spot_img
Homeຂ່າວຕ່າງປະເທດອອງຊານຊູຈີ ລົງຢ້ຽມຢາມປະຊາຊົນລັດຍະໄຂ່ ແຕ່ອາດບໍ່ໄປຢ້ຽມຢາມຊາວໂຣຮິນຢາ

ອອງຊານຊູຈີ ລົງຢ້ຽມຢາມປະຊາຊົນລັດຍະໄຂ່ ແຕ່ອາດບໍ່ໄປຢ້ຽມຢາມຊາວໂຣຮິນຢາ

Published on

ເມື່ອວັນທີ 2 ພະຈິກ ເອເອຟພີລາຍງານວ່າ ທ່ານ ນາງ ອອງຊານຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງມຽນມາ ເດີນທາງລົງພື້ນທີ່ສຳຫຼວດສະພາບເຫດການໃນລັດຍະໄຂ່ເປັນຄັ້ງທຳອິດ ໂດຍບໍ່ໄດ້ແຈ້ງລ່ວງໜ້າ ທ່ານ ນາງ ອອງຊານ ຊູຈີ ໄດ້ເຂົ້າພົບປະຊາຊົນທັງຊາວພຸດ ແລະ ຊາວມຸສລິມ ແຕ່ລາຍງານບໍ່ໄດ້ລະບຸວ່າຮວມທັງຊາວໂຣຮິນຢາ ຫຼື ບໍ່ ຂະນະທີ່ບີບີຊີລາຍງານວ່າ ການລົງພື້ນທີ່ໃນເທື່ອນີ້ບໍ່ມີການເວົ້າເຖິງຜູ້ອົບພະຍົບນອກປະເທດ.

ທ່ານ ເຊີ ເຕ ໂຄສົກລັດຖະບານມຽນມາ ກ່າວວ່າ ທ່ານ ນາງ ຊູຈີ ເດີນທາງໄປທີ່ນະຄອນຊິດຕະເວ ເມືອງເອກຂອງລັດຍະໄຂ່ ແລະ ເດີນທາງຕໍ່ໄປທີ່ໝ່ອງດໍ ແລະ ພຸດທິດວງ.

ລາຍງານລະບຸວ່າ ຊາວໂຣຮິນຢາບາງສ່ວນທີ່ອາໄສໃນເມືອງ ໝ່ອງດໍ ກ່າວຮຽກຮ້ອງເຖິງທ່ານ ນາງ ອອງຊານຊູຈີ ຜ່ານຜູ້ສື່ຂ່າວວ່າ ຂໍໃຫ້ທົບທວນເລື່ອງການອອກບັດກວດສອບສັນຊາດ ຫຼື ເອັນວິຊີໃໝ່ອີກຄັ້ງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...