spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ພິພາກສານາງ ອານິສາ ຜູ້ຢູ່ເບື້ອງຫຼັງຄາດຕະກໍາພີ່ນ້ອງຮ່ວມສາຍເລືອດຈາກ 16 ປີ ເປັນ 20 ປີ

ພິພາກສານາງ ອານິສາ ຜູ້ຢູ່ເບື້ອງຫຼັງຄາດຕະກໍາພີ່ນ້ອງຮ່ວມສາຍເລືອດຈາກ 16 ປີ ເປັນ 20 ປີ

Published on

ຄະດີຄາດຕະກໍາ ຜູ້ເປັນອ້າຍຮ່ວມສາຍເລືອດດຽວກັນ ຊື່ທ້າວ ແກ້ວອຸດອນ ອາຍຸ 31 ປີ ( ຜູ້ເສຍຊີວິດ ) ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເສຍຊີວິດຄາລົດຟໍຈູນເນີ ຢູ່ເສັ້ນທາງຕັດໃໝ່ ບ້ານໜອງບົວທອງ-ບ້ານໜອງບຶກ ໃນວັນທີ 10 ກັນຍາ 2014 ເຊິ່ງຜູ້ຢູ່ເບື້ອງຫຼັງເຫດຄາດຕະກໍາແມ່ນ ນາງ ອານິສາ ຫຼື ຫຼ້ານ້ອຍ ສີຍະວົງ ອາຍຸ 23 ປີ ຢູ່ບ້ານໜອງບົວທອງເໜືອ ເມືອງຈັນທະບູລີ ຖືກສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນ ຫຼວງວຽງຈັນ ຕັດສິນຕັດອິດສາລະພາບ 16 ປີ ໃນປີ 2014. ແຕ່ຍາດພີ່ນ້ອງຜູ້ເສຍຊີວິດ ເຊິ່ງເປັນໂຈດທາງແພງບໍ່ພໍໃຈຕໍ່ຄໍາຕັດສິນຂອງສານຂັ້ນຕົ້ນ ຈຶ່ງຂໍອຸທອນພິຈາລະນາຕັດສິນຄືນໃໝ່ເປັນຂັ້ນອຸທອນ.

ລ້າສຸດ ມາວັນທີ 25 ກັນຍາ 2017 ຄະນະສານອາຍາຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີດັ່ງກ່າວຄືນໃໝ່ ໂດຍຕັດສິນເປັນຂັ້ນອຸທອນ. ຜ່ານການພິຈາລະນາບັນດາສໍານວນຄະດີ ບວກກັບຫຼັກຖານອັນໃໝ່; ດັງນັ້ນ, ຈຶ່ງພິພາກສາຕັດອິດສາລະພາບ ນາງ ອານິສາ ຫຼື ຫຼ້ານ້ອຍ ທີ່ໄດ້ກະທໍາຜິດຢ່າງໂຫດຫ້ຽມ, ເປັນອັນຕະລາຍ ແລະ ຄົບອົງປະກອບຂອງການກະທໍາຜິດແທ້ ສານຈຶ່ງຕັດສິນຈໍາຄຸກຕະຫຼອດຊີວິດ ປັບໃໝ 5.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍທາງແພ່ງ ຈໍານວນເງິນ 150.000.000 ກີບ. ແຕ່ຜ່ານການປະຕິບັດໂທດໃນຄ້າຍຄຸ້ມຂັງ-ດັດສ້າງ ຈໍາເລີຍມີຄວາມກິນແໜງແຄງໃຈ ຈຶ່ງເຫັນຄວນລົງໂທດຕົວຈິງ ຕັດອິດສະລະພາບ 20 ປີ ປັບໃໝ 5.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍທາງແພ່ງ ຈໍານວນເງິນ 150.000.000 ກີບ ແລະ ສ່ວນທ້າວ ສົມພົງ ເປັນພຽງແຕ່ຜູ້ສົມຮູ້ຮ່ວມຄິດ ແລະ ຊອກຫາມືປືນເທົ່ານັ້ນ ຈຶ່ງເຫັນຄວນລົງໂທດໃຫ້ຈໍາເລີຍ 2 ຈໍາຄຸກ 10 ປີ ປັບໃໝ ຈຳນວນ 2.000.000 ກີບ ໃນສະຖານຄາດຕະກໍາ.

ຄະດີດັ່ງກ່າວມີຢູ່ວ່າ: ທ້າວ ແກ້ວອຸດອນ ( ຜູ້ເສຍຊີວິດ ) ແລະ ນາງ ອານິສາ ( ຈໍາເລີຍ 1 ) ເປັນລູກເອື້ອຍ – ລູກ ນ້ອງກັນ. ເບື້ອງຕົ້ນ ປີ 2014, ນາງ ອາລີນາ ໄດ້ຕິດຫຼິ້ນ ແລະ ຕິດການພະນັນ ເມື່ອເປັນແນວນັ້ນ, ທ້າວ ແກ້ວອຸດອນ ( ລູກປ້າ ) ໄດ້ບອກສອນໃນນາມເປັນອ້າຍ-ນ້ອງ ເຮັດໃຫ້ຈໍາເລີຍ 1 ເກີດຄວາມຄຽດແຄ້ນ. ຈຶ່ງໄດ້ຕິດຕໍ່ຫາ ທ້າວ ສົມພົງ ( ຈໍາເລີຍ 2 ) ທີ່ຮູ້ຈັກກັນທາງສື່ອອນລາຍ ( ເຟສບຸກ ) ເພື່ອໃຫ້ຊອກຄົນມາຄາດຕະກໍາ ທ້າວ ແກ້ວອຸດອນ ໂດຍຈະໃຫ້ຄ່າຈ້າງ 500.000 ບາດ ແລະ ທ້າວ ສົມພົງ ຈະໄດ້ເງິນ 100.000 ບາດ; ຈາກນັ້ນ, ທ້າວ ສົມພົງ ( ຈໍາເລີຍ 2 ) ໄດ້ໂທລະສັບຫາ ທ້າວ ແອັດ ( ຄົນໄທ ) ເຊິ່ງເປັນມືປືນ ພາຍຫຼັງຕົກລົງກັນໄດ້ແລ້ວ ມາວັນທີ 8 ກັນຍາ 2014 ທ້າວ ແອັດ ແລະ ທ້າວ ແຮັກ ( ຄົນໄທ ) ມືປືນ ເດີນທາງເຂົ້າມາລາວ, ໂດຍເຂົ້າມາທາງເມືອງສາລະຄາມ ແຂວງວຽງຈັນ ແລ້ວຈ້າງລົດຕູ້ໂດຍສານມາລົງຄິວລົດຢູ່ຕະຫຼາດສີໄຄ. ຈາກນັ້ນ, ຈໍາເລີຍ 2 ກໍຂີ່ລົດໄປຮັບເອົາມືປືນທັງສອງມາພັກຢູ່ເຮືອນພັກແຫ່ງໜຶ່ງ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ. ພາຍຫຼັງມາຮອດແລ້ວ ນາງ ອານິສາ ໄດ້ເອົາຂໍ້ມູນ ແລະ ລາຍງານການເຄື່ອນໄຫວ ຂອງທ້າວ ແກ້ວອຸດອນ ໃຫ້ທ້າວ ສົມພົງ ( ຈໍາເລີຍ 2 ) ແລະ ມືປືນ ເພື່ອຈະຊອກໂອກາດລົງມື.

ຕົກມາວັນທີ 10 ກັນຍາ 2014 ເວລາປະມານ 8:30 ໂມງ ນາງ ອານິສາ ( ຈໍາເລີຍ 1 ) ໄດ້ໂທລະສັບບອກໃຫ້ ທ້າວ ສົມພົງ ( ຈໍາເລີຍ 2 ) ພາມືປືນໄປລໍຖ້າຢູ່ທາງຕັດໃໝ່ເຂດໜອງບົວທອງ-ໜອງບຶກ ເພາະຈະບອກ ທ້າວ ແກ້ວອຸດອນ ຜ່ານໄປເສັ້ນທາງດັ່ງກ່າວ. ເມື່ອໄປຮອດ ຈໍາເລີຍ 2 ໄດ້ເອົາໂທລະສັບໃຫ້ທ້າວ ແອັດ ໄວ້ ເພື່ອລໍຖ້ານາງ ອານິສາ ໃຫ້ສັນຍານ. ພາຍຫຼັງທ້າວ ແກ້ວອຸດອນ ຂີ່ລົດອອກຈາກເຮືອນ ນາງ ອານິສາ ໄດ້ໂທຫາມືປືນວ່າເປົ້າໝາຍໄດ້ອອກໄປແລ້ວ. ພາຍຫຼັງນັ່ງຖ້າໄລຍະໜຶ່ງ ກໍເຫັນ ທ້າວ ແກ້ວອຸດອນ ຄ່ອຍຂີ່ລົດລຽບແຄມທາງມາບ່ອນນັດໝາຍ. ຈາກນັ້ນ, ທ້າວ ແອັດ ແລະ ທ້າວ ແຮັກ ໄດ້ຂີ່ລົດຈັກໄປຮຽງຂ້າງແລ້ວຍິງປືນໃສ່ ທ້າວ ແກ້ວອຸດອນ ຈໍານວນຫຼາຍນັດ ເຮັດໃຫ້ລົດຂອງທ້າວ ແກ້ວອຸດອນ ເສຍຫຼັກລົງທົ່ງນາ.

ສ່ວນມືປືນທັງສອງກໍພາກັນຂີ່ລົດກັບໄປເຮືອນພັກ ຫຼັງຈາກນັ້ນ, ທ້າວ ສົມພົງ ( ຈໍາເລີຍ 2 ) ໄດ້ບອກໃຫ້ມືປືນໜີກັບໄປປະເທດໄທ. ເມື່ອນາງ ອານິສາ ( ຈໍາເລີຍ 1 ) ໄດ້ຮູ້ວ່າທ້າວ ແກ້ວອຸດອນ ເສຍຊີວິດແລ້ວ ກໍນຳໄປເບິ່ງແລ້ວໂທຫາພໍ່ແມ່ ແລະ ເອື້ອຍຂອງທ້າວ ແກ້ວອຸດອນ ມາ. ຫຼັງຈາກນັ້ນ, ຈໍາເລີຍ 1 ກັບໄປປ່ຽນເຄື່ອງຢູ່ເຮືອນທີ່ບ້ານໜອງບົວທອງ ແລ້ວກັບມາບ່ອນເກີດເຫດອີກ. ພໍໄປຮອດກໍຖືກເຈົ້າໜ້າທີ່ກັກຕົວໄປສອບສວນຂະຫຍາຍຜົນ ຈົນສາມາດກັກຕົວ ທ້າວ ສົມພົງ ມາດໍາເນີນຄະດີ

.

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...