Homeຂ່າວທ້ອງຖິ່ນສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ການຄຸ້ມຄອງໜີ້ສິນສາທາລະນະ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ການຄຸ້ມຄອງໜີ້ສິນສາທາລະນະ

Published on

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 6 ພະຈິກ 2017 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ (ກົດໝາຍສ້າງໃໝ່) ທີ່ສະເໜີ ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ XIV ພາກ 4 ໝວດ 70 ມາດຕາ.

ໃນກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ສັງລວມການປະກອບ ຄຳຄິດຄຳເຫັນຂອງ ບັນດາ ສສຊ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາສຳຄັນ ເປັນຕົ້ນດ້ານໂຄງສ້າງ ເຊິ່ງສາມາດເອົາ ບາງພາກໂຮມເຂົ້າກັນໄດ້ ແຕ່ຈະເພີ່ມບາງໝວດຂຶ້ນ ເພື່ອເຮັດໃຫ້ໂຄງສ້າງ ຈະແຈ້ງຂຶ້ນກວ່າເກົ່າ ແລະ ມີລັກສະນະຕໍ່ເນື່ອງ, ການອະທິບາຍ ຄໍາສັບໃຫ້ຈະແຈ້ງ, ນະໂຍບາຍກ່ຽວກັບ ການຄຸ້ມຄອງໜີ້ສາທາລະນະ ຄວນກຳນົດຢ່າງຈະແຈ້ງ, ທີ່ມາຂອງການກູ້ຢືມເງິນ, ນະໂຍບາຍ ແລະ ຫລັກການພື້ນຖານແມ່ນເຫັນດີປັບປຸງ ໃຫ້ຈະແຈ້ງຂຶ້ນກວ່າເກົ່າ, ການນິຍາມໜີ້ສິນສາທາລະນະ ສສຊ ຢາກໃຫ້ແຍກຊື່ໜີ້ສາທາລະນະເປັນ 2 ມາດຕາ, ການກຳນົດເປົ້າໝາຍ ການຄໍ້າປະກັນໃຫ້ມີເປົ້າໝາຍ ແລະ ມີບູລິມະສິດ, ການຈຳກັດໜີ້ສິນສາທາລະນະ ໃຫ້ມີການຮັດກຸມ, ການຄໍ້າປະກັນ ຂອງລັດຖະບານ, ຄວາມຮັບຜິດຊອບໃນການຊຳລະ ໜີ້ສິນສາທາລະນະ ແລະ ບັນຫາສຳຄັນອື່ນໆ.

ຈາກນັ້ນ, ກອງປະຊຸມໄດ້ສະເໜີ ໃຫ້ອະນຸກໍາມະການ ເນື້ອໃນກົດໝາຍ ນໍາເອົາຄໍາຄິດຄຳເຫັນຂອງ ສສຊ ໄປພິຈາລະນາ ແລະ ປັບປຸງໃສ່ກົດໝາຍດັ່ງກ່າວ ໃຫ້ເໝາະສົມ, ຄົບຖ້ວນສົມບູນທັງສອດຄ່ອງກັບ ສະພາບຄວາມເປັນຈິງ ໃນປັດຈຸບັນ ເພື່ອກະກຽມນຳມາສະເໜີ ໃນກອງປະຊຸມ ສະພາແຫ່ງຊາດໃນຊຸດຕໍ່ໄປ.

 

 

ຂ່າວຈາກ: ຈັນທະລອນ
ພາບປະກອບຈາກ: ອ່າຍຄຳ
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...