spot_img
Homeວັນນະກຳເລື່ອງສັ້ນ"ຊີວິດໄວຮຸ້ນ" ຕອນ ທະເຍີທະຍານ

“ຊີວິດໄວຮຸ້ນ” ຕອນ ທະເຍີທະຍານ

Published on

ເດັກຜູ້ຊາຍໄວລຸ້ນຄົນໜຶ່ງຕ້ອງການຄວາມສີວິໄລ ແຕ່ຍ່າງບໍ່ຖືກທາງ ເຖິງແມ່ນວ່າເວລາຈະຜ່ານໄປດົນພຽງໃດ ຊີວິດກໍ່ບໍ່ມີຫຍັງດີຂື້ນ

ແສງ ຕອນທີ່ລາວຮຽນຢູ່ຊັ້ນ ມ 4 ຕອນນັ້ນລາວອາຍຸໄດ້ພຽງ 14 ປີ ເປັນເດັກຊາຍໜ້າຮັກຂອງຄອບຄົວເພາະເປັນຄົນທີ່ຊ່ວຍວຽກງານຂອງຄອບຄົວເປັນຢ່າງດີ ຄອບຄົວຂອງແສງມີທັງໝົດ 5 ຄົນ ແສງເປັນລູກຊາຍຄົນທີ່ສາມ ມີນ້ອງຊາຍ 1 ຄົນ ອ້າຍ 1 ຄົນ ແລະ ເອື້ອຍ 1 ຄົນ ແລະ ກໍ່ມີແຕ່ແມ່ ສ່ວນພໍ່ເສຍຊີວິດໄປດົນແລ້ວຕັ້ງແຕ່ຕອນທີ່ແສງອາຍຸໄດ້ພຽງ 10 ປີ

ອ້າຍຂອງແສງເປັນຄົນບໍ່ເອົາຖ່ານ ໄດ້ເຂົ້າເຮັດວຽກເປັນຕຳຫຼວດກໍ່ເຮັດຜິດວິໄນຖືກໄລ່ອອກ ພໍ່ເອົາໄປຝາກເປັນທະຫານກໍ່ເຮັດຜິດວິໄນຖືກໄລ່ອອກ ມີເມຍມີລູກກໍ່ລ້ຽງບໍ່ກຸ້ມຈົນຕ້ອງໄດ້ປະຮ້າງກັນ ແລະ ອ້າຍຂອງແສງຄົນນີ້ຍັງໄປຫຍຸ້ງກ່ຽວກັບຢາເສບຕິດ ແສງເຫັນຊີວິດຂອງອ້າຍທີ່ເຕັມໄປດ້ວຍຄວາມລົ້ມເຫຼວບໍ່ມີບ່ອນດີ ຈິ່ງຕັ້ງໃຈວ່າຈະບໍ່ໃຫ້ຊີວິດຂອງຕົວເອງລົ້ມເຫຼວຄືກັບອ້າຍຂອງລາວ ເດັດຂາດ, ຜິດຈາກພາບລັກເອື້ອຍຂອງລາວ, ເອື້ອຍຂອງແສງມີຊື່ວ່າ ນົກ ເອື້ອຍແສງເປັນຄົນທີ່ມັກໃນການອ່ານ ການສຶກສາຄົ້ນຄວ້າທຸກຮູບແບບ ເປັນຄົນຮຽນເກັ່ງ ໄດ້ເຮັດວຽກຢູ່ບ່ອນດີໆ ແລະ ເວລາຫວ່າງຍັງຫາລາຍຮັບເສີມດ້ວຍການຂາຍເສື້ອ ແລະ ນຳເງິນມາໃຫ້ແມ່ ເພື່ອຊ່ວຍລ້ຽງນ້ອງ ແລະ ສ້າງເຮືອນທີ່ຍັງສ້າງບໍ່ແລ້ວ ດ້ວຍພາລະທີ່ໜັກອຶ້ງທີ່ເອື້ອຍຂອງລາວແບັກຮັບໄວ້ ເຖິງແມ່ນວ່າເອື້ອຍຂອງແສງຈະໄດ້ເງິນມາຫຼາຍພຽງໃດກໍ່ບໍ່ມີເຫຼືອເກັບ ຫຼື ໃຊ້ຈ່າຍຕາມໃຈຄືໄວຮຸ້ນຄົນອື່ນໆ

ນົກ ພະຍາຍາມເປັນແບບຢ່າງທີ່ດີໃຫ້ນ້ອງເຫັນ ເພາະເປັນເອື້ອຍກົກຕ້ອງຄວ້າຄວາມສຳເລັດໃຫ້ໄດ້ ເພື່ອນ້ອງຈະນຳມາເປັນແບບຢ່າງຍ່າງຕາມຮອຍ, ຕອນແສງ ແລະ ເສືອ (ນ້ອງຊາຍຜູ້ຫຼ້າ) ຍັງນ້ອຍ ນົກມັກພານ້ອງໆໄປເຮັດກິດຈະກຳທາງສັງຄົມເລື່ອຍໆ ບໍ່ວ່າຈະພາໄປເຂົ້າກຸ່ມເກັບຂີ້ເຫຍື້ອ, ໄປຊ່ວຍຄົນພິການ, ໄປເຮັດກິດຈະກຳຕ່າງໆ

ແສງ ເມື່ອຕອນອາຍຸ 15 ປີລົງໄປ ເປັນເດັກຊາຍທີ່ໜ້າຮັກຫຼາຍ ເນື່ອງຈາກເຫັນແມ່ທຸກຫາເກັບຜັກຫັກໜໍ່ມາຂາຍ ເພື່ອລ້ຽງຄອບຄົວ ເຂົາຈິ່ງມີຄວາມຄິດໄປຊອກຫາວຽກເຮັດໃນຍາມພັກໂຮງຮຽນ 3 ເດືອນ ຕອນມໍ 4 ຍາມພັກແລ້ງ ເຂົາໄດ້ໄປສະໝັກວຽກຢູ່ໂຮງງານຜະລິດຂະໜົມໝາກໄມ້ແຫ່ງໜຶ່ງ ແລະ ເຂົາໄດ້ຮັບຜິດຊອບຄົນໝໍ້ກວນໝາກຂາມ ບາງມື້ກໍ່ເຮັດກວນໝາກນັດ ຫຼື ຮ່າຍຊາ ຫຼັງເລີກວຽກທຸກມື້ ເຂົາຈະເອົາກວນໝາກຂາມ ຫຼື ກວນໝາກນັດທີ່ຕິດໝໍ້ຫໍ່ໃສ່ຖົງຢາງມາຕ້ອນຄອບຄົວທຸກມື້ ເພາະລາວຮູ້ວ່າແມ່ລາວມັກກິນ

ແສງເຮັດວຽກຢູ່ທີ່ໂຮງງານຂະໜົມໝາກໄມ້ 2 ປີ ໃນຊ່ວງພັກໂຮງຮຽນເປັນເວລາ 3 ເດືອນ ເງິນເດືອນທີ່ໄດ້ແຕ່ລະເດືອນແສງຈະເອົາມາໃຫ້ແມ່ເກັບໄວ້ທຸກກີບ ພໍເຖິງຮອດໃກ້ເຂົ້າເປີດໂຮງຮຽນແມ່ນກໍ່ຈະເອົາເງິນເດືອນຂອງແສງໄປຊື້ເຄື່ອງນຸ່ງໃໝ່ ແລະ ຈ່າຍຄ່າໂຮງຮຽນໃຫ້ແສງ ແລະ ນ້ອງ ຖືເປັນການແບ່ງເບົາພາລະຂອງຄອບຄົວໄປໄດ້ຫຼາຍເຕີບ

ພໍຂຶ້ນ ມໍ 6 ແສງຕິດເພື່ອນໄຮໂຊຊື່ ມິກ ແສງອາດຈະເກີດໃນຄອບຄົວຄົນທຸກ ແຕ່ດ້ວຍຄວາມທີ່ເຂົາເປັນຄົນຫຼໍ່ໜ້າຕາດີ ຈິ່ງສາມາດໄປເຂົ້າກຸ່ມກັບພວກໄຮໂຊນີ້ໄດ້ ເຮືອນຂອງມິກເປີດຮ້ານອາຫານ ແລະ ອ້າຍຂອງມິກ ເຫັນແສງໜ້າຕາດີ ຫຸ່ນສູງພໍດີງາມ ຈິ່ງໄດ້ຊວນແສງມາເປັນເດັກເສີບອາຫານທີ່ຮ້ານ, ທຳອິດແສງກໍ່ບໍ່ໄດ້ຄິດຫຍັງຫຼາຍຄິດແຕ່ວ່າຢາກເຮັດວຽກໄປນຳ ແລະ ຢາກຫາເງິນໄປພ້ອມ

ເມື່ອເວລາຜ່ານໄປຄວາມໄຮໂຊ ຄວາມຫຼູຫຼາ ຄວາມສະບາຍທີ່ແສງໄດ້ສຳພັດມັນໄດ້ເຮັດໃຫ້ແສງປ່ຽນໄປ ຈາກເມື່ອກ່ອນຂີ່ລົດຈັກເວັບຈີນໄປໂຮງຮຽນໄດ້ ຕໍ່ມາເລີ່ມມີບັນຫາບໍ່ຢາກຂີ່ ແຕ່ກໍ່ຮູວ່າຄອບຄົວທຸກ ແສງຈິ່ງມັກຢືມລົດໝູ່ມາຂັບ ແລະ ຖ່າຍຮູບອັບລົງເຟສບຸກ ເພື່ອສ້າງພາບວ່າລົດນັ້ນເປັນຂອງເອງ ເວລາໄປຫຼິ້ນເຮືອນມິກ ກໍ່ຈະມັກຖ່າຍຮູບອັບໂພສລົງ ຄົນທີ່ບໍ່ຮູ້ເຂົາກໍ່ຄິດວ່າແສງເກີດມາໃນຄອບຄົວທີ່ຮັ່ງມີ ມີບ້ານໃຫຍ່ລົດງາມຂັບ ສ່ວນເສື້ອຜ້າ ມິກກໍ່ໃຫ້ຢືມໃສ່ ເນື່ອງຈາກວ່າເປັນເພື່ອນທີ່ສະນິດກັນສຸດໆ

ຈາກເມື່ອກ່ອນເສີບອາຫານເລີກງານແລ້ວກັບມາເຮືອນ ກໍ່ກາຍເປັນວ່າບໍ່ຢາກກັບມາເຮືອນ ເລີ່ມມີການນອນຄ້າງທີ່ຮ້ານມິກ ເຮືອນມິກ ຈົນເຮັດໃຫ້ແມ່ ແລະ ເອື້ອຍເປັນຫ່ວງ ເພາະຢ້ານວ່າຕ້ອງຈະເສຍຄົນ ແລະ ເປັນຫ່ວງເລື່ອງການຮຽນຂອງແສງ ຢ້ານແສງຮຽນບໍ່ຈົບ ຢ້ານແສງຫຼົງທາງໃນສິ່ງທີ່ຜິດ ຄວາມກັງວົນລ້ອຍແປດພັນປະການໄດ້ໂຮມເຂົ້າມາໃສ່ເອື້ອຍກັບແມ່ຂອງແສງ ເຖິງຈະມີການເວົ້າຈາໂອລົມຕັກເຕືອນ ແຕ່ແສງກໍ່ບໍ່ຮັບຟັງຄຳ ບໍ່ຮັບຄວາມຫວັງດີຂອງເອື້ອຍ ແລະ ແມ່ທີ່ມອບໃຫ້ ມິກໄດ້ກາຍເປັນສ່ວນໜຶ່ງຂອງຊີວິດທີ່ແສງຂາດບໍ່ໄດ້ ຈົນເຮັດໃຫ້ເລີດ, ເປົາ, ຈ່ອຍ ແລະ ນັນ ເພື່ອນທີ່ຫຼິ້ນນຳກັນມາຕັ້ງແຕ່ມໍ ຕົ້ນ ກາຍເປັນເພື່ອນທີ່ບໍ່ສະນິດຄືເມື່ອກ່ອນ

ເອື້ອຍຂອງ ມິກ ເປີດຮ້ານຂາຍເຄື່ອງສົ່ງທີ່ຄະຫຼາດດຽວກັນກັບແມ່ຂອງແສງ ທຸກວັນແສງຈະໄປມ້ຽນຮ້ານ ຍົກເຄື່ອງໜັກຊ່ວຍເອື້ອຍຂອງມິກ ສ່ວນຮ້ານຂາຍຜັກນ້ອຍໆຂອງແມ່ ແສງບໍ່ຄິດທີ່ຈະຍ່າງຜ່ານ ເຖິງແມ່ນວ່າແສງຈະເຫັນແມ່ຫິ້ວຖົງຜັກໜັກຫຼາຍສິບໂລຍ່າງເຂົ້າມາໃນຕະຫຼາດແສງກໍ່ບໍ່ຄິດໄປຊ່ວຍ ແສງໄປຊ່ວຍຂາຍເຄື່ອງທີ່ຮ້ານຂາຍເຄື່ອງສົ່ງເອື້ອຍມິກຄົບ 1 ປີ ຄົນໃນຕະຫຼາດຍັງບໍ່ຮູ້ວ່າ ແສງເປັນລູກແມ່ຄ້າຂາຍຜັກຄົນນັ້ນ ເພາະແມ່ຂອງແສງກໍ່ໃຈເດັດ ອາດຈະຮູ້ສຶກຂັດຕາ ແລະ ນ້ອຍໃຈໃຫ້ລູກທີ່ເຮັດແບບນັ້ນ ແຕ່ແມ່ກໍ່ເຮັດເປັນບໍ່ສົນໃຈແສງຄືກັນ

ມືວັນໜຶ່ງມິກ ແລະ ແສງຍ່າງຜ່ານຮ້ານຂາຍຜັກຂອງແມ່ ມິກ ໄດ້ຢຸດແລະຍົກມືໄຫວ້ທັກທາຍແມ່ຂອງແສງ ຈົນຄົນຂາຍຜັກໂຕະຂ້າງໆທ້ວງຂຶ້ນມາວ່າ “ແມ່ນົກ ທ້າວ ແສງນິແມ່ນລູກຊາຍເຈົ້າຫວະ! ຂ້ອຍເຫັນລາວດົນແລ້ວແຕ່ບໍ່ຮູ້ວ່າເປັນລູກຊາຍເຈົ້າ… ປ່າາາາ! ເຈົ້າກະມີລູກຊາຍຫຼໍ່ປານນີ້ເນາະ” ແມ່ນົກແມ່ຂອງແສງມິດງຽບບໍ່ປາກຈັກຄຳ

ອ່ານຕໍ່ຕອນທີ 2…

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)