spot_img
Home​ຂ່າວບັນເທິງຄູ່ຮັກຄົນດັງແຫ່ງສອງຝັ່ງຂອງ "ຟຸກ ຈີຣະ ກັບ ແອັບເປິ້ນ ສີສະຫງຽນ" ຈູງມືເຂົ້າວິວາມື້ນີ້

ຄູ່ຮັກຄົນດັງແຫ່ງສອງຝັ່ງຂອງ “ຟຸກ ຈີຣະ ກັບ ແອັບເປິ້ນ ສີສະຫງຽນ” ຈູງມືເຂົ້າວິວາມື້ນີ້

Published on

ບັນເທີງກັບລາວໂພສມີຂ່າວມົງຄຸນຂອງຄູ່ຮັກດາລາມາຝາກກັນອີກແລ້ວ ມື້ນີ້ເປັນຄິວຂອງຄູ່ຮັກຄົນດັງແຫ່ງສອງຝັ່ງຂອງຢ່າງ ດາລາໜຸ່ມໄທ ຟຸກ ຈີຣະ ດ່ານບະວອນກຽດ ແລະ ເນັດໄອດໍ້ຊື່ດັງສາວລາວ ແອັບເປິ້ນ ສີສະຫງຽນ ສີຫາລາດ ຫຼັງຈາກຄົບຫາເບິ່ງໃຈກັນມາດົນກວ່າ 10 ປີ ແລະ ໃນທີ່ສຸດເວລາ 10:09 ໂມງເຊົ້າ ຂອງວັນທີ 3 ພະຈິກ 2017 (ມື້ນີ້) ທັງຄູ່ໄດ້ຈູງມືກັນເຂົ້າພິທີບາສີສູ່ຂັວນຕາມຮີດຄອງປະເພນີລາວຮຽບຮ້ອຍແລ້ວ ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ເຮືອນຫໍຂອງທັງສອງທີ່ປະເທດໄທ

ເຊິ່ງພິທີການງານແຕ່ງງານຂອງທັງຄູ່ ພິທີຊ່ວງຕອນເຊົ້າກໍ່ໄດ້ຈັດງານບາສີສູ່ຂວັນແບບປະເພນີລາວ ແລະ ໃນຊ່ວງຕອນບ່າຍກໍ່ຈະມີປະເພນີແບບຈີນ ທີ່ຈະຈັດຂຶ້ນທີ່ບ້ານຂອງພໍ່ຝ່າຍຊາຍ ຈະໄດ້ມີການຍົກນໍ້າຊາ ໄຫວ້ບັນພະບູລຸດ ສ່ວນງານສະຫລອງມຸງຄຸນຈະຖືກຈັດຂຶ້ນໃນວັນທີ 4 ພະຈິກ ທີ່ໂຮງແຮມອິນເຕີຄອນເນຊັນ ກຸງເທບ ປະເທດໄທ.

ໃນງານມີຍາດຜູ້ໃຫຍ່ຂອງທັງສອງຝ່າຍ, ເພື່ອນມິດສະຫາຍເຂົ້າຮ່ວມສະແດງຄວາມຍິນດີກັບຄວາມຮັກຂອງທັງຄູ່ ຢ່າງອົບອຸ່ນ

ທາງບັນເທີງລາວໂພສຂໍສະແດງຄວາມຍິນດີກັບທັງຄູ່ ແລະ ຫວັງວ່າໄວໆນີ້ຈະໄດ້ຂ່າວດີເລື່ອງທາຍາດ.

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...