັ່ນກັນ ດັ່ງທີ່ມີການລາຍງານຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງວ່າ ສະເພາະເດືອນຕຸລາ 2017 ທົ່ວປະເທດມີອຸບັດຕິເຫດຕາມທ້ອງຖະໜົນ 400 ກວ່າຄັ້ງ, ຄົນໄດ້ຮັບບາດເຈັບທັງໝົດ 770 ຄົນ, ລົດເປ່ເພທັງໝົດ 875 ຄັນ ແລະ ຄົນເສຍຊີວິດ 76 ຄົນ, ໃນນີ້ ນະຄອນຫຼວງວຽງຈັນ ເສຍຊີວິດ 14 ຄົນ.

ສາເຫດການເກີດອຸບັດເຫດມີຫຼາຍສາເຫດ ເປັນຕົ້ນແມ່ນຂັບຂີ່ລົດແບບບໍ່ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ, ດື່ມສິ່ງມືນເມົາແລ້ວຂັບລົດ, ສະພາບເຕັກນິກລົດບໍ່ຮັບປະກັນ ແລະສະພາບເສັ້ນທາງຫຼາຍບ່ອນບໍ່ດີ ອາດຈະເປ່ເພ ຫຼືຜ່ານເສັ້ນທາງທີ່ສູງຊັນ.

ເສັ້ນທາງຕານມີໄຊ-ຫ້ວຍຫົງ-ດົງປ່າແຫຼບ ເສັ້ນທາງດີແຕ່ບໍ່ມີລາຍທາງ

ແນວໃດກໍດີ, ຕາມການສັງເກດຂອງນັກຂ່າວພວກເຮົາ ຍັງເຫັນອີກ 2 ຢ່າງ ທີ່ອາດຈະເປັນສາເຫດ ຂອງການເກີດອຸບັດເຫດຕາມທ້ອງຖະໜົນ:
1. ເສັ້ນທາງບໍ່ມີລາຍທາງ: ເຮົາຍັງສັງເກດເຫັນວ່າມີຫຼາຍເສັ້ນທາງທີ່ສວຍງາມ ໃນນະຄອນຫຼວງວຽງຈັນ ກໍຄືເສັ້ນທາງເລກທີ 13 ໃຕ້, 13 ເໜືອ ແລະອື່ນໆ ຍັງມີຫຼາຍຍ່ານ ມີຄວາມຍາວຫຼາຍກິໂລແມັດ ບໍ່ມີລາຍທາງ ເຮັດໃຫ້ການແລ່ນລົດຂອງນັກຂັບຂີ່ມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນໃນເຂດທີ່ທາງແຄບ ຫຼືເປັນເວລາກາງຄືນ.
2. ໄຕ້ຕາສູງໃສ່ກັນ: ຖ້າທ່ານຜູ້ອ່ານເຄີຍຂັບລົດໃນເວລາກາງຄືນ ຕາມເສັ້ນທາງເລກທີ 13 ໃຕ້ ທ່ານມັກຈະພົບກັບລົດທີ່ໄຕ້ຕາສູງ ໂດຍສະເພາະແມ່ນລົດເມ ມັກຈະມີການແຕ່ງຕາສູງໃສ່ຕື່ມອີກ ເພື່ອໄວ້ເຍືອງຕອບໂຕ້ໃສ່ລົດຄັນອື່ນທີ່ສວນທາງມາ. ການເຮັດຄືດັ່ງກ່າວນັ້ນ ຈະເຮັດໃຫ້ທັດສະນະວິໄສໃນການເບິ່ງເຫັນເສັ້ນທາງຫຼຸດລົງຫຼືຈົນບໍ່ເຫັນທາງເລີຍກໍມີ ປະກອບໃສ່ເສັ້ນທາງບໍ່ມີລາຍຈຶ່ງບໍ່ຮູ້ເຂດເສັ້ນແບ່ງກາງທາງຢູ່ຈຸດໃດ.
ສອງບັນຫາທີ່ຍົກມານີ້ ອາດຈະເປັນສາເຫດຕົ້ນຕໍໜຶ່ງ ທີ່ເຮັດໃຫ້ລົດມັກເກດອຸບັດເຫດຮ້າຍແຮງຕາມທ້ອງຖະໜົນ ເຊິ່ງແນ່ນອນວ່າພາກສ່ວນໂຍທາທິການແລະຂົນສົ່ງ ຄວນຈະຕ້ອງໄດ້ພິຈາລະນາແລະຫາວິທີແກ້ໄຂຕື່ມ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...